Header Ads

ໂຄງການທາງລົດໄຟລາວ-ຈີນ ມີຄວາມພ້ອມ ຈ່າຍຄ່າຊົດເຊີຍຜູ້ໄດ້ຮັບຜົນກະທົບ


ກອງປະຊຸມປຶກສາຫາລືດ້ານວິຊາການກ່ຽວກັບການຊຳລະຄ່າຊົດເຊີຍສິ່ງກີດຂວາງໃນໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ໄດ້ຈັດຂຶ້ນໃນວັນທີ 22 ກຸມພາ 2018 ນີ້, ທີ່ຫ້ອງປະຊຸມຂອງພະແນກໂຍທາທິການ ແລະ ຂົນສົ່ງແຂວງຫລວງພະບາງ ໂດຍເປັນປະທານຂອງ ທ່ານ ລັດຕະນະມະນີ ຄູນນີວົງ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ທັງເປັນຫົວໜ້າຄະນະຄຸ້ມຄອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ, ມີບັນດາຄະນະກຳມະການໄກ່ເກ່ຍຂັ້ນແຂວງ, ຂັ້ນເມືອງ, ຫົວໜ້າພະແນກ ຍທຂ ແລະ ຫ້ອງການປະສານງານຈາກນະຄອນຫລວງ, ແຂວງຫລວງນ້ຳທາ, ອຸດົມໄຊ, ຫລວງພະບາງ ແລະ ແຂວງວຽງຈັນເຂົ້າຮ່ວມ.




ກອງປະຊຸມໃນຄັ້ງນີ້ ຈັດຂຶ້ນເພື່ອກະກຽມຄວາມຄິດເຫັນທາງດ້ານວິຊາການ ໃນການນໍາໄປສະເໜີຕໍ່ຄະນະຊີ້ນຳໂຄງການກ່ຽວກັບການຊຳລະຄ່າຊົດເຊີຍສິ່ງກີດຂວາງຂອງໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ. ໃນນັ້ນ, ໄດ້ຄົ້ນຄວ້າ 5 ບັນຫາຕົ້ນຕໍຄື: ຂັ້ນຕອນໃນການຊຳລະ, ເອກະສານທີ່ຈຳເປັນເພື່ອຢືນຢັນຄວາມຖືກຕ້ອງ, ການຈັດອັນດັບບຸລິມະສິດຊຳລະຄ່າຊົດເຊີຍ, ແຜນການຈັດຕັ້ງປະຕິບັດໃນການລົງຕິດຕາມກວດກາລະບົບລາຍງານການກະກຽມບັນຊີບຸກຄົນທີ່ຖືກຜົນກະທົບ ແລະ ບັນຫາອື່ນໆ.

ໃນໂອກາດດັ່ງກ່າວນີ້, ທ່ານ ລັດຕະນະມະນີ ຄູນນີວົງ ກ່າວວ່າ: ຜ່ານການຄົ້ນຄວ້າ ແລະ ປຶກສາຫາລືກັນເປັນເວລາ 1 ວັນ, ໄດ້ຕົກລົງ ແລະ ເຫັນດີເປັນເອກະພາບກັນໃນການຊຳລະຄ່າຊົດເຊີຍຢ່າງເປັນທາງການແລ້ວໂດຍໂອນເຂົ້າທະນາຄານການຄ້າຕ່າງປະເທດ ພ້ອມທັງສຳເນົາແຈ້ງໃຫ້ແຂວງໄດ້ຮັບຮູ້ ແລະ ທ່ານ ຮອງເຈົ້າແຂວງເປັນຜູ້ຊີ້ນຳໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ແລະ ເປັນຜູ້ອະນຸມັດຈ່າຍ.


ສຳລັບເອກະສານທີ່ຈຳເປັນເພື່ອຢືນຢັນຄວາມຖືກຕ້ອງຮັບປະກັນບໍ່ໃຫ້ມີການຮ້ອງຟ້ອງ, ທວງຖາມ ຫລື ຈ່າຍຊ້ຳຊ້ອນເຊັ່ນ: ຕ້ອງມີເອກະສານທີ່ເປັນຊັບສິນຂອງປະຊາຊົນພ້ອມທັງມີບົດບັນທຶກເຊັນກັບປະຊາຊົນໃນການຄິດໄລ່ຄ່າຊ່າຊົດເຊີຍ ແລະ ເອກະສານທີ່ເປັນຊັບສິນສາທາລະນະ; ສ່ວນການຈັດອັນດັບບຸລິມະສິດຊຳລະຄ່າຊົດເຊີຍໂດຍຈ່າຍໃຫ້ຜູ້ທີ່ຖືກກະທົບຕໍ່ຜົນຜະລິດເປັນບຸລິມະສິດອັນດັບໜຶ່ງ, ຮອງລົງມາແມ່ນທີ່ພັກອາໄສ, ສະຖານທີ່ສາທາລະນະ, ບ່ອນທຳມາຫາກິນ ຫລື ໂຮງຈັກໂຮງງານ. ສຳລັບແຜນການຈັດຕັ້ງປະຕິບັດແມ່ນໃຫ້ຫົວໜ້າຄະນະໄກ່ເກ່ຍຂັ້ນນະຄອນຫລວງ ແລະ ແຂວງ ນຳສະເໜີລາຍງານຂໍອະນຸມັດຈາການນຳແຂວງ. ສຳລັບຜູ້ຖືກຜົນກະທົບຕ້ອງເປີດບັນຊີຂອງຕົນເອງຢູ່ທະນາຄານການຄ້າຕ່າງປະເທດເພື່ອຮັບເງິນຈາກຄ່າຊົດເຊີຍ. 

ພາບ ແລະ ຂ່າວ: ແຂວງຫລວງພະບາງ 
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.