ເຫດຄົນຖືກຕີເອົາລົດຈັກຈຸດເກີດເຫດຢູ່ບ້ານເສັ້ນທາງ 450ປີ ເມືອງໄຊທານີ ນະຄອນຫລວງວຽງຈັນ
ນະຄອນຫລວງວຽງຈັນ : ໃນວັນທີ່ 21/02/2018 ເວລາ 1:52 ນາທີ ໄດ້ມີເຫດຄົນຖືກຕີເອົາລົດຈັກ ຈຸດເກີດເຫດແມ່ນ ຢູ່ບ້ານເສັ້ນທາງ 450 ປີ ເມືອງໄຊທານີ ນະຄອນຫລວງວຽງຈັນ. ໃນຈຸດເກີດເຫດມີຜູ້ບາດເຈັບ 1ຄົນ ເປັນເພດຊາຍ ອາຍຸ 17 ປີ ປັດຈຸບັນຢູ່ບ້ານທົ່ງປົງ ເມືອງສີໂຄດ ນະຄອນຫລວງວຽງຈັນ ໂດຍອາການເບື້ອງຕົ້ນແມ່ນຫົວແຕກເບື້ອງຂວາ ແລະເບື້ອງຊ້າຍ ມີບາດແຜ່ຜົກຊໍ້າຢູ່ໜ້າ ແລະ ມີບາດແຜຕາມຕົນໂຕ. ດັ່ງນັ້ນ, ມູນນິທິກູ້ໄພນາຄາຈຶ່ງປະຖົມພະຍາບານຂັ້ນຕົ້ນແລ້ວນຳສົ່ງໂຮງໝໍມິດຕະພາບ(150ຕຽງ)
ເຫດບາດເຈັບສຸກເສີນໂທ23456784 ຟຮີຕະຫລອດ 24 ຊົ່ວໂມງ
ທີ່ມາ: ມູນນິທິກູ້ໄພນາຄາ
© ຈໍາປາໂພສ | www.champapost.com
_________
Post a Comment