Header Ads

ເຫດລົດປີ້ນບາດເຈັບ 13 ຄົນ ຈຸດເກີດເຫດທີ່ເມືອງກາສີ ແຂວງວຽງຈັນ



ແຂວງວຽງຈັນ :  ໃນວັນທີ 26/02/2018 ເວລາປະມານ 09:00 ນາທີ. ໄດ້ຮັບແຈ້ງເຫດເຂົ້າເບີສຸກເສີນ 1624 ໄດ້ຮັບແຈ້ງວ່າຂໍຄວາມຊ່ວຍນຳສົ່ງຄົນເຈັບຈາກເຫດລົດປີ້ນທີ່ກາສີ ທີ່ໃສ່ຍົນມາ ທີມກູ້ຊີບ-ກູ້ໄພນະຄອນຫຼວງ ຈຶ່ງອອກກວດສອບເຫດພົບເຫັນຜູ້ບາດເຈັບ ທັງໝົດ 13 ຄົນ ຍິງ 4 (ສະເພາະໂຕເລກທີ່ໜ່ວຍກູ້ໄພສະມາຄົມອາສາ ກູ້ໄພ ນະຄອນຫຼວງວຽງຈັນ ໃຫ້ຄວາມຊ່ວຍເຫຼືອ) : 





ຄົນທີ 1 ເຈັບແອວ ແລະ ເມື່ອຍ
ຄົນທີ 2 ເຈັບຂາ ບາດແຜຕາມແຂນແລະຂາ
ຄົນທີ 3 ແມ່ນກະທົບຂາແລະແອວ
ຄົນທີ 4 ແມ່ນຕີນຈີກ ກະທົບຂາແລະແອວ
ສ່ວນຄົນທີ່ເຫຼືອ ແມ່ນໜ່ວຍງານອື່ນນຳສົ່ງ . ດັ່ງນັ້ນ ໜ່ວຍກູ້ຊີບ-ກູ້ໄພນະຄອນຫຼວງຈື່ງໄດ້ປະຖົມພະຍາບານຂັ້ນຕົ້ນແລ້ວນຳສົ່ງໂຮງໝໍ150 ຕຽງ.





ຂໍ້ມູນເບື້ອງລະບຸວ່າ: ອຸບັດຕິເຫດເກີດຂື້ນຍ້ອນລົດເມຕົກເຫວເຂດພູເກົ້າຫຼັກ ເຮັດໃຫ້ມີຜູ້ເສຍຊີວິດ 7 ຄົນບາດເຈັບອີກຈຳນວນໜື່ງ ໂດຍເຫດການເກີດຂື້ນໃນເວລາປະມານ 11:30 ໂມງ ຂອງວັນທີ 25 ກຸມພາ 2018 ເປັນລົດເມ 2 ຊັ້ນ ສາຍຜົ້ງສາລີ-ນະຄອນຫຼວງວຽງຈັນ . ຈາກຂໍ້ມູນເບື້ອງຕົ້ນບອກໃຫ້ຮູ້ວ່າຍ້ອນເບກແຕກ ເຮັດໃຫ້ຄົນຂັບລົດບໍ່ສາມາດຄຸມລົດໃຫ້ຢຸດຈອດຢູ່ລານຈອດລົດໄດ້ ຈຶ່ງເຮັດໃຫ້ລົດໄຫຼຕົກລົງເຫວ ຈາກອຸບັດຕິເຫດດັ່ງກ່າວເຮັດໃຫ້ມີຜູ້ໂດຍສານທັງໝົດ 27 ຄົນທີ່ໂດຍສານມາໃນລົດເມທີ່ເກີດເຫດປະສົບເຄາະຮ້າຍ ແລະ ເຫດໂສກອານາດຕະກໍາໂດຍມີຜູ້ເສຍຄາທີ 7 ຄົນ (ເປັນຜູ້ຍິງ 3 ຄົນ) ແລະ ບາດເຈັບ 20 ຄົນ (ໃນນັ້ນອາການສາຫັດແມ່ນ 8 ຄົນ).






ພາຍຫຼັງທີ່ໄດ້ຮັບແຈ້ງເຫດ ເຈົ້າໜ້າທີ່ໄດ້ຊ່ວຍກັບເກັບກູ້ ແລະ ຊ່ວຍເຫຼືອຄົນເຈັບຂຶ້ນມາຈາກເຫວ ແລ້ວນຳສົ່ງໂຮງໝໍ 150 ຕຽງໃນຕອນບ່າຍຂອງວັນທີ 26 ກຸມພາ 2018 ໂດຍນໍາໃຊ້ຍົນເຮລີຄັອບເຕີ ຊ່ວຍບິນລໍາລຽງຄົນເຈັບມາໂຮງໝໍທີ່ນະຄອນຫຼວງວຽງຈັນ 

ທີ່ມາ: ສະມາຄົມອາສາ ກູ້ໄພ ນະຄອນຫຼວງວຽງຈັນ

© ຈໍາປາໂພສ |  www.champapost.com
_________ 


No comments

Powered by Blogger.