Header Ads

ກະສີກໍາ-ປ່າໄມ້ເມືອງເຊໂປນ ໄດ້ຢືດຂອງກາງສັດປ່າ ທີ່ຫວງຫ້າມ



ໃນວັນທີ 8 ມັງກອນ 2018 ນີ້, ຫ້ອງການກະສີກໍາ-ປ່າໄມ້ເມືອງເຊໂປນ ແຂວງສະຫວັນນະເຂດ ໄດ້ຢືດສັດປ່າທີ່ຫວງຫ້າມ ຢູ່ບ້ານດົງສະຫວັນ ໃນເວລາ 18 ໂມງ 30 ນາທີ, ຂອງວັນທີ 6ມັງກອນ 2018 ມີງູເຫລືອມ ຈໍານວນ 2 ໂຕ, ໝັກປະມານ 15 ກິໂລ, ຍາວປະມານ 3 ແມັດ,ເຫງັນ 1 ໂຕ, ເມັ້ນ 1 ໂຕ ແລະ ເສືອແມວ 1 ໂຕ ປະມານ 11 ກິໂລ (ຕາຍແລ້ວ) ທີ່ຊຸກເຊືອງນໍາລົດ ດີບີໂຮ ໝາຍເລກທະບຽນສະຫວັນນະເຂດ ກຂ 3689 ທີ່ແກ່ ໝາກຂາມປຽກ ບໍ່ມີຜູ້ໃດສະແດງໂຕເປັນເຈົ້າຂອງ, ເຈົ້າໜ້າທີ່ກວດກາປ່າໄມ້ ຈຶ່ງໄດ້ຢືດເອົາສັດດັ່ງກ່າວມາໄວ້ເປັນຂອງກາງເພື່ອ ນໍາເອົາປ່ອຍຄືນສູ່ທໍາມະຊາດ ແລະ ສັດທີ່ຕາຍແມ່ນໃຫ້ທໍາລາຍຝັງຖີ້ມ, ເຂົ້າຮ່ວມເປັນສັກຂີພິຍານໃນການທໍາລາຍແລະຄືນສັດປ່າສູ່ທໍາມະຊາດໃນຄັ້ງນີ້ ທ່ານ ຄໍາພົນ ພົມວົງສາ ຫົວໜ້າຫ້ອງການກະສີກໍາ-ປ່າໄມ້ເມືອງເຊໂປນ ພ້ອມຄະນະຫ້ອງການ, ພະນັກງານວີຊາກວດກາປ່າໄມ້ແຂວງ, ເມືອງ,ທັງນີ້ກໍ່ເພື່ອເປັນການອະນຸລັກປົກປັກຮັກສັດນໍ້າສັດປ່າທີ່ຫວງຫ້າມ ແລະ ໃກ້ຈະສູນພັນໃຫ້ແຜ່ພັນຫລາຍ







ພາບ ແລະ ຂ່າວ: ຖວທ ເມືອງເຊໂປນ
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.