Header Ads

ໄຟໄຫມ້ສາງເກັບເຄື່ອງເສຍຫາຍສົມຄວນ ຍ້ອນການຈູດປ່າໃກ້ບໍລິເວນມີວັດຖຸຕິດໄຟງ່າຍ



ນະຄອນຫຼວງວຽງັຈັນ : ວັນທີ 28/01/2018 ເວລາ 16:29ໂມງ ໜ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກແຫ່ງ ສປປລາວ ໄດ້ຮັບແຈ້ງຜ່ານເບີ 1623 ວ່າມີໄຟໄໝ້ສາງເກັບເຄື່ອງ ຈຸດເກີດເຫດແມ່ນ ບ້ານ ສະພັງຄະນົງ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ







ໝ່ວຍກູ້ໄພມູນນິທິ 1623 ອອກກວດສອບເຫດພົບວ່າເພີງກຳລັງໄຫມ້ລຸກລາມ ເປັນວົງກວ້າງ; ດັ່ງນັ້ນ, ໜ່ວຍກູ້ໄພມູນນິທິ ຈຶ່ງໄດ້ສົມທົບກັບພະແນກສະກັດກັ້ນອັກຄີໄພນະຄອນຫຼວງຊ່ວຍກັນດັບໄຟ ຈົນຄວບຄຸມເພີງໄດ້ສຳເລັດເປັນທີ່ຮຽບຮ້ອຍ ໂດຍໃຊ້ເວລາຄວບຄຸມເພີງປະມານ 1 ຊົ່ວໂມງ.  ສໍາລັຄວາມເສຍຫາຍແມ່ນເບື້ອງຕົ້ນແມ່ນມີ ເຄື່ອງອຸປະກອນໄຟຟ້າພາຍໃນສາງຈຳນວນຫລາຍໄໝ້ເສຍຫຼາຍສົມຄວນ.





ສ່ວນສາເຫດແມ່ນ ຍ້ອນການຈູດປ່າບໍລິເວນໃກ້ຄຽງແລ້ວເປວໄຟລຸກລາມໃສ່ບໍລິເວນມີວັດຖຸຕິດໄຟງ່າຍ







ບາດເຈັບສຸກເສີນໂທ1623ຕະຫລອດ24ຊົ່ວໂມງ (ຈຸດດົງໂດກ)
ພາບ ແລະ ຂ່າວ: ໜ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກແຫ່ງ ສປປລາວ
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.