Header Ads

ພິທີເຊັນສັນຍາ ວ່າຈ້າງ ບໍລິສັດທີ່ປຶກສາ ໂຄງການກໍ່ສ້າງຂະຫຍາຍໂຮງງານ ຜະລິດນໍ້າປະປາຈີນາຍໂມ ແລະ ລະບົບສາຍທໍ່



ພິທີເຊັນສັນຍາ ວ່າຈ້າງ ບໍລິສັດທີ່ປຶກສາ ໂຄງການກໍ່ສ້າງຂະຫຍາຍໂຮງງານ ຜະລິດນໍ້າປະປາຈີນາຍໂມ ແລະ ລະບົບສາຍທໍ່ ລະຫວ່າງ ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງວຽງຈັນ ແລະ ບໍລິສັດ ທີ່ປຶກສາ ໂອລຽນໂທຣ ໂກຣໂບລ ຈໍາກັດ, ພາຍໄຕ້ເງິນກູ້ຍືມດອກເບ້ຍຕໍ່າ ຈາກອົງການໄຈກາ ແຫ່ງປະເທດຍີ່ປຸ່ນ.



ພິທີເຊັນສັນຍາດັ່ງກ່າວ ໄດ້ຈັດຂື້ນທີ່ໂຮງແຮມ ຄຣາວພາຊາ, ນະຄອນຫລວງວຽງຈັນ ໃນເຊົ້າວັນທີ 21 ກຸມພາ 2018 ນີ້, ໂດຍໃຫ້ກຽດເຂົ້າຮ່ວມ ມີ ທ່ານ ແກ້ວພິລາວັນ ອາໄພລາດ ຮອງເຈົ້າຄອງນະຄອນຫລວງວຽງຈັນ, ທ່ານນາງ ວິໄລຄໍາ ໂພສາລາດ ຮອງລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ ແລະ ທ່ານນາງ ທິບພະກອນ ຈົນທະວົງສາ ຮອງລັດຖະມົນຕີ ກະຊວງການເງິນ, ມີຫົວຫນ້າພະແນກ, ຮອງພະແນກ, ຄະນະອໍານວຍການ, ບັນດາຜູ້ຕາງຫນ້າຈາກອົງການໄຈກາ ແຫ່ງປະເທດຍີ່ປຸ່ນ, ຕາງຫນ້າທຸຕານຸທູດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ. 



ໃນພິທີ ທ່ານນາງ ບົວວອນ ຫລວງໂຄດ ຫົວຫນ້າໂຄງການກໍ່ສ້າງຂະຫຍາຍໂຮງງານຜະລິດນໍ້າປະປາຈີນາຍໂມ້ ແລະ ລະບົບສາຍທໍ່ ໄດ້ຂື້ນລາຍງານຄວາມເປັນມາຂອງໂຄງການ ແລະ ຜົນການຄັດເລືອກເອົາ ບໍລິສັດ ທີ່ປຶກສາ ໂຄງການດັ່ງກ່າວ, ໂດຍປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງນະຄອນຫລວງວຽງຈັນ ກໍ່ຄືເປົ້າຫມາຍການພັດທະນາ ແຕ່ນີ້ຮອດປີ 2020 ຂອງລັດຖະບານ ເພື່ອເຮັດໃຫ້ປະຊາຊົນໃນເຂດຕົວເມືອງ ແລະ ຊານເມືອງ ໄດ້ຊົມໃຊ້ນໍ້າປະປາ ກວມເອົາ 80 ສ່ວນຮ້ອຍ ເຊີ່ງນະຄອນຫລວງວຽງຈັນ ໄດ້ວາງຄາດຫມາຍສູ່ຊົນໄວ້ 90 ສ່ວນຮ້ອຍ ແລະ ເປົ້າຫມາຍການພັດທະນາທີ່ຍືນຍົງ ເພື່ອສະຫນອງນໍ້າປະປາ ທີ່ສະອາດ-ປອດໄພ ສໍາລັບທຸກຄົນ ໃນປີ 2030.


ສະນັ້ນ ນະຄອນຫລວງວຽງຈັນ ແລະ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ມອບຫມາຍໃຫ້ ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງວຽງຈັນ ແລະ ລັດວິສາຫາກິດ ນໍ້າປະປາ ນະຄອນຫລວງ ຮ່ວມກັບອົງການໄຈກາ ແຫ່ງປະເທດຍີ່ປຸ່ນ ສຶກສາຄວາມເປັນໄປໄດ້ ຂອງການຂະຫຍາຍລະບົບນໍ້າປະປາຈີນາຍໂມ້ ນັບແຕ່ປີ 2014 ເປັນຕົ້ນມາ, ຖ້າວ່າໂຄງການນີ້ສໍາເລັດ ຈະສາມາດສະຫນອງນໍ້າປະປາ ທີ່ສະອາດ ໃຫ້ປະຊາຊົນຊົມໃຊ້ ໄດ້ເຖິງ 160 ພັນຄົນ, ແລະ ຈະເພີ່ມຈາກກໍາລັງການຜະລິດໄດ້ 40 ພັນແມັດກ້ອນ/ມື້ ໃນໄລຍະທີ 1 ມາເປັນ 380 ພັນແມັດກ້ອນ/ມື້ ໃນປີ 2025. ໂຄງການດັ່ງກ່າວໄດ້ຮັບການສະຫນັບສະຫນູນ ເງິນກູ້ດອກເບ້ຍຕໍ່າ ຈາກອົງການໄຈກາ ໃນມູນຄ່າ 10 ຕື້ 271 ລ້ານເຢັນ ຫລື ປະມານ 92 ລ້ານໂດລ້າສະຫາລັດ.


ໃນນີ້ ໄດ້ແບ່ງອອກເປັນ 2 ຮ່ວງ ຄື: ຮ່ວງບໍລິການວ່າຈ້າງບໍລິສັດທີ່ປຶກສາໂຄງການ ແລະ ຮ່ວງສໍາລັບການກໍ່ສ້າງ, ເງີນກູ້ດັ່ງກ່າວ ຈະຊົດໃຊ້ແທນ ພາຍໃນ 30 ປີ, ໂດຍຜ່ານການເກັບລາຍຮັບ ຈາກການຂາຍນໍ້າປະປາ ( ລັດວິສາຫາກິດ ນໍ້າປະປາ ເປັນຜູ້ຮັບຜິດຊອບ) ລົງນາມເຊັນສັນຍາ ໃນຄັ້ງນີ້ ມີ ທ່ານ ເດດສົງຄາມ ທໍາມະວົງ ຫົວຫນ້າພະແນກ ໂຍທາ ທິການ ແລະ ຂົນສົ່ງ ນະຄອນຫລວງວຽງຈັນ, ທ່ານ ຄໍາເຜີຍ ວົງສາຄໍາຜຸຍ ອໍານວຍການລັດວິສາຫາກິດ ນໍ້າປະປາ ນະຄອນຫລວງວຽງຈັນ ແລະ ທ່ານ ຣຽວ ເຫ ອິຊິອິ ( Ryohei ISHII ) ຫົວຫນ້າຂົງເຂດພາກພື້ນອາຊີ ບໍລິສັດທີ່ປຶກສາ ໂອລຽນໂທຣ ໂກຣໂບລ ຈໍາກັດ, ໂດຍການຮ່ວມເປັນສັກຂີພິຍານ ຂອງທ່ານ ແກ້ວພິລາວັນ ອາໄພລາດ ຮອງເຈົ້າຄອງນະຄອນຫລວງວຽງຈັນ, ທ່ານນາງ ວິໄລຄໍາ ໂພສາລາດ ຮອງລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ ແລະ ທ່ານນາງ ທິບພະກອນ ຈົນທະວົງສາ ຮອງລັດຖະມົນຕີ ກະຊວງການເງິນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ທັງ 3 ຝ່າຍ ເຂົ້າຮ່ວມ.

© ຈໍາປາໂພສ |  www.champapost.com
_________


No comments

Powered by Blogger.