Header Ads

ໄຟໄໝ້ເຮືອນປະຊາຊົນ 2 ຫຼັງ ທີ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ



ແຂວງບໍ່ແກ້ວ: ໃນຕອນບ່າຍວັນທີ 22 ກຸມພາ 2018 ມີລາຍງານຈາກປະຊາຊົນວ່າ ເກີດເຫດໄຟໄໝ້ ເຮືອນປະຊາຊົນ ທີ່ບ້ານມອນ, ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ. ສໍາລັບຂໍ້ມູນເບື້ອງຕົ້ນແມ່ນເຫດດັ່ງກ່າວເຮັດໃຫ້ເຮືອນໄໝ້ເສຍຫາຍ 2​ ຫຼັງ (ໄໝ້ໝົດຫຼັງ) ແລະ ມີຄົນບາດເຈັບ 1 ຄົນ ໂດຍສາເຫດ  ແລະ ຄວາມເສຍຫານຈາກເຫດອັກໄພໃນຄັ້ງນີ້ແມ່ນຍັງບໍ່ທັນສາມາດລະບຸໄດ້ເທື່ອ ແລະ ຕ້ອງລໍຖ້າການສືບສວນຂອງເຈົ້າໜ້າທີ່ກ່ຽວຂ້ອງ.​



















ພາບ ແລະ ຂ່າວ: ແຕ່ງອອນ ອາງສອນ
© ຈໍາປາໂພສ |  www.champapost.com

_________


No comments

Powered by Blogger.