Header Ads

ຍຸບກວ່າ 1 ພັນຫົວໜ່ວຍ 300 ກວ່າໂຮງງານປຸງແຕ່ງໄມ້ໃນທົ່ວປະເທດໃນປີ 2017




ໃນໄລຍະຜ່ານມາ ລັດຖະບານໄດ້ເອົາໃຈໃສ່ຢ່າງຕໍ່ເນື່ອງໃນການສະກັດກັ້ນ ແລະສົ່ງອອກໄມ້ທ່ອນໄປຕ່າງ ປະເທດ ໂດຍໄດ້ອອກຄຳ ສັ່ງເລກທີ 15/ນຍ ເພື່ອໃຫ້ພາກສ່ວນກ່ຽວຂ້ອງ ຈັດຕັ້ງປະຕິບັດຢ່າງເຂັ້ມງວດຜ່ານ ການປະຕິບັດຄຳສັ່ງດັ່ງກ່າວ ຮອດປະ ຈຸບັນ ຂະແໜງອຸດສາຫະກຳ ແລະການ ຄ້າ ສາມາດດັດສົມ-ຍຸບເລີກ ໂຮງງານ ປຸງແຕ່ງໄມ້ໄປແລ້ວ 349 ໂຮງງານ ຈາກ 1,5 ພັນໂຮງງານ ແລະ ຍຸບເລີກທຸລະກິດປຸງແຕ່ງໄມ້ແບບຄອບຄົວໄດ້ ພັນກວ່າຫົວໜ່ວຍ.

ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ກ່າວໃນກອງປະຊຸມສະຫຼຸບ ວຽກງານອຸດສາ ຫະກຳ ແລະການຄ້າ ປະຈຳປີ 2017 ວ່າ: ໃນປີ 2017 ຜ່ານ ມາຍອດມູນຄ່າການຜະລິດອຸດສາຫະ ກຳປຸງແຕ່ງ ແລະຫັດຖະກຳທົ່ວປະເທດປະຕິບັດໄດ້ 8,94 ພັນຕື້ກີບ ອັດຕາຂະຫຍາຍຕົວສະເລ່ຍ 4,15% ແລະທຽບໃສ່ແຜນການປີແມ່ນປະຕິບັດໄດ້ຕາມແຜນທີ່ວາງໄວ້, ການຈໍລະຈອນສິນຄ້າພາຍໃນ (ການຄ້າຂາຍຍົກ-ຂາຍຍ່ອຍ ແລະບໍລິການ) ສາ ມາດບັນລຸໄດ້ 51,68 ພັນຕື້ກີບ

ເພີ່ມຂຶ້ນ 15,10%, ມູນຄ່າການນໍາເຂົ້າ ແລະສົ່ງອອກບັນລຸປະມານ 74,4 ພັນຕື້ ກີບ ຫຼືປະມານ 9,3 ຕື້ໂດລາເພີ່ມຂຶ້ນ 10,5% ເມື່ອທຽບໃສ່ໄລຍະດຽວກັນ ຂອງປີກ່ອນ ໃນນີ້ ການສົ່ງອອກບັນລຸ 4,8 ຕື້ໂດລາ ເພີ່ມຂຶ້ນ 13,4% ແລະການ ນຳເຂົ້າ 4,5 ຕື້ໂດລາ ເພີ່ມຂຶ້ນ 7,6% ທຽບໃສ່ປີກ່ອນ.

ຄຽງຄູ່ກັນນີ້ ຍັງໄດ້ຜັກດັນໃຫ້ມີຕະ ຫຼາດມາດຕະຖານຫຼືຕະຫຼາດຕົວແບບ ຊຶ່ງໃນປະຈຸບັນ ກະຊວງໄດ້ອອກຢັ້ງຢືນ ເປັນຕະຫຼາດມາດຕະຖານຊຸດທໍາອິດໃຫ້ ຕະຫຼາດ 3 ແຫ່ງ: ຕະຫຼາດໂຊກທະວີ, ຕະຫຼາດສົ່ງເສີມກະສິກໍາເມືອງນາຊາຍ ທອງ ແລະຕະຫຼາດລາວ-ອົດຊີເມືອງສີ ໂຄດຕະບອງ, ນອກນີ້ ຍັງສືບຕໍ່ຈັດຕັ້ງ ປະຕິບັດຄໍາສັ່ງ ເລກທີ 15/ນຍ ຢ່າງ ເຂັ້ມງວດ ຊຶ່ງສາມາດດັດສົມ-ຍຸບເລີກ ໂຮງງານປຸງແຕ່ງໄມ້ໄປແລ້ວ 349 ໂຮງງານຈາກ 1.500 ກວ່າໂຮງງານ, ສຳລັບທຸລະກິດປຸງແຕ່ງໄມ້ຂະໜາດ ນ້ອຍແບບຄອບຄົວໄດ້ດັດສົມຍຸບເລີກ ໄປແລ້ວກວ່າ 1 ພັນຫົວໜ່ວຍ ຈາກ 1.178 ຫົວໜ່ວຍ.

ນອກນັ້ນ ໄດ້ຄົ້ນຄວ້າສ້າງ ແລະປັບ ປຸງກົດໝາຍ, ນິຕິກໍາ ແລະນະໂຍບາຍ ປະຈຸບັນ ມີນິຕິກໍາລວມທັງໝົດ 255 ສະບັບ ໃນນັ້ນ ເປັນກົດໝາຍ 7 ສະ ບັບ, ດຳລັດ 16 ສະບັບ, ຂໍ້ຕົກລົງ 74 ສະບັບ, ຄຳສັ່ງ 26 ສະບັບ, ຄຳແນະ ນຳ ແລະບົດແນະນຳ 30 ສະບັບ, ແຈ້ງ ການ 98 ສະບັບ, ລະບຽບ ແລະຂໍ້ກຳ ນົດ 8 ສະບັບ, ພ້ອມທັງໄດ້ສ້າງແຜນ ພັດທະນາວິສາຫະກິດຂະໜາດນ້ອຍ ແລະກາງ 2016-2020, ດໍາລັດວ່າ ດ້ວຍການຈັດແບ່ງຂະໜາດ SME ເພື່ອ ເປັນເຄື່ອງມືໃນການສົ່ງເສີມທຸລະກິດ ຂະໜາດນ້ອຍ ແລະກາງໃຫ້ມີຄວາມ ເຂັ້ມແຂງ.

ສຳລັບວຽກງານການເຊື່ອມໂຍງ ໄດ້ສືບຕໍ່ເຈລະຈາໃນກອບຂອງອົງ ການການຄ້າໂລກ ແລະການເຈລະຈາ ໃນຂອບສັນຍາຄູ່ຮ່ວມມືເສດຖະກິດ ຮອບດ້ານໃນລະດັບພາກພື້ນ (ອາຊຽນ ແລະ 6 ປະເທດຄູ່ເຈລະຈາຄື: ສປ ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ອິນເດຍ, ອົດສະຕາລີ ແລະນິວຊີແລນ), ສ່ວນການພັດທະນາ ສິນຄ້າທ່າແຮງ ແລະສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ “ODOP” ສາ ມາດ ພັດທະນາໄດ້ 24 ຫົວໜ່ວຍ ພ້ອມດຽວ ກັນນັ້ນ ລັດຖະບານໄດ້ຮັບຮອງແຜນ ພັດທະນາວິສາຫະກິດຂະໜາດນ້ອຍ ແລະກາງແຕ່ປີ 2016-2020, ສ່ວນ ການຄຸ້ມຄອງລາຄາສິນຄ້າແມ່ນໄດ້ປັບ ປຸງຂໍ້ກໍານົດວ່າດ້ວຍການເພີ່ມລາຍການ ສິນຄ້າຄວບ ຄຸມລາຄາ (ບັນຊີ ກ) ຈາກ 4 ປະເພດ ມາເປັນ 8 ປະເພດ ແລະໄດ້ ປະສານສົມທົບກັບອົງການຈັດຕັ້ງທີ່ກ່ຽວ ຂ້ອງຂອງທ້ອງຖິ່ນໃນຂອບເຂດທົ່ວປະ ເທດໃນການຄົ້ນຄວ້າ, ເກັບກໍາໂຄງປະ ກອບລາຄາໃນແຕ່ລະຂອດ, ກວດກາການ ເຄື່ອນໄຫວຂອງທຸລະກິດ ແລະຕິດຕາມ ການຊື້-ຂາຍຕ່າງໆເພື່ອຮັບປະກັນລາ ຄາສິນຄ້າໃຫ້ຢູ່ໃນລະດັບທີ່ສາມາດຄຸ້ມຄອງໄດ້.


ພາບ ແລະ ຂ່າວ: ເສດຖະກິດ-ສັງຄົມ
© ຈໍາປາໂພສ |  www.champapost.com

_________

No comments

Powered by Blogger.