Header Ads

ກອງບັນຊາການ ປກສ ເມືອງຄອບ ແຂວງ ໄຊຍະບູລີ ໄດ້ຈັດພິທີເປີດນໍາໃຊ້ສູນບໍາບັດ ແລະ ປ້ອມຍາມຈາລະຈອນ



ກອງບັນຊາການ ປກສ ເມືອງຄອບ ແຂວງ ໄຊຍະບູລີ ໄດ້ຈັດພິທີເປີດນໍາໃຊ້ສູນບໍາບັດ ແລະ ປ້ອມຍາມຈາລະຈອນ ຢູ່ທີ່ສູນບໍາບັດຂອງເມືອງ ໃນວັນທີ່ 15 ກຸມພາ 2018 ນີ້.ໂດຍ ໃຫ້ກຽດການ ເຂົ້າຮ່ວມຂອງ ທ່ານ ສົມນຶກ ສິງຄຳ ຮອງເຈົ້າເມືອງ ເມືອງຄອບ ມີ ທ່ານ ພັນໂທ ກົມແສງ ອິນນາມວົງ ຫົວໜ້າຫ້ອງການບັນຊາການ ປກສ ເມືອງ, ມີທ່ານ ພັນໂທ ສີຈັນ ປັນຍາແກ້ວ ຫົວໜ້າກອງປັນຍາການ ປກຊ, ມີບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ, ເລຂາຄະນະພັກຮາກຖານກຸ່ມບ້ານເທດສະບານເມືອງພ້ອມດ້ວຍນາຍ ແລະ ພົນຕຳຫຼວດເຂົ້າຮ່ວມ.



ໃນພິທີດັ່ງກ່າວ ທ່ານ ຮ້ອຍເອກ ວາລີ ວົງພະຈິດ ຮອງຫົວໜ້າກອງບັນຊາການ ປກສ ເມືອງ. ໃຫ້ກຽດຂຶ້ນຜ່ານບົດລາຍງານໃນການກໍ່ສ້າງອາຄານສູນບໍາບັດ ແລະ ປ້ອມຍາມຈາລະຈອນ. ສູນບໍາບັດຫຼັງນີ້ເປັນອາຄານຖາວອນ ຊັ້ນດຽວ ມີລວງຍາວ 24 ແມັດ, ລວງກ້ວາງ 8 ແມັດ, ກໍ່ດ້ວຍດິນບ໋ອກ, ຄານເບຕົງເສີມເຫຼັກມຸງດ້ວຍສັງກະສີມີ 2 ຫ້ອງນອນ. ເຊິ່ງສາມາດບັນຈຸຄົນໄດ້ 120 ຄົນ, ໃນນີ້ປະກອບມີ ເຮືອນຄົວ 1 ຫຼັງ ແລະ ຫ້ອງນໍ້າ 2 ຫ້ອງ ພ້ອມດ້ວຍປ້ອມຍາມຈາລະຈອນອີກໜຶ່ງຫຼັງ, ອາຄານດັ່ງກ່າວເລີ່ມລົງມືກໍ່ສ້າງນັບແຕ່ປີ 2016 ເປັນຕົ້ນມາ.
ຮອດປີ 2018 ຈຶ່ງສໍາເລັດ. ງົບປະມານໃນການກໍ່ສ້າງໃນຄັ້ງນີ້ແມ່ນໄດ້ຮັບການຊ່ວຍເຫຼືອຈາກອົງການຈັດຕັ້ງ ອຳນາດການປົກຄອງ ຈາກ 27 ບ້ານໃນທົ່ວເມືອງ. ງົບປະມານກອງທຶນຂອງຢາເສບຕິດຂັ້ນເມືອງ ແລະ ບໍລິສັດເກດມະນີ ຈຳນວນໜຶ່ງ ເຊີ່ງມີມູນຄ່າ 113.947.000 ກີບ ແລະ ງົບປະມານເຂົ້າໃນກໍ່ສ້າງປ້ອມຈາລະຈອນທັງໝົດ 142.505.000 ກີບ. ສູນດັ່ງກ່າວນີ້ເປັນບ່ອນບໍາບັດຜູ້ເສບຢາເສບຕິດ ແລະ ເປັນບ່ອນເຝິກຝົນຫຼໍ່ຫຼອມພ້ອມທັງສຶກສາອົບຮົມທາງດ້ານການເມືອງແນວຄິດ. ໃຫ້ພາກສ່ວນທີ່ຫຼົງເສບຢາເສບຕິດໃຫ້ກາຍເປັນພົນລະເມືອງດີຂອງສັງຄົມໃນອານາຄົດ.




ໃນຕອນທ້າຍຂອງພິທີ ທ່ານ ສົມນຶກ ສິງຄຳ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງ ເມືອງຄອບໃຫ້ກຽດໂອ້ລົມຕໍ່ພິທີດັ່ງກ່າວ ເຊີ່ງທ່ານໄດ້ສະແດງຄຳຍ້ອງຍໍຊົມເຊີຍຕໍ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງພ້ອມດ້ວຍອຳນາດການປົກຄອງໃນແຕ່ລະບ້ານ ທີ່ໄດ້ປະກອບສ່ວນທາງດ້ານທຶນຮອນ ແລະ ເຫື່ອແຮງເຂົ້າໃນການກໍ່ສ້າງອາຄານບໍາບັດ ແລະ ປ້ອມຈາລະຈອນດັ່ງກ່າວສຳເລັດຕາມລະດັບຄາດໝາຍ ພ້ອມດຽວກັນນີ້ ທ່ານຍັງໄດ້ຮຽກຮ້ອງມາຍັງເຈົ້າໜ້າທີ່ ທີ່ກ່ຽວຂ້ອງພ້ອມດ້ວຍອຳນາດການປົກຄອງທຸກຂັ້ນຈົ່ງຊ່ວຍກັນປົກປັກຮັກສານໍາໃຊ້ໃຫ້ເກີດປະໂຫຍດສູງສຸດ ແລະ ຍາວນານ ພ້ອມທັງໃຫ້ກຽດກ່າວເປີດການນຳໃຊ້ອາຄານດັ່ງກ່າວຢ່າງເປັນທາງການ.


ພາບ ແລະ ຂ່າວ: ວສລ
© ຈໍາປາໂພສ |  www.champapost.com

_________

No comments

Powered by Blogger.