Header Ads

ເຫດຄວາຍຊົນຄົນຕາຍ 2 ຄົນຢູ່ບ້ານສະກ້າ ເມືອງໂພນໂຮງ ແຂວງວຽງຈັນ




ແຂວງວຽງຈັນ : ໃນວັນທີ 5 ກຸມພາ 2018 ໃນຕອນບ່າຍ ເວລາປະມານ 5:30 ເກີດໄດ້ເກີດສະຫຼົດໃຈ ຄວາຍຊົນຄົນຕາຍ 2 ຄົນ ຢູ່ບ້ານສະກ້າ ມືອງໂພນໂຮງ ແຂວງງວຽງຈັນ  ເຊິ່ງຂໍ້ມູນເບຶ້ອງຕົ້ນຈາກການບອກເລົ່າຂອງຊາວບ້ານວ່າ : ຜູ້ເສຍຊີວິດທງສອງແມ່ນໄປໄລ່ຄວາຍເຂົ້າຄອດຕາມປົກະຕິ ແຕ່ພັດຖືກຄວາຍໄລ່ຊົນຈົນເສຍຊີວິດທັງສອງຄົນ. ອິງຕາມຂໍ້ມູນຈາກຊາວວ່າເລົ່າວ່າ : ຄວາຍທີ່ກໍ່ເຫດຊົນຄົນຕາຍແມ່ນເປັນຄວາຍຄຳຮູ້  ແລະ ບໍ່ມີພຶດຕິກໍາຮ້າຍ ຫຼື  ເຄີຍຊົນໃຜມາກ່ອນ ແຕ່ມື້ນີ້ກັບມີອາການງຸດງິດ ແລະ ໃຊ້ເຂົາຊິດ ຈົນກາຍເປັນເຫດສະຫຼົດໃຈດັ່ງກ່າວ. 




ຕາມການບອກເລົ່າເພີ່ມເຕີມ ລະບຸວ່າ : ຄວາມຄວາຍດັ່ງກ່າວແມ່ນໄດ້ ທໍາຮ້າຍເຈົ້າຂອງກ່ອນ (ຜູ້ເສຍຊີວິດ) ແລ້ວມີຄົນທີ່ໃກ້ຄຽງເຫັນ ຈິ່ງໄດ້ພະຍາຍາມຈະເຂົ້າໄປຊ່ວຍ ແຕ່ສຸດທ້າຍກັບຖືກຄວາຍທຳຮ້າຍຄືນ ຈົນເປັນເຫດໂສກອາດຕະກໍາ. ພາຍຫຼັງທີ່ເຫັນແບບນັ້ນ ປະຊົນກໍໄດ້ຊ່ວຍກັນຈັບ ແລະ ຂ້າຄວາມໂຕດັ່ງກ່າວເພື່ອປ້ອງກັນບໍ່ໃຫ້ໄປທໍາຮ້າຍຜູ້ອື່ນຕື່ມ. 




© ຈໍາປາໂພສ |  www.champapost.com
_________ 


No comments

Powered by Blogger.