Header Ads

3 ພາກສ່ວນ ມອບເຄື່ອງຊ່ວຍເຫຼືອສະພາປະຊາຊົນແຂວງເຊກອງ




ແຂວງເຊກອງ : ມູນນິທິຊ່ວຍເຫຼືອຄົນທຸກຍາກສາຂານະຄອນຫຼວງວຽງຈັນ, ວິທະຍາໄລການຄ້າລາວ ແລະບໍລິສັດສະຫວັນທີວີເອສ ໄດ້ນຳເອົາເຄື່ອງນຸ່ງ-ຫົ່ມ, ອຸປະກອນການຮຽນ-ການສອນ, ອຸປະກອນກີລາ ແລະຄອມພິວເຕີ້ລວມມູນຄ່າເກືອບ 40 ລ້ານກີບມອບໃຫ້ສະພາປະຊາຊົນແຂວງເຊກອງ ເພື່ອນຳໄປແຈກຢາຍໃຫ້ປະຊາຊົນຜູ້ທຸກຍາກ.

ພິທີມອບ-ຮັບໄດ້ມີຂຶ້ນໃນວັນທີ 12 ກຸມພາ 2018 ທີ່ສະໂມສອນສະພາປະຊາຊົນແຂວງເຊກອງ ຊຶ່ງຕາງໜ້າກ່າວມອບແມ່ນທ່ານ ປອ ວິໄລວົງ ບຸດດາຄຳ ປະທານກຳມາທິການເສດຖະກິດ, ແຜນການ ແລະການກວດສອບ, ສະພາແຫ່ງຊາດ, ກ່າວຮັບແມ່ນທ່ານ ພອນເພັດ ຄິວລະວົງ ປະທານສະພາປະຊາຊົນແຂວງເຊກອງ ໂດຍມີທ່ານ ເຫຼັກໄຫຼ ສີວິໄລ ຮອງເຈົ້າແຂວງໆເຊກອງ, ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເຄື່ອງທີ່ນຳມາມອບຄັ້ງນີ້ ປະກອບມີຜ້າຫົ່ມ + ສະບູ ລວມມູນຄ່າ 20 ລ້ານກີບ; ເຄື່ອງນຸ່ງ + ເກີບ + ຄອມພິວເຕີ້ ລວມມູນຄ່າ 15 ລ້ານກີບ ແລະອຸປະກອນການຮຽນ-ການສອນ, ອຸປະກອນກີລາ ລວມມູນຄ່າ 1,5 ລ້ານກີບ.


ໂອກາດນີ້ ທ່ານ ພອນເພັດ ຄິວລະວົງ ກໍໄດ້ສະແດງຄວາມຂອບໃຈມາຍັງມູນນິທິຊ່ວຍເຫຼືອຄົນທຸກຍາກສາຂານະຄອນຫຼວງວຽງຈັນ, ວິທະຍາໄລການຄ້າລາວ ແລະບໍລິສັດສະຫວັນທີວີເອສທີ່ໄດ້ນຳເອົາເຄື່ອງມາຊ່ວຍເຫຼືອໃນຄັ້ງນີ້ ແລະຫວັງຢ່າງຍິ່ງວ່າ ຕໍ່ໜ້າຈະໄດ້ຮັບການຊ່ວຍເຫຼືອຈາກພວກທ່ານອີກ ພ້ອມທັງໃຫ້ສັນຍາວ່າ ຈະນຳເຄື່ອງດັ່ງກ່າວໄປແຈກຢາຍໃຫ້ປະຊາຊົນຜູ້ທຸກຍາກຕາມຄວາມເໝາະສົມ ແລະເປັນທຳ.


ຂ່າວ-ພາບ : ສັນຍາ (ຂ່າວແຂວງເຊກອງ)

© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.