Header Ads

ເຫດໄຟໄໝ້ເຮືອນປະຊາຊົນເສຍຫາຍໝົດຫຼັງ ທີ່ບ້ານນາສ້ຽວ ເມືອງໄຊທານີ ນະຄອນຫຼວງວຽງຈັນ



ນະຄອນຫຼວງວຽງຈັນ:  ໃນວັນທີ 12/01/2018 ເວລາ 13:26 ໂມງ ໜ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກແຫ່ງ ສປປລາວ ໄດ້ຮັບແຈ້ງຜ່ານເບີ 1623 ວ່າມີໄຟໄໝ້ເຮືອນ ຈຸດເກີດເຫດແມ່ນ ບ້ານ ນາສ້ຽວ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ





ໝ່ວຍກູ້ໄພມູນນິທິ 1623 ອອກກວດສອບເຫດພົບວ່າເພີງກຳລັງລຸກລາມໄໝ້ ດັ່ງນັ້ນໜ່ວຍກູ້ໄພມູນນິທິໄດ້ສົມທົບກັບພະແນກສະກັດກັ້ນອັກຄີໄພນະຄອນຫຼວງຊ່ວຍກັນດັບໄຟ ຈົນຄວບຄຸມເພີງໄດ້ສຳເລັດເປັນທີ່ຮຽບຮ້ອຍ ໂດຍໃຊ້ເວລາຄວມຄຸມເພີງປະມານ 1 ຊົ່ວໂມງ ຄວາມເສຍຫາຍແມ່ນ ເຮືອນໄໝ້ໝົດຫຼັງ ແລະ ເຄື່ອງອີກຈຳນວນໜຶ່ງ ສໍາລັບເຮືອນທີ່ເກີດ້ເຫດເປັນເຮື່ອນເປັນເຮືອນສອງຊັ້ນ. ສ່ວນສາເຫດຂອງອັກຄືໄພຄັ້ງນີ້ ເຈົ້າໜ້າທີ່ກ່ຽວຂ້ອງຈະກວດສອບຕໍ່ໄປ.







ພາບ ແລະ ຂ່າວ: ໜ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກແຫ່ງ ສປປລາວ  1623
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.