Header Ads

ສະຫະລັດອາເມລິກາມອບລົດແລນກຸຍເຊີ 15 ຄັນໃຫ້ ໂຄງການເກັບກູ້ລະເບີດແຫ່ງຊາດ (UXO Lao) ເພື່ອໃຊ້ໃນວຽກງານເກັບກູ້ລະເບີດ




ນະຄອນຫຼວງວຽງຈັນ :  ໃນວັນທີ 12 ມັງກອນ 2018 ທີ່ນະຄອນຫລວງວຽງຈັນ, ທ່ານນາງ ຣີນາ ບີດເຕີ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ໄດ້ມອບລົດໂຕໂຍຕ້າ ແລນກຸຍເຊີ ຈຳນວນ 15 ຄັນໃຫ້ແກ່ໂຄງການເກັບກູ້ລະເບີດແຫ່ງຊາດ (UXO Lao) ເຊິ່ງການຊ່ວຍເຫຼືອໃນຄັ້ງນີ້ ມີມູນຄ່າປະມານ 490.000 ໂດລາສະຫະລັດ ປະກອບດ້ວຍ ອຸປະກອນເຄື່ອງມື 15 ຊຸດ ສຳລັບ 15 ທີມເກັບກູ້ລະເບີດ UXO Lao ທີ່ກຳລັງປະຕິບັດໜ້າທີ່ຢູ່ ແຂວງສະຫວັນນະເຂດ, ແຂວງຄຳມ່ວນ ແລະແຂວງອັດຕະປື. 15 ທີມເກັບກູ້ລະເບີດກຸ່ມໃໝມ່ຂອງ UXO Lao ໄດ້ຮັບການຊັບຊ້ອນ, ຝຶກອົບຮົມ ແລະ ອອກປະຕິບັດວຽກໃນປີ 2017 ໂດຍການສະໜັບສະໜູນດ້ານງົບປະມານຂອງ ສະຫະລັດອະເມລິກາ.


ທ່ານ ເອກອັກຄະລັດຖະທູດ ບິດເຕີ ໄດ້ກ່າວວ່າ: ການສະໜັບສະໜູນການເກັບກູ້ລະເບີດຂອງໂຄງການນີ້ ແມ່ນໄດ້ສະທ້ອນໃຫ້ເຫັນເຖິງ ການຮ່ວມມືຢ່າງໃກ້ຊິດ ລະຫວ່າງ ລັດຖະບານສະຫະລັດອະເມລິກາ ແລະ ລັດຖະບານ-ປະຊາຊົນຂອງ ສປປ ລາວ ເປັນເວລາຫຼາຍກວ່າ ສອງ ທົດສະຫວັດ ເພື່ອແກ້ບັນຫາຄົງຄ້າງແຕ່ປາງສົງຄາມ. ທ່ານໄດ້ກ່າວຕື່ມອິກວ່າ: ການຊ່ວຍເຫຼືອໃຫ້ UXO Lao ໃນມື້ນີ້ ແມ່ນມາຈາກສ່ວນໜຶ່ງຂອງ ທຶນຊ່ວຍເຫຼືອ 90 ລ້ານໂດລາສະຫະລັດ ຂອງ ສະຫະລັດອາເມລິກາ ໃນໄລຍະເວລາ 3 ປີ ເພື່ອສະໜັບສະໜູນທຶນໃຫ້ການສຳຫຼວດແຫ່ງຊາດ ລະເບີດລູກຫວ່ານ ນອກເໜືອຈາກການເກັບກູ້ລະເບີດບໍ່ທັນແຕກທີ່ພວມສືບຕໍ່.

ນອກຈາກນັ້ນ, ທ່ານ ຄຳແກ້ວ ສານບຸນຄູນໄຊ, ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກໍ່ໄດ້ເຂົ້າຮ່ວມພິທີຮັບມອບຄັ້ງນີ້ ພ້ອມດ້ວຍ ທ່ານ ທິບພະສອນ ສຸຂະທຳມະວົງ ຜູ້ອຳນວຍການ UXO Lao.

ສະຫະລັດອາເມລິກາ ພວມໃຫ້ການສະໜັບສະໜູນ 51 ຈາກ 96 ທີມສຳຫຼວດ ແລະ ເກັບກູ້ລະເບີດ UXO Lao ນອກຈາກ 3 ທີມສຳ ຫຼວດທີ່ບໍ່ແມ່ນເຕັກນິກ, 3 ທີມຄຸ້ມຄອງຄຸນນະພາບລະດັບພາກພື້ນ, ບັນດາຫ້ອງການຂອງໂຄງການປະຈຳແຂວງຕ່າງໆ ແລະ ຄ່າໃຊ້ຈ່າຍດ້ານການບໍລິຫານຈຳນວນໜຶ່ງຂອງ ຫ້ອງການແຫ່ງຊາດ. ປະຈຸບັນ, ມີພະນັກງານ ຂອງ UXO Lao ທັງໝົດປະມານ 600 ທ່ານ ທີ່ໄດ້ຮັບການຈ້າງງານໂດຍ ລັດຖະບານສະຫະລັດອາເມລິກາ. ນອກຈາກນັ້ນ, ຍັງມີພະນັກງານຄົນລາວປະມານ 940 ທ່ານ ທີ່ເຮັດວຽກເຕັມເວລາຢູ່ໂຄງການສຳຫຼວດ ແລະ ເກັບກູ້ລະເບີດບໍ່ທັນແຕກ ທີ່ຮ່ວມຈັດຕັ້ງປະຕິບັດກັບ ອົງການເກັບກູ້ລະເບີດແມັກ (Mines Advisory Group), ອົງການເກັບກູ້ລະເບີດ (The halo trust the HALO Trust) ແລະ ອົງການຊ່ວຍເຫຼືອລ້າ ຂອງປະຊາຊົນ ນອກແວ (Norwegian People’s Aid).

ກຸ່ມບໍລິສັດ Sterling International Group ເຊິ່ງແມ່ນຜູ້ຮັບເໝົາຂອງກະຊວງການຕ່າງປະເທດສະຫະລັດ ຍັງໃຫ້ການສະໜັບສະໜູນດ້ານການໃຫ້ຄໍາປຶກສາ ແກ່ ຄະນະກຳມະການຄຸ້ມຄອງແຫ່ງຊາດ ແລະ UXO Lao ໃນຂົງເຂດການປະຕິບັດການສຳຫຼວດ ແລະ ການເກັບກູ້, ການຄຸ້ມຄອງພາກສະໜາມ, ການຄຸ້ມຄອງຄຸນນະພາບ ແລະ ການຄຸ້ມຄອງຂໍ້ມູນ.

ນັບຕັ້ງແຕ່ປີ 1995, ຫ້ອງການເກັບກູ້ ແລະ ຫຼຸດຜ່ອນອາວຸດ ຂອງຫ້ອງການການເມືອງ-ທະການ (PM/WRA) ຂອງກະຊວງການຕ່າງປະເທດສະຫະລັດອາເມລິກາ ແລະ ສະຖານທູດສະຫະລັດອາເມລິກາ ປະຈຳນະຄອນຫຼວງວຽງຈັນ ໄດ້ເຮັດວຽກຢ່າງໃກ້ຊິດ ກັບລັດຖະບານ ສປປ ລາວ ເພື່ອລົງທຶນຫຼາຍກວ່າ 135 ລ້ານໂດລາສະຫະລັດ ເຂົ້າໃນການສຶກສາຄວາມສ່ຽງ, ສະໜັບສະໜູນຜູ້ເຄາະຮ້າຍຈາກອຸປະຕິເຫດລະເບີດບໍ່ທັນແຕກ, ສຳຫວດ ແລະ ເກັບກູ້ລະເບີດບໍ່ທັນແຕກ ຢູ່ ສປປ ລາວ.

© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.