Header Ads

ອົງການຈັດຕັ້ງຊາວຈີນຢູ່ລາວອວຍພອນປີໃໝ່ຈີນຢູ່ສະຖານທູດຈີນປະຈຳ ສປປ ລາວ



ວັນທີ 16 ກຸມພານີ້ ເຊິ່ງເປັນມື້ຂຶ້ນປີໃໝ່ປີຈໍ ຕາມຈັນທະຄະຕິຂອງຈີນ, ທ່ານນາງຫຼີຢ້ຽນຈີ່ນ ປະທານສະມາຄົມຈີນນະຄອນຫຼວງວຽງຈັນຂອງ ສປປ ລາວໄດ້ນຳພາຜູ້ຄະນຜູ້ແທນອົງການຈັດຕັ້ງຊາວຈີນທີ່ນະຄອນຫຼວງວຽງຈັນເດີນທາງໄປສະຖານທູດຈີນ ປະຈຳ ສປປ ລາວເພື່ອອວຍພອນປີໃໝ່ຈີນຕໍ່ທ່ານ ຫວາງເວີນຖ່ຽນ ເອກອັກຄະລັດຖະທູດຈີນປະຈຳ ສປປ ລາວພ້ອມພັນລະຍາ ແລະພະນັກງານທຸກຖ້ວນໜ້າຂອງສະຖານທູດ.





ທ່ານ ຫວາງເວີນຖ່ຽນ ໄດ້ສະແດງຄວາມຍິນດີຕ້ອນຮັບແລະຂອບອົກຂອບໃຈຕໍ່ສະມາຄົມຈີນນະຄອນຫຼວງວຽງັຈນ ແລະຜູ້ຕາງໜ້າຊາວຈີນທີ່ຢູ່ລາວ, ແລະຂໍອວຍພອນໃຫ້ຊາວຈີນແລະຈີນຕ່າງດ້າວທີ່ອາໄສຢູ່ລາວຈົ່ງມີສຸກຂະພາບເຂັ້ມແຂງ, ສົມຫວັງທຸກປະການ ແລະອວຍພອນໃຫ້ວຽກງານຂອງອົງການຈັດຕັ້ງຊາວຈີນຈົ່ງປະສົບຜົນສຳເລັດເລື້ອຍໆ.





ຢູ່ໃນເດີ່ນຫຍ້າຂອງສະຖານທູດ, ສະມາຊິກໄວໜຸ່ມເຍົາວະຊົນຊາວຈີນຂອງຄະນະເຊີດສິງທີ່ຂຶ້ນກັບສະມາຄົມຈີນນະຄອນຫຼວງວຽງຈັນໄດ້ນຸ່ງຖືຢ່າງສວຍງາມແລະສະແດງການເຊີດສິງ ກັງຟູ ແລະລາຍການອື່ນໆໃນທ່າມກາງສຽງໝາກກະໂພກແລະສຽງຄ້ອງສຽງກອງທີ່ຄຶກຄື້ນມ່ວນຊື່ນ. ການສະແດງອັນຍອດຢ້ຽມໄດ້ເຮັດໃຫ້ຊາວຈີນຢູ່ຊົມຢູ່ກັບທີ່ນັ້ນຕົບມືໄຊໂຍໂຮຮ້ອງໄປນຳ ພາໃຫ້ປະຊາຊົນນະຄອນຫຼວງວຽງຈັນທີ່ເດີນທາງໄປມານັ້ນຈິ່ງຢຸດຢືນເບິ່ງດ້ວຍຄວາມສົນໃຈ. 



ພາບ ແລະ ຂ່າວ: ຊີອາໄອ
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.