Header Ads

ຍິງສາວຖືກຂ້າປາດຄໍເຂດເມືອງຈັນທະບູລີ ນະຄອນຫຼວງວຽງຈັນ




ໃນວັນທີ 27/1/2018 ເວລາ17 ໂມງ ໜ່ວຍກູ້ໄພ  1624 ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ1624ວ່າ ມີຄົນນອນເສຍຊິວິດຢູ່ ຫ້ອງພັກແຫ່ງໜຶ່ງ ເຂດເມືອງຈັນທະບູລີ ນະຄອນຫຼວງວຽງຈັນ. ດັ່ງນັ້ນ, ໜ່ວຍກູ້ໄພນະຄອນຫຼວງຈຶ່ງອອກກວດສອບເຫດພົບຜູ້ຍິງນອນເສຍຊິວິດ ຈຶ່ງໄດ້ປະສານຫາເຈົ້າໜ້າທີ່ຕຳຫຼວດພິສູດຫຼັກຖານ ເພື່ອລົງເກັບກຳຂໍ້ມູນ ໂດຍສະພາບຜູ້ເສຍຊິວິດແມ່ນ ຖືກປາດຄໍ ເຮັດໃຫ້ເສຍເລືອດຫຼາຍ 
ດັ່ງນັ້ນເຈົ້າໜ້າທີ່ຕຳຫຼວດຈຶ່ງໄດ້ກວດກາຊັບສິນຕິດໂຕພົບເຫັນ ໜັງສືຜ່ານແດນ ອອກຊື່ ນາງສັນຕິສຸກ ລໍວັນເຮືອງ,ໂທລະສັບ2ໜ່ວຍ,ພ້ອມເງິນຈຳນວນ1.ເຊິ່ງເກັບໄວ້ເປັນຂໍ້ມູນເພື່ອຕິດຕໍ່ຫາພີ່ນ້ອງ . ສ່ວນຜູ້ເສຍຊິວິດແມ່ນໜ່ວຍກູ້ໄພນະຄອນຫຼວງໄດ້ນຳສົ່ງໄວ້ໂຮງເຢັນວັດຈີນ ບ້ານດົງປະແຫຼບ





ທີ່ມາ: ສະມາຄົມອາສາ ກູ້ໄພ ນະຄອນຫຼວງວຽງຈັນ ແຈ້ງເຫດສຸກເສີນ ໂທ 1624
© ຈໍາປາໂພສ |  www.champapost.com

_________

No comments

Powered by Blogger.