Header Ads

ພະນະທ່ານປະທານປະເທດແຫ່ງສປປລາວຢ້ຽມຢາມໂຄງການກໍ່ສ້າງເຂື່ອນໄຟຟ້າພະລັງນໍ້າ ແຂວງໄຊຍະບູລີ




ໃນວັນທີ 16 ກຸມພາ ນີ້ ພະນະ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ຢ້ຽມຢາມໂຄງການກໍ່ສ້າງເຂື່ອນໄຟຟ້າພະລັງງານນໍ້າ-ນໍ້າຂອງ ແຂວງ ໄຊຍະບູລີ, ໃຫ້ການຕ້ອນຮັບໂດຍ ທ່ານ ພົງສະຫວັນ ສິດທະວົງ ກຳມະການສູນກາງພັກ, ເລຂາພັກແຂວງ,ເຈົ້າແຂວງ ໄຊຍະບູລີ ພ້ອມດ້ວຍການນໍາຂອງແຂວງ ໃຫ້ການຕ້ອນຮັບຢ່າງອົບອຸ່ນ. 



່ອນອື່ນທີມງານຂອງ ທ່ານ ປະທານປະເທດແມ່ນໄດ້ຮັບຟັງການລາຍງານຫຍໍ້ ການກໍ່ສ້າງເຂື່ອນ ຈາກທ່ານ ອານຸພາບ ວົງລະຄອນ ຮອງຜູ້ຈັດການບໍລິສັດໄຊຍະບູລີພາວເວີ ທ່ານໄດ້ກ່າວວ່າ: ການກໍ່ສ້າງເຂື່ອນໄຟຟ້າພະລັງນໍ້າໄຊຍະບູລີມາຮອດປະຈຸບັນແມ່ນມີຄວາມຄີບໜ້າແລ້ວ 90 %, ການກໍ່ສ້າງເຂື່ອນໄຟຟ້າພະລັງນໍ້າໄຊຍະບູລີໄດ້ເລີ່ມລົງມືແຕ່ປີ 2012 ແລະຮອດປີ 2019 ແມ່ນຈະສຳເລັດໄດ້ ແລະ ເປີດເຄື່ອງຜະລິດໄຟຟ້າຈຳໜ່າຍຂາຍໃຫ້ປະເທດໄທ ແລະ ຈຳນວນໜຶ່ງໃຊ້ໃນປະເທດ, ໂຄງການໄຟຟ້າພະລັງນໍ້າໄຊຍະບູລີມີ ລັກສະນະເປັນເຂື່ອນນໍ້າໄຫຼໂດຍສະເລ່ຍການໄຫຼຂອງນໍ້າແມ່ນ 4.000 ແມັດກ້ອນຕໍ່ວິນາທີ, ມີຄວາມສູງ 28,5ແມັດ ຄວາມກ້ວາງຂອງສັນເຂື່ອນ 820 ແມັດ, ມີບານປະຕູລະບາຍນໍ້າ 7 ປ່ອງ ແລະ ບານປະຕູລະບາຍຕະກອນ4 ປ່ອງ, ມີຊ່ອງທາງເຮືອຂື້ນລ່ອງ ກວ້າງ 12 ແມັດ, ຍາວ 700 ແມັດ, ສາມາດຮັບຮອງເຮືອຂົນສົ່ງສິນຄ້າໄດ້ 500ໂຕນ, ເຂື່ອນດັ່ງກ່າວມີກຳລັງຕິດຕັ້ງໄຟຟ້າທັງໝົດ 1.285 ເມກາວັດ, ມີ8ຊຸດ, ໃນນີ້ມີເຄື່ອງກຳເນີດໄຟຟ້າຂະໜາດ175 ເມກາວັດ 7 ຊຸດ, ສົ່ງໄຟຟ້າຜ່ານລະບົບສາຍສົ່ງ 500 ກິໂລໂວນຂາຍໃຫ້ການໄຟຟ້າຜະລິດແຫ່ງປະເທດໄທ ແລະ ເຄື່ອງກຳເນີດໄຟຟ້າ 60 ເມກາວັດຈຳນວນ 1 ຊຸດແມ່ນຈະໄດ້ສົ່ງຜ່ານສາຍສົ່ງ 115 ກິໂລໂວນເພື່ອຮັບໃຊ້ໃນ ສປປລາວ. 





ລວມມູນຄ່າການກໍ່ສ້າງທັງໝົດ 4 ຕື້ໂດລາສະຫະລັດ, ສ່ວນປະຊາຊົນທີ່ຖືກຜົນກະທົບ, ທາງບໍລິສັດ ນອກຈາກທົດແທນຜົນເສຍຫາຍແລ້ວ, ຍັງໄດ້ປະກອບອາຊີບໃຫ້ປະຊາຊົນໂດຍການຝຶກວິຊາຊີບເຊັ່ນ: ການປູກ, ການລ້ຽງ, ການຈັກສານ-ຫັດຖະກຳ, ການແປຮູບຜະລິດຕະພັນສິນຄ້າໂອດອບ, ການບໍລິການ ແລະ ອື່ນໆ, ສະເລ່ຍລາຍຮັບໄດ້ 10-15 ລ້ານກີບຕໍ່ຄົວເຮືອນຕໍ່ປີ, ຈາກນັ້ນທ່ານ ປະທານປະເທດ ພ້ອມດ້ວຍຄະນະກໍ່ໄດ້ເຂົ້າຢ້ຽມຢາມເບິ່ງໜ້າວຽກການກໍ່ສ້າງຕົວຈິງຢູ່ສັນເຂື່ອນຕື່ມອີກ.

ພາບ ແລະ ຂ່າວ: ຂ່າວໄຊຍະບູລີ (ມີເດຍລາວ)

© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.