Header Ads

ລລທ ປະຕິບັດບໍ່ໄດ້ຕາມແຜນຫຼຸດແຜນ 12,42%




ໃນໄລຍະຜ່ານມາ ລັດວິສາຫະກິດ ລາວໂທລະຄົມມະນາຄົມ ( ລລທ ) ໄດ້ຍົກສູງວຽກງານບໍລິຫານໃຫ້ຖືກຕ້ອງຕາມລະບຽບກົດໝາຍໃຫ້ມີຄຸນນະພາບ ແລະ ມີປະສິດທິຜົນດີຂຶ້ນເທື່ອລະກ້າວ, ໄດ້ມີການກວດສອບພາຍໃນຢ່າງເປັນປົກກະຕິ, ພັດທະນາລະບົບບໍລິຫານໃຫ້ມີຄຸນນະພາບ ISO 9001 - 2008, ລົງກວດນັບສິນຄ້າ ແລະ ຄັງເງິນສົດຂອງພາກສ່ວນການຕະຫຼາດ ແລະ ບັນຊີການເງິນທຸກໆເດືອນ. 



ທ່ານ ສຸກສະຫວັດ ມີໄຊ ຮອງອຳນວຍການ ບໍລິສັດລັດວິສະຫະກິດ ລາວໂທລະຄົມມະນາຄົມ ສາຂາຫຼວງພະບາງ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາທາງຄະນະນຳຂອງ ລລທ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ ໃຫ້ພະນັກງານ ໂດຍການນຳເອົາແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ມະຕິ, ຄຳສັ່ງ ມາເຊື່ອມຊືມໃຫ້ພະນັກງານ ເຮັດໃຫ້ມີແນວຄິດອຸ່ນອ່ຽງ, ທຸນທ່ຽງ. ອັນພົ້ນເດັ່ນແມ່ນໄດ້ສຸມໃສ່ວຽກງານວິຊາສະເພາະຂອງຕົນເຮັດໃຫ້ວຽກງານມີຜົນສຳເລັດໃນຫຼາຍດ້ານເປັນຕົ້ນແມ່ນດ້ານລາຍຮັບ-ລາຍຈ່າຍ ສາມາດເກັບລາຍຮັບຈາກບັດຕື່ມເງິນໄດ້ທັງໝົດ 88 ຕື້ 832 ລ້ານກວ່າກີບ ຕາມແຜນແມ່ນ 108 ຕື້ 270 ລ້ານກີບ ສົມທຽບໃສ່ແຜນການແມ່ນຫລຸດຄາດໝາຍ 12,42%, ປະຕິບັດລາຍຈ່າຍໄດ້ 38 ຕື້ 397ລ້ານກວ່າກີບ, ກຳໄລ 50 ຕື້ 435 ລ້ານກວ່າກີບ, ພັນທະຖອກໃຫ້ທ້ອງຖິ່ນ 19 ຕື້ 46 ລ້ານກວ່າກີບ, ຖອກພັນທະຄ່າລຸ້ຍຫ້ຽນໃຫ້ສູນກາງ 74 ຕື້ກີບ. ນອກນີ້ແລ້ວຍັງໄດ້ລົງກິດຈະກຳຕ່າງໆໃນງານບຸນສາມາດຂາຍເບີ MBB ໄດ້ 2.573 ເບີ ປະຕິບັດໄດ້ 65,55%, ເບີວິນໂຟນ ( winphone ) 220 ໜ່ວຍ ປະຕິບັດໄດ້ 74,58%.ສຳເລັດວຽກງານໂຄງການເຟສ 25.5 3G ມີ 13 ສະຖານີ, ເຟສ 25.5 4G ມີ 12 ສະຖານີ, ເຟສ 25.6 4Ga ມີ 11 ສະຖານີ ແລະ ເຟສ 25.6 4G ມີ 8 ສະຖານີ, ຕິດຕັ້ງເບສເຂົ້າສະຖານີຢູ່ໂຄງການທາງລົດໄຟໄດ້ 3 ສະຖານີ



ວັນທີ 20 ກຸມພາ 2018 ນີ້, ຢູ່ບໍລິສັດລັດວິສະຫະກິດ ລາວໂທລະຄົມມະນາຄົມ ສາຂາຫຼວງພະບາງ ໄດ້ຈັດກອງປະຊຸມສະຫຼຸບວຽກງານຮອບດ້ານ ປະຈຳປີ 2017 ແລະ ວາງທິດທາງ 2018 ຂຶ້ນຢ່າງເປັນທາງການ ໂດຍການເຂົ້າຮ່ວມຂອງທ່ານ ພູມີ ຄຸນປະເສີດ ຮອງຫົວໜ້າພະແນກໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ, ມີອຳນວຍບໍລິສັດລັດວິສະຫະກິດ ລາວໂທລະຄົມມະນາຄົມ ສາຂາຫຼວງພະບາງ ພ້ອມດ້ວຍຄະນະ ແລະ ຄະນະກວດສອບ, ຫົວໜ້າຂະແໜງຕະຫຼອດ, ພະນັກງານລາວໂທລະຄົມທຸກສາຂາໃນທົ່ວແຂວງເຂົ້າ. ຕອນທ້າຍກອງປະຊຸມ ບັນດາຂະແໜງການກໍ່ໄດ້ພ້ອມກັນຈັບມືແຂ່ງຂັນ ເພື່ອພ້ອມກັນປະຕິບັດເປົ້າໝາຍທີວາງໄວ້ໃຫ້ມີຜົນສຳເລັດ.

ພາບ-ຂ່າວ ໂດຍ ໄຊຍະສອນ (ຂ່າວສານຫຼວງພະບາງ)
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.