ຂັບລົດເກັງເສຍຫຼັກຕຳເຂົ້າເຮືອນປະຊາຊົນ ບາດເຈັບສາຫັດ 2 ລາຍໃນຈຸດເກີດເຫດ
ແຂວງ ສະຫວັນນະເຂດ: ວັນທີ27/01/2018ເວລາ 23:10 ນາທີ ໜ່ວຍກູ້ໄພ ສະຫວັນນະເຂດ ໄດ້ຮັບແຈ້ງເຫດວ່າ ມີອຸປະຕິເຫດລົດໃຫ່ຍ ເກັງເສຍຫລັກຕຳເຂົ້າເຮືອນປະຊາຊົນ ເຂດເສັ້ນທາງ ບ້ານ ໂພນສະຫວ່າງໃຕ້ ເມືອງ ໄກສອນພົມວິຫານ ແຂວງ ສະຫວັນນະເຂດ
ໃນຈຸດເກີດເຫດ ມີຜູ້ໄດ້ຮັບບາດເຈັບ2ຄົນ, ຍີງ1ຄົນ, ຊາຍ1 ຄົນ
- ຜູ້ທີ 1 ເພດຊາຍ : ມີອາການກະທົບຫົວຢ່າງແຮງ ມີບາດແຜຈີກບໍລິເວນຫົວ ແລະ ມີອາການເມົາ
- ຜູ້ທີ 2 ເພດຍີງ : ມີອາການ ບາດແຜຈີກບໍລິເວນຊ້າຍ ຫມົດສະຕິ ເຈັບບໍລິເວນທ້ອງ
ດັ່ງນັ້ນ, ທາງທີມງານຈື່ງໄດ້ປະຖົມພະຍາບານຂັ້ນຕົ້ນ ແລ້ວນຳສົ່ງໂຮງຫມໍ ແຂວງ ສະຫວັນນະເຂດ
ອຸປະຕິເຫດ, ເຈັບປ່ວຍແຈ້ງເຫດສຸກເສີນ 020 2828-5454 | 020 9898-5454 ຕະຫຼອດ 24 ຊົ່ວໂມງ
ພາບ ແລະ ຂ່າວ: ໜ່ວຍກູ້ຊີບ-ກູ້ໄພ ສະຫວັນນະເຂດ
© ຈໍາປາໂພສ | www.champapost.com
_________
Post a Comment