Header Ads

ເຫດລົດບັນທຸກ ແລ່ນສວນກັນມາດ້ວຍຄວາມໄວແລ້ວຕຳເຂົ້າຮ້ານຂາຍເຄື່ອງແຄມທາງເຮັດໃຫ້ມີຜູ້ບາດເຈັບສາຫັດ ຂາຂາດທັງສອງເບື້ອງ



ແຂວງຫລວງພະບາງ  : ໃນວັນທີ 12 ກຸມພາ 2018 ເວລາປະມານ 9:00 ໂມງ ໄດ້ເກີດເຫດໂສກອານາດຕະກໍາລົດບັນທຸກແລ່ນສວນທາງກັນມາດ້ວຍຄວາມໄວແລ້ວຕຳເຂົ້າຮ້ານຂາຍເຄື່ອງແຄມທາງ ທີ່ບ້ານຜາທືງ ເມືອງປາກອູ ແຂວງຫລວງພະບາງ  ເຊິ່ງອຸບັດຕິເຫດດັ່ງກ່າວເຮັດໃຫ້ເຈົ້າຂອງຮ້ານຂາຍເຄື່ອງໄດ້ຮັບບາດເຈັບສາຫັດ ຂາຂາດທັງສອງເບື້ອງ. 






ຈາກເຫດການດັ່ງກ່າວ ສະທ້ອນຄວາມຂາດນໍ້າໃຈຂອງຜູ້ຂັບຂີ່, ບໍ່ປະຕິບັດກົດຈໍລະຈອນ, ບໍ່ໃຫ້ກຽດຕໍ່ຜູ້ຮ່ວມໃຊ້ລົດໃຊ້ຖະໜົນນໍາກັນ ແລະ ຂັບຂີ່ແບບປະໜາດຈົນເປັນເຮັດໃຫ້ຜູ້ບໍລິສຸດຕ້ອງໄດ້ຮັບບາດເຈັບສາຫັດ ແລະ ເກີດຄວາມເສຍຫາຍແກ່ຊັບສີນຜູ້ອື່ນ ເຊິ່ງຫວັງວ່າເຫດການນີ້ຈະເປັນອຸທອນຫອນໃຫ້ແກ່ຜູ້ຮ່ວມໃຊ້ລົດໃຊ້ຖະໜົນນໍາກັນ ໂດຍສະເພາະຜູ້ທີ່ຂັບຂີ່ລົດບັນທຸກ.







© ຈໍາປາໂພສ |  www.champapost.com

_________

No comments

Powered by Blogger.