Header Ads

ລັດຖະບານ​ອອກ​ແຈ້ງ​ການ​ເພີ່ມ​ທະວີ​ຄຸ້ມ​ຄອງສັດ​ນໍ້າ-ສັດປ່າ



ຫ້ອງ​ວ່າການ​ລັດ​ຖະບານ ​ໃຫ້​ຮູ້​ວ່າ: ອີງ​ຕາມ​ຜົນ​ການ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄະນະ​ກຳມະການ​ຄຸ້ມ​ຄອງ​ສົນທິສັນຍາ​ສາກົນວ່າ​ດ້ວຍ​ການ​ຄ້າຂາຍ​ສັດປ່າ ​ແລະ ພືດປ່າ ​ທີ່​ໃກ້​ຈະ​ສູນພັນ​ລະ​ຫວ່າ​ງຊາດ (ສົນທິສັນຍາ CITES) ຄັ້ງ​ທີ 69 ທີ່​ປະ​ເທດ​ສະ​ວິດ​ເຊີ​ແລນ​ໃນ​ທ້າຍ​ປີ 2017 ທີ່ຜ່ານ​ມາ, ອີງ​ຕາມ​ການ​ຕົກລົງ ​ແລະ ຊີ້ນຳ​ຂອງ​ກອງ​ປະຊຸມ​ນາຍົກ-ຮອງ​ນາຍົກລັດຖະມົນຕີ​ຄັ້ງ​ວັນ​ທີ 5 ມັງກອນນີ້, ຫ້ອງ​ວ່າການ​ລັດຖະບານ​ໄດ້​ອອກ​ແຈ້ງ​ການ​ເພີ່ມ​ທະວີ​ຄຸ້ມ​ຄອງ​ການ​ຄ້າຂາຍ​ສັດ​ນໍ້າ-ສັດປ່າຢ່າງ​ເຂັ້ມ​ງວດ​ຄື:

(1) ​ເຫັນ​ດີ​ໃຫ້​ເຮັດ​ເປັນ​ຄຳ​ສັ່ງນາຍົກລັດຖະມົນຕີ ​ເພື່ອ​ຄຸ້ມ​ຄອງ​ການ​ຄ້າຂາຍສັດ​ນໍ້າ-ສັດປ່າ ​ແລະ ພືດທີ່​ໃກ້​ຈະ​ສູນພັນ​ທີ່​ນອນ​ໃນ​ບັນຊີ I ​ແລະ ບັນຊີ II ຂອງ​ສົນທິສັນຍາ CITES ​ແລະ ນອນ​ໃນ​ກົດໝາຍວ່າ​ດ້ວຍ​ສັດ​ນໍ້າ-ສັດປ່າຂອງ ສປປ ລາວ, ມອບ​ໃຫ້​ກະຊວງ​ກະສິກຳ ​ແລະ ປ່າ​ໄມ້​ຮີບ​ຮ້ອນ​ສົມທົບ​ກັບ​ພາກສ່ວນ​ກ່ຽວຂ້ອງຮ່າງ​ຄຳ​ສັ່ງ​ດັ່ງກ່າວ​ໃຫ້​ສຳ​ເລັດ ​ແລະ ທັນ​ປະກາດ​ໃຊ້ຢ່າງ​ຊ້າ​ບໍ່​​ໃຫ້​ກາຍ​ເດືອນກຸມພາ 2018.

(2) ​ໃຫ້​ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ຈັດ​ພິມ​ບັນດາ​ລາຍການ​ສັດ​ນໍ້າ-ສັດປ່າ, ສີ້ນ​ສ່ວນ​ສັດປ່າ ​ແລະ ພຶດທີ່​ໃກ້​ຈະ​ສູນພັນທີ່​ນອນ​ໃນ​ບັນຊີດັ່ງກ່າວຂອງ​ສົນທິສັນຍາ CITES ​ເພື່ອ​ໂຄສະນາ​ເຜີຍ​ແຜ່​ໃຫ້​ສັງຄົມ​ຮັບ​ຮູ້ ​ແລະ ​ເຂົ້າ​ໃຈ​ຢ່າງ​ທົ່ວ​ເຖິງ.

(3) ​ເຫັນ​ດີ​ໃຫ້​ມີ​ຄະນະ​ຮັບຜິດຊອບ​ວຽກງານ​ຈັດ​ຕັ້ງ​ປະຕິບັດ​ສົນທິສັນຍາ CITES ຂຶ້ນສະ​ເພາະ, ​ໂດຍ​ມອບ​ໃຫ້​ກະຊວງ​ກະສິກຳ ​ແລະ ປ່າ​ໄມ້​ເປັນ​ຫົວໜ້າຄະນະ ​ແລະ ປະກອບ​ມີ​ບັນດາ​ຂະ​ແໜງການ​ທີ່​ກ່ຽວຂ້ອງຢູ່​ໃນ​ຄະນະ, ພ້ອມ​ທັງ​ໃຫ້​ມີ​ກອງ​ເລຂາ​ເຮັດ​ວຽກປະຈຳ​ເພື່ອ​ປະສານ​ງານ, ລາຍ​ງານ ​ແລະ ສະໜອງຂໍ້​ມູນ​ໃຫ້​ກອງ​ເລຂາ CITES ຢ່າງ​ເປັນ​ປົກກະຕິ, ມອບ​ໃຫ້​ກະຊວງ​ກະສິກຳ ​ແລະ ປ່າ​ໄມ້​ຄົ້ນ​ຄ້ວາ​ຮ່າງ​ຂໍ້​ຕົກລົງ​ຂອງທ່ານນາຍົກ​ລັດຖະມົນຕີວ່າ​ດ້ວຍ​ການ​ແຕ່ງ​ຕັ້ງ​ຄະນະ​ດັ່ງກ່າວ ​ໂດຍ​ໃຫ້​ກຳນົດ​ບຸກຄະລາ​ກອນ, ພາລະ​ບົດບາດ, ສິດ ​ແລະ ໜ້າທີ່​ຄະນະ​ດັ່ງກ່າວ​ໃຫ້​ລະອຽດ, ຈາກ​ນັ້ນ​ສະ​ເຫ​ນີທ່ານນາຍົກລັດຖະມົນຕີພິຈາລະນາ​ພາຍ​ໃນ​ເດືອນມັງກອນ 2018.

(4) ກ່ຽວກັບ​ການ​ຊື້-ຂາຍ​ສັດ​ນໍ້າ-ສັດປ່າ ​ແລະ ສີ້ນສ່ວນ​ສັດປ່າ, ລວມທັງ​ການ​ນຳ​ເຂົ້າສົ່ງ​ອອກ​ຜ່ານ​ແດນ​ທີ່​ລັດຖະບານ ຫລື ບັນດາ​ຂະ​ແໜງການ ​ແລະ ທ້ອງ​ຖິ່ນ ​ໄດ້​ຕົກລົງ​ອະນຸຍາດ​ຜ່ານ​ມາ ທີ່​ບໍ່ສອດຄ່ອງ​ກັບ​ສົນທິສັນຍາ CITES, ກົດໝາຍວ່າ​ດ້ວຍ​ສັດ​ນໍ້າ-ສັດປ່າຂອງ ສປປ ລາວ ​ແລະ ລະບຽບການ​ທີ່​ກ່ຽວຂ້ອງ​ແມ່ນ​ໃຫ້​ລົບ​ລ້າງ ​ແລະ ຢຸດຕິ​ຢ່າງ​ຂາດ​ຕົວ.

(5) ​ເຫັນ​ດີ​ມີ​ມາດ​ຕະການ​ຕໍ່ຜູ້​ກະທຳ​ຜິດ​ຢ່າງ​ເດັດຂາດ ​ແລະ ກໍລະນີ​ຈັບ​ໄດ້​ຜູ້​ກະທຳ​ຜິດ ກໍ​ໃຫ້​ອອກ​ຂ່າວ​ຜ່ານ​ສື່​ຕ່າງໆຢ່າງ​ເປີດ​ເຜີຍ​ເພື່ອ​ໃຫ້​ສັງຄົມ​ຊາບ.
(6) ​ເຫັນ​ດີ​ໃຫ້​ເຮັດ​ເປັນ​ດຳລັດ​ຂອງ​ລັດຖະບານ ​ເພື່ອ​ຄຸ້ມ​ຄອງ​ຟາ​ມລ້ຽງສັດ​ໃຫ້​ເປັນ​ລະບົບ, ມອບ​ໃຫ້​ກະຊວງ​ກະສິກຳ ​ແລະ ປ່າ​ໄມ້​ຮີບ​ຮ້ອນ​ເປັນ​ໃຈກາງ​ສົມທົບ​ກັບ​ບັນດາ​ຂະ​ແໜງການ​ທີ່ກ່ຽວຂ້ອງຄົ້ນຄວ້າ​ຮ່າງ​ດຳລັດ​ດັ່ງກ່າວ​ໃຫ້​ສຳ​ເລັດ, ຊ້າ​ສຸດ​ໃຫ້​ມາ​ຜ່ານ​ລັດຖະບານບໍ່​ເກີນ​ເດືອນ​ເມສາ 2018.




ທີ່ມາ: ລາວພັດທະນາ
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.