Header Ads

ໂຮງຮຽນມັດທະຍົມສຶກສາສົມບູນ ເມືອງຄອບແຂວງໄຊຍະບູລີ ໄດ້ຈັດພິທີມອບຮັບອາຄານຮຽນ ຄອມພິວເຕີຫຼັງໃໝ່




ພິທີມອບຮັບອາຄານຮຽນ ຄອມພິວເຕີຫຼັງໃໝ່ ຂອງໂຮງຮຽນມັດທະຍົມສຶກສາສົມບູນ ເມືອງຄອບ ແຂວງໄຊຍະບູລີ ໄດ້ຈັດຂື້ນໃນວັນທີ 7 ກຸມພາ 2018 ຜ່ານມານີ້ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ສົມນຶກ ສິງຄຳ ຮອງເຈົ້າເມືອງໆຄອບ, ມີທ່ານ ດ໋ອກເຕີ ຄຳຄ່ອງ ບົວຄຳ ຕ່າງໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີທ່ານ ແດນນຽວ ຊິກຟີຣກ ເຈົ້າຂອງໂຄງການມູນນິທິເກື້ອຝັນເດັກ, ມີທ່ານ ກັນທະ ນຸວົງໄຊ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ມີອຳນາດການປົກຄອງ ພ້ອມດ້ວຍຄູ-ອາຈານ ແລະ ນ້ອງນ້ອຍນັກຮຽນເຂົ້າຮ່ວມ.



ໃນພິ ທ່ານ ຄຳເລັກ ມະໄລວັນ ອຳນວຍການໂຮງຮຽນມັດທະຍົມສຶກສາສົມບູນເມືອງຄອບ ໄດ້ຂຶ້ນ ຜ່ານບົດລາຍງານ ການກໍ່ສ້າງອາຄານຮຽນ ຄອມພິວເຕີ, ອາຄານຫລັງນີ້ ເປັນອາຄານທີ່ຖາວອນ ຊັ້ນດຽວ ກ້ວາງ 9 ແມັດ, ຍາວ 12 ແມັດ, ກໍ່ດ້ວຍດິນຈີ່ ຄານເປຕົງເສີມເຫຼັກ ມຸງດ້ວຍກະເບື້ອງ ປະກອບດ້ວຍເຟີນິເຈີຄົບຊຸດ ແລະ ຄອມພິວເຕີຈຳນວນ 31 ຊຸດ, ສາມາດບັນຈຸນັກຮຽນເຂົ້າຮຽນໄດ້ທັງໝົດ 31 ຄົນ ໂດຍໃຊ້ເວລາການກໍ່ສ້າງເປັນເວລາ 4 ເດືອນ, ເລີ່ມລົງມືການກໍ່ສ້າງແຕ່ວັນທີ 15 ກໍລະກົດ 2017 – 15 ພະຈິກ 2017 ທີ່ຜ່ານມາຈິ່ງສຳເລັດ. ຫ້ອງຄອມພິວເຕີດັ່ງກ່າວໄດ້ຮັບທຶນຊ່ວຍເຫຼືອຈາກໂຄງການມູນນິທິເກື້ອຝັນເດັກ ຈຳນວນ 421,600,000 ກີບ. ທຶນປະກອບສ່ວນຊຸມຊົນ ຈຳນວນ 17,115,000 ກີບ. ລວມມູນຄ່າການກໍ່ສ້າງທັງໝົດ 440,715,000 ກີບ.



ໃນໂອກາດດຽວກັນນີ້ ມີທ່ານ ແດນນຽວ ຊີກຟີຣກ ເຈົ້າຂອງໂຄງການມູນນິທິເກື້ອຝັນເດັກ ໃຫ້ກຽດກ່າວມອບຫ້ອງຄອມພິວເຕີດັ່ງກ່າວ ໂດຍເປັນກຽດການກ່າວຮັບ ຂອງ ທ່ານ ຄຳເລັກ ມະໄລວັນ ອຳນວຍການໂຮງຮຽນມັດທະຍົມສຶກສາສົມບູນເມືອງຄອບ ເປັນຜູ້ກ່າວຮັບ.
ໃນຕອນທ້າຍຂອງພິທີ ທ່ານ ສົມນຶກ ສິງຄຳ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງໆຄອບ ໃຫ້ກຽດໂອ້ລົມຕໍ່ພິທີ ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜູ້ໄດ້ທຶນ ແລະ ອຳນາດການປົກຄອງ ກໍ່ຄື ປະຊາຊົນພາຍໃນຊຸມຊົນທີ່ເຫັນໄດ້ຄວາມສຳຄັນຂອງວຽກງານການສຶກສາ ຈິ່ງໄດ້ທຸ່ມເທເຫື່ອແຮງ ກໍ່ສ້າງ ສຳເລັດຕາມລະດັບຄາດໝາຍ ພ້ອມດຽວກັນນີ້ ທ່ານ ຍັງໄດ້ຮຽກຮ້ອງມາຍັງອຳນາດການປົກຄອງທຸກໆພາກສ່ວນຂອງຊຸມຊົນ ພ້ອມດ້ວຍຄູອາຈານ ແລະ ນັກຮຽນຈົ່ງນຳໃຊ້ຄຸ້ມຄອງຄອມພິວເຕີໃໝ່ນີ້ ໃຫ້ເກີດປະໂຫຍດສູງສຸດ ເອົາໃຈໃສ່ເບິ່ງແຍງດູແລໃນການປົກປັກຮັກສານຳໃຊ້ໃຫ້ໄດ້ຍາວນານ.


ພາບ ແລະ ຂ່າວ: ວສລ 
© ຈໍາປາໂພສ |  www.champapost.com

_________


No comments

Powered by Blogger.