Header Ads

ບັນທຸກຊາຍເກີນນໍ້າໜັກ ເຮັດໃຫ້ເຮືອແຕກກາງນໍ້າຂອງ ເສຍຊີວິດ 1 ຄົນ




ເວລາປະມານ 7:00 ໂມງ ຂອງວັນທີ 18 ກຸມພາ 2018, ໄດ້ເກີດອຸບັດຕິເຫດເຮືອຈັກບັນທຸກຫີນ-ຊາຍ ແຕກຢູ່ກາງແມ່ນໍ້າຂອງ ເຂດຫ້ວຍຊົກ ເມືອງປາກລາຍ ແຂວງໄຊຍະບູລີ ເຮັດໃຫ້ເຮືອຈົມ ພາໃຫ້ມີຜູ້ເສຍຊີວິດ 1 ຄົນ.



ເຈົ້າໜ້າທີ່ ປກສ ເມືອງປາກລາຍ ລາຍງານວ່າ: ກ່ອນເກີດເຫດ ທ້າວ ລັກ ອາຍຸ 27 ປີ ແລະ ນາງ ຝົນອາຍຸ 20 ປີ (ຜົວ-ເມຍ) ແລະ ທ້າວ ຖາວອນ ອາຍຸ 29 ປີ ປະຊາຊົນຢູ່ບ້ານນໍ້າລິນ ເມືອງປາກລາຍ ໄດ້ພາກັນອອກຈາກບ້ານໄປເອົາຫີນ-ຊາຍຢູ່ບ້ານມ່ວງໃຕ້ ເມືອງປາກລາຍ. ພາຍຫຼັງໄປຮອດ, ກໍໄດ້ເອົາເຮືອຈັກຂະໜາດ 5 ແຮງ ຂອງພໍ່ ຂົນເອົາຫີນ-ຊາຍຢູ່ເຂດດອນກຸ່ມ ແມ່ນໍ້າຂອງ ເຂດບ້ານມ່ວງເໜືອ ເມືອງປາກລາຍ ໂດຍແມ່ນ ທ້າວ ລັກ ເປັນຄົນຂັບເຮືອ.

ພໍຂັບໄປຮອດເຂດດອນກຸ່ມ ໄດ້ພາກັນຕັກຊາຍໃສ່ເຮືອ ປະມານ 3 ໂຕນ ແລ້ວພາກັນລ່ອງເຮືອກັບຄືນຕາມແມ່ນໍ້າຂອງ, ພໍໄປຮອດດອນກ້ອນຂວາງ ຢູ່ເຂດຫ້ວຍຊົກ ເຮືອໄດ້ແຕກແລ້ວຈົມນໍ້າ ເຮັດໃຫ້ ນາງ ຝົນ ອາຍຸ 20 ປີ ຈົມນໍ້າຈົນເສຍຊີວິດ.

ປັດຈຸບັນ, ເຈົ້າໜ້າທີ່ໄດ້ປະສານກັບພາກສ່ວນທີ່ກ່ຽວຂ້ອງລົງເກັບກຳຂໍ້ມູນ ແລະ ສອບສວນພົບວ່າ: ເຮືອທີ່ເກີດອຸບັດຕິເຫດເປັນເຮືອເກົ່າ-ໂດກ, ບໍ່ຮັບປະກັນ ແລະ ບັນທຸກຊາຍເກີນນໍ້າໜັກ ຈຶ່ງເຮັດໃຫ້ເກີດອຸບັດຕິເຫດດັ່ງກ່າວຂຶ້ນ.

ທີ່ມາ: ນສພ ຄວາມສະຫງົບ 
© ຈໍາປາໂພສ |  www.champapost.com
_________


No comments

Powered by Blogger.