Header Ads

ກອງປະຊຸມຄະນະກໍາມະການຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນລາວ-ໄທ ລະຫ່ວາງແຂວງ ບໍລິຄໍາໄຊ-ຈັງຫວັດບຶງການ ຄັ້ງທີ 4




ໃນກອງປະຊຸມຄັ້ງນີ້ ຕ່າງໜ້າຄະນະກໍາມະການຂອງແຂວງ ບໍລິຄໍາໄຊ ແລະ ຈັງຫວັດບຶງການໄດ້ພັດປ່ຽນກັນຜ່ານຮ່າງປົດບັນທຶກກອງປະຊຸມຄະນະກໍາມະການຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນລາວ-ໄທ ລະຫ່ວາງແຂວງ ບໍລິຄໍາໄຊ-ຈັງຫວັດບຶງການ ຄັ້ງທີ 4 ໂດຍປະຕິບັດຕາມບົດບັນທຶກກອງປະຊຸມຄະນະເຈົ້າແຂວງ ແລະ ຜູ້ວ່າລາຊະການຈັງຫວັດ ລາວ-ໄທຄັ້ງ ທີ 10 ລະຫ່ວາງ ວັນທີ 26-28 ກັນຍາ 2017 ທີ່ນະຄອນຫຼວງວຽງຈັນ ສປປລາວ, ບົດບັນທຶກກໍາມາທິການຮ່ວມ ວ່າດ້ວຍຮ່ວມມື ລາວ-ໄທ ຄັ້ງທີ 24 ລະຫ່ວາງວັນທີ 18-21 ທັນວາ 2017 ທີ່ ນະຄອນຫຼວງວຽງຈັນ ສປປລາວ ແລະ ບົດບັນທຶກຄະນະກໍາມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນແຂວງ ບໍລິຄໍາໄຊ-ຈັງຫວັດ ບຶງການຄັ້ງທີ 3 ລົງວັນທີ 22 ທັນວາ 2016 ທີ່ຈັງຫວັດບຶງການ ລາຊາອານາຈັກໄທ. 



ສໍາລັບຮ່າງບົດບັນທຶກແມ່ນກຳນົດເອົາເນື້ອໃນທີ່ສຳຄັນຫລາຍດ້ານເປັນບ່ອນອີງເປັນລາຍລັກອັກສອນໃຫ້ແກ່ຄະນະກໍາມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນລາວ-ໄທ ລະຫ່ວາງແຂວງ ບໍລິຄໍາໄຊ - ຈັງຫວັດບຶງການໄດ້ຈັດຕັ້ງປະຕິບັດໃຫ້ມີຄວາມສອດຄ່ອງ ແລະ ມີຜົນສໍາເລັດໃນແຕ່ລະດ້ານເຊັ່ນ: ດ້ານການຮັກສາຄວາມສພະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຕາມຊາຍແດນ, ດ້ານການອໍານວຍຄວາມສະດວກ ແລະ ຄວາມປອດໄພໃນການເຂົ້າ-ອອກເມືອງ, ດ້ານການຮ່ວມມືໃນການປ້ອງກັນ ແລະ ປາບປາມຢາເສບຕິດ, ດ້ານການຮ່ວມມືໃນການດໍາເນີນກິດຈະການຕ່າງໆຕາມແມ່ນໍ້າຂອງ, ດ້ານການສົ່ງເສີມການຮ່ວມ ມືດ້ານຕ່າງໆ. 


ຄະນະຜູ້ແທນກອງປະຊຸມທັງສອງຝ່າຍຍັງປະກອບຄໍາເຫັນໃສ່ຮ່າງບົດບັນທຶກ ເພື່ອຈະໄດ້ເປັນເອກະພາບກັນທາງ ດ້ານເນື້ອໃນ ຄວາມໝາຍດ້ານພາສາລາວ ແລະ ພາສາໄທ ທັງສອງພາສານັ້ນລ້ວນແຕ່ມີຄວາມໝາຍ ແລະ ມີຄຸນຄ່າເທົ່າທຽມກັນ.ຈາກນັ້ນທັງສອງຝ່າຍລົງນາມເຊັນບົດຮ່ວມກັນ ເຊັນຕ່າງຝ່າຍແຂວງ ບໍລິຄໍາໄຊໂດຍ ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງ ບໍລິຄໍາໄຊ ແລະ ທ່ານ ພິສຸດ ບຸດສະຍະພັນພົງ ຜູ້ວ່າລາຊະການຈັງຫວັດບຶງການ ໂດຍມີຄະນະກໍາມະການຈາກພາກສ່ວນທີ່ກ່ຽວຂ້ອງ 2 ແຂວງ ເຂົ້າຮ່ວມເປັນສັກຂີພິຍານ. 


ຈຸດປະສົງກໍ່ເພື່ອສ້າງໃຫ້ຊາຍແດນຂອງສອງປະເທດລາວ - ໄທ ເວົ້າລວມ, ເວົ້າສະເພາະແຂວງ ບໍລິຄໍາໄຊ-ຈັງຫວັດ ບຶງການໃຫ້ກາຍເປັນຊາຍແດນແຫ່ງສັນຕິພາບ,ມິດຕະພາບ, ມີຄວາມສາມັກຄີ ແລະ ຮັກສາໄດ້ຜົນປະໂຫຍດຂອງປະຊາຊົນທັງສອງຝ່າຍ ໃນຖານະທີ່ເປັນປະເທດບ້ານໄກ້ເຮືອນຄຽງທີ່ດີຮ່ວມກັນ.

ຂ່າວ ແລະ ພາບ: ສາຍສະໜອນ (ວສລ)

© ຈໍາປາໂພສ |  www.champapost.com
_________


No comments

Powered by Blogger.