Header Ads

ລັດຖະບານ ປັບໃຫ້ພາກທຸລະກິດເສຍອາກອນກໍາໄລເປັນປີລະຄັ້ງ






ໃນໄລຍະຜ່ານມາ ການມອບອາກອນກຳໄລຂອງບັນດາວິສາຫະກິດ ຕ້ອງໄດ້ມອບເປັນງວດ ຫຼື ໄຕມາດ ພາຍຫຼັງສະຫຼຸບບັນຊີໃນປີແລ້ວຕ້ອງໄດ້ເສຍອາກອນກຳໄລໃນປີ ຕາມເອກະສານລາຍງານການ ເງິນ ເພື່ອໄລ່ລຽງອາກອນກຳໄລຕົວຈິງທີ່ຕ້ອງມອບ; ຖ້າເຫັນວ່າອາກອນກຳໄລຕົວຈິງຫາກຫຼາຍກວ່າອາກອນກຳໄລທີ່ມອບລ່ວງໜ້າ ກໍ່ຕ້ອງໄດ້ມອບຕື່ມ ຫຼື ຖ້າຫາກໜ້ອຍກວ່າ ກໍ່ຕ້ອງໄດ້ຍົກໄປຫັກຕໍ່ໃນງວດຖັດໄປຈົນກວ່າຈະໝົດ.



ການມອບອາກອນກຳໄລດັ່ງກ່າວ ຈຶ່ງສ້າງຄວາມຫຍຸ້ງຍາກໃຫ້ຜູ້ປະກອບການທີ່ໄດ້ຈັດຕັ້ງປະຕິບັດຕົວຈິງ. ດັ່ງນັ້ນ, ນາຍົກລັດຖະມົນຕີ ຈຶ່ງໄດ້ອອກຄຳສັ່ງມອບໃຫ້ກະຊວງການເງິນ ເປັນເຈົ້າການເລັ່ງປັບ ປຸງແກ້ໄຂຄວາມຫຍຸ້ງຍາກທີ່ພົວພັນກັບຕົວຊີ້ວັດທີ່ 7: ຕົວຊ້ີວັດການເສຍອາກອນໂດຍການປັບປຸງ ຫຼຸດຈຳນວນຄັ້ງໃນການຊຳລະອາກອນກຳໄລ 4 ຄັ້ງຕໍ່ປີ ໃຫ້ເຫຼືອ 1 ຄັ້ງຕໍ່ປີ ແລະ ປັບປຸງກົນໄກການຊຳລະອາກອນປະກັນສັງຄົມ ໃຫ້ສະດວກ ແລະ ວ່ອງໄວກວ່າເກົ່າ.

ອີງຕາມຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 02/ນຍ, ລົງວັນທີ 1 ກຸມພາ 2018 ວ່າດ້ວຍການປັບປຸງບັນດາລະບຽບການ ແລະ ກົນໄກການປະສານງານໃນການດຳເນີນທຸລະກິດຢູ່ ສປປ ລາວ ໂດຍມອບໃຫ້ບັນດາກະຊວງ, ອົງການທຽບເທົ່າກະຊວງ ແລະ ອົງການປົກຄອງທ້ອງຖິ່ນ ໃນຂອບ ເຂດທົ່ວປະເທດທີ່ມີພາລະບົດບາດ, ໜ້າທີ່ຮັບຜິດຊອບ ແລະ ຂອບເຂດສິດ ທີ່ຕິດພັນໂດຍກົງກັບບັນດາ ຕົວຊີ້ວັດຄວາມສະດວກ ຂອງການດຳເນີນທຸລະກິດຢູ່ ສປປ ລາວ ຈັດຕັ້ງປະຕິບັດແກ້ໄຂ, ຫຼຸດຂອດຂັ້ນ ແລະ ໄລຍະເວລາ ຂອງການອະນຸມັດຕ່າງໆ ໃນປີ 2018 ແລະ ປີ 2019




ໂດຍມອບໃຫ້ກະຊວງການເງິນ ເປັນເຈົ້າການເລັ່ງປັບປຸງແກ້ໄຂຄວາມຫຍຸ້ງຍາກທີ່ພົວພັນກັບຕົວ ຊີ້ວັດທີ່ 7: ຕົວຊີ້ວັດການເສຍອາກອນ, ໃນນັ້ນ ໃຫ້ຄົ້ນຄວ້າປັບປຸງຈຳນວນຄັ້ງ ແລະ ເວລາໃນການ ເສຍອາກອນຕ່າງໆ ຂອງບັນດາວິສາຫະກິດ ໂດຍສະເໜີໃຫ້ມີການປັບປຸງກົດໝາຍທີ່ກ່ຽວຂ້ອງ ເປັນຕົ້ນ ແມ່ນ ປັບປຸງຫຼຸດຈຳນວນຄັ້ງໃນການຊຳລະອາກອນກຳໄລ 4 ຄັ້ງຕໍ່ປີ ໃຫ້ເຫຼືອ 1 ຄັ້ງຕໍ່ປີ ແລະ ປັບປຸງ ກົນໄກການຊຳລະອາກອນປະກັນສັງຄົມ ໃຫ້ສະດວກ ແລະ ວ່ອງໄວກວ່າເກົ່າ.

ການມອບອາກອນກຳໄລ ໃຫ້ປະຕິບັດ 4 ງວດດັ່ງນີ້: ງວດທີໜຶ່ງ ບໍ່ໃຫ້ກາຍວັນທີ 10 ເມສາຂອງ ປີ; ງວດທີສອງ ບໍ່ໃຫ້ກາຍວັນທີ 10 ກໍລະກົດ ຂອງປີ; ງວດທີສາມ ບໍ່ໃຫ້ກາຍວັນທີ 10 ຕຸລາ ຂອງປີ; ແລະ ງວດທີສີ່ ບໍ່ໃຫ້ກາຍວັນທີ 10 ເດືອນມັງກອນຂອງປີຖັດໄປ.



ອາກອນກຳໄລທີ່ໄດ້ມອບເປັນແຕ່ລະງວດນັ້ນ ຖືເປັນການມອບລ່ວງໜ້າ. ພາຍຫຼັງສະຫຼຸບບັນຊີໃນ ປີແລ້ວ ຕ້ອງໄດ້ເສຍອາກອນກຳໄລໃນປີ ຕາມເອກະສານລາຍງານການເງິນ ເພື່ອໄລ່ລຽງອາກອນກຳໄລ ຕົວຈິງທີ່ຕ້ອງມອບ; ຖ້າເຫັນວ່າອາກອນກຳໄລຕົວຈິງ ຫາກຫຼາຍກວ່າອາກອນກຳໄລທີ່ມອບລ່ວງໜ້າ ກໍ່ຕ້ອງໄດ້ມອບຕື່ມ ຫຼື ຖ້າຫາກໜ້ອຍກວ່າ ກໍ່ຕ້ອງໄດ້ຍົກໄປຫັກຕໍ່ໃນງວດຖັດໄປຈົນກວ່າຈະໝົດ.

ທີ່ມາ: ເສດຖະກິດ-ການຄ້າ
© ຈໍາປາໂພສ |  www.champapost.com

_________

No comments

Powered by Blogger.