Header Ads

ນັກລົງທຶນຈີນສໍາປະທານເດີນບິນເກົ່າວັງວຽງ ເພື່ອເນລະມິດ



ໃນວັນທີ 13 ກຸມພາ 2018 ນີ້ທີ່ພະແນກແຜນການ-ການລົງທຶນແຂວງວຽງຈັນ ໄດ້ມີພິທີເຊັນສັນຍາເພື່ອພັດທະນາເດີ່ນບິນເກົ່າເມືອງວັງວຽງໃຫ້ກາຍເປັນແຫຼ່ງທ່ອງທ່ຽວໄດ້ມີຂຶ້ນລະຫວ່າງທ່ານຫຼິວຟຸກວາງປະທານບໍລິສັດອີຈິນວິສາວະກຳກໍ່ສ້າງລາວຈຳກັດໃນນາມຜູ້ລົງທຶນກັບທ່ານສຸກັນວິໄລຣັດຫົວໜ້າພະແນກແຜນການ-ການລົງທຶນແຂວງວຽງຈັນໂດຍຊ້ອງໜ້າທ່ານ ວິດົງ ໄຊຍະສອນເຈົ້າແຂວງໆວຽງຈັນ.





ທ່ານ ຫຼິວ ຟຸກວາງປະທານບໍລິສັດປະທານບໍລິລັດອີຈິນວິສາວະກຳກໍ່ສ້າງລາວຈຳກັດໃຫ້ສຳພາດຕໍ່ຜູ້ສື່ຂ່າວວ່າ:ຫຼັງຈາກການເຊັນສັນຍາຄັ້ງນີ້ແລ້ວຕົນເອງຈະໄດ້ວ່າຈ້າງບໍລິສັດທີ່ມີຄວາມສາມາດມາອອກແບບລາຍລະອຽດໃນບັນດາກິດຈະກຳຂອງໂຄງການຄື: ກໍ່ສ້າງໂຮງແຮມ 5 ດາວ,ໂຮງໝໍ, ໂຮງຮຽນທ່ອງທ່ຽວ, ຫໍສະແດງວັດທະນະທຳປະເພນີຊົນເຜົ່າລາວເພື່ອເກັບປີ້ນັກທ່ອງທ່ຽວເຂົ້າຊົມ.

ທ່ານກ່າວຕໍ່ອີກວ່າໂຄງການນີ້ຖືກຈັດຕັ້ງປະຕິບັດຢູ່ເດີ່ນບິນເກົ່າເມືອງວັງວຽງໃນເນື້ອທີ່16,24ເຮັກຕາໄລຍະການກໍ່ສ້າງ5ປີແລະໄລຍະສຳປະທານ50ປີມູນຄ່າການລົງທຶນທັງໝົດ200ລ້ານໂດລາ.





ທ່ານ ຫຼິວ ຟຸກວາງ ກ່າວຕື່ມ:ສາເຫດທີ່ຕົນເອງເຂົ້າມາລົງທຶນໃນໂຄງການນີ້ຍ້ອນເບິ່ງເຫັນທ່າແຮງຂອງດ້ານການທ່ອງທ່ຽວເຊິ່ງທ່ານເບິ່ງເຫັນວ່າປະເທດລາວມີທ່າແຮງເຊິ່ງເປັນປະເທດທີ່ເປັນຈຸດເຊື່ອມຈອດລະຫວ່າງຈີນແລະອາຊຽນເປັນປະເທດທີ່ນອນໃນໜຶ່ງແລວທາງໜຶ່ງເສັ້ນທາງຂອງຈີນແລະຢູ່ເມືອງວັງວຽງກໍ່ມີສະຖານນີລົດໄຟລາວ-ຈີນຕັ້ງຢູ່ເຊິ່ງຫາກທາງລົດໄຟລາວ-ຈີນສຳເລັດນັກທ່ອງທ່ຽວຊາວຈີນຈະເຂົ້າມາທ່ຽວຊົມເມືອງລາວເວົ້າສະເພາະກໍ່ຄືວັງວຽງຫຼາຍຂຶ້ນແລະສະຖານທີ່ແຫຼ່ງທ່ອງທ່ຽວທີ່ຕົນລົງມືພັດທະນານີ້ຈະເປັນບ່ອນດຶງດູດໃຫ້ນັກທ່ອງທ່ຽວເຂົ້າມາພັກເຊົາແລະເຮັດກິດຈະກຳຕ່າງໆຢູ່ເມືອງວັງວຽງຫຼາຍຂຶ້ນ.

ແຫລ່ງຂ່າວ: ແຂວງວຽງຈັນ
© ຈໍາປາໂພສ |  www.champapost.com

_________




No comments

Powered by Blogger.