Header Ads

ສະພາບງັດແງະ ຍັງພົ້ນເດັ່ນໃນນະຄອນຫຼວງວຽງຈັນ ໂດຍສ້າງຄວາມເສຍຫາຍເກືອບ 100 ກວ່າລ້ານກີບ




ສະພາບການລັກຊັບຂອງພົນລະເມືອງ ຢູ່ໃນນະຄອນຫຼວງວຽງຈັນ ຍັງສຶບຕໍ່ເປັນໄພຂົ່ມຂູ່ ເຊິ່ງສະແດງອອກໃນໜຶ່ງ ອາທິດຜ່ານມາ, ໃນແຕ່ລະວັນເກີດມີຄົນຮ້າຍບໍ່ຊາບຈໍານວນລົງມືງັດແງະ ແລະ ລັກຊັບຂອງພົນລະເມືອງ ສະເລ່ຍມື້ ໜຶ່ງຈະມີຄະດີລັກຊັບ 3 ເລື່ອງ; ເຊິ່ງໃນອາທິດດັ່ງກ່າວນີ້, ເກີດຂຶ້ນທັງໝົດ 36 ເລື່ອງ. ໃນນັ້ນ, ງັດແງະລັກຊັບ 21 ເລື່ອງ ແລະ ລັກລົດຈັກ 15 ເລື່ອງ ສ້າງຄວາມເສຍຫາຍເກືອບ 100 ກວ່າລ້ານກີບ.

ເຈົ້າໜ້າທີ່ ປກສ ນະຄອນຫຼວງວຽງໃຫ້ຮູ້ວ່າ: ໃນວັນທີ 17-23 ມັງກອນ 2018 ຜ່ານມາ, ທົ່ວນະຄອນຫຼວງວຽງຈັນ ມີຄະດີເກີດຂຶ້ນທັງໝົດ 81 ເລື່ອງ ສ້າງຄວາມເສຍຫາຍ 20.300.000 ກີບ, 477.000 ບາດ, 2.910 ໂດລາ, 300.000 ວອນ ແລະ ຄໍາຮູບປະພັນ ໜັກ 11 ບາດກັບ 2 ສະຫຼຶງ. ຈາກເຫດການທີ່ເກີດຂຶ້ນນັ້ນ, ເຫັນວ່າສະພາບ ການລັກຊັບຂອງພົນລະເມືອງ ໂດຍສະເພາະແມ່ນງັດແງະເກີດຂຶ້ນໃນບັນດາເມືອງຕ່າງໆ ຄື: ໃນວັນທີ 17 ມັງກອນ 2018 ໄດ້ມີເຫດການຄົນຮ້າຍບໍ່ຊາບຈໍານວນ ໄດ້ງັດແງະເຮືອນຂອງປະຊາຊົນ ຈໍານວນ 4 ເລື່ອງ ຄື: ຄົນຮ້າຍງັດແງະ ເຮືອນຢູ່ເຂດບ້ານສີສະຫວາດ ເມືອງຈັນທະບູລິ ແລ້ວລັກເອົາລົດຈັກເວບ 100 ສີຟ້າດໍາ 1 ຄັນ, ງັດເຮືອນຢູ່ບ້ານ ຫົວຂົວ ຜົນເສຍຫາຍເປັນເງິນ 500.000 ກີບ, ງັດເຮືອນຢູ່ບ້ານທ່າດອກຄໍາ ຜົນເສຍຫາຍເປັນເງິນ 900.000 ກີບ ແລະ ງັດເຮືອນຢູ່ບ້ານຄໍາຮຸ່ງ ສ້າງຄວາມເສຍຫາຍເປັນເງິນ 500.000 ກີບ; ວັນທີ 18 ມັງກອນ 2018 ມີຄົນຮ້າຍ ງັດແງະ ຈໍານວນ 4 ເລື່ອງ ຄື:ງັດເຮືອນປະຊາຊົນຢູ່ບ້ານຫົວຫ້າ ເມືອງຫາດ ຊາຍຟອງ ແລ້ວລັກເອົາລົດຈັກເວບ 100 ສີຟ້າດໍາ ໝາຍເລກທະບຽນ ດຂ 4684 ກໍາແພງນະຄອນ, ງັດເຮືອນຢູ່ ບ້ານໂພນທັນເໜືອ ລັກເອົາທອງ ເຫຼືອງໃຊ້ ຈັບເມັດເພັດ ຈໍານວນ 5.363 ຫຼອດ ລວມເປັນເງິນ 52.000 ບາດ, ເຮືອນຂອງປະຊາຊົນຢູ່ບ້ານຄໍາຮຸ່ງ ຜົນເສຍ ຫາຍເປັນເງິນ 2.300.000 ກີບ ແລະ ເຮືອນຂອງນາງ ເປົ່າ ຢູ່ບ້ານ ແສງສະຫວ່າງ ຖືກງັດລັກເອົາລົດ ຈັກເວບ 100 ສີຟ້າດໍາ ປ້າຍທະບຽນ ກຍ 4388 ກໍາແພງນະຄອນ; 

ໃນວັນທີ 19 ມັງກອນ 2018 ໄດ້ມີຄົນຮ້າຍ ງັດແງະເຮືອນ ປະຊາຊົນຢູ່ບ້ານໄຮ່ຄໍາ ເມືອງໄຊເສດຖາ ລັກເອົາລົດຈັກເວບ 100 ສີແດງດໍາ ໝາຍເລກທະບຽນ ຍບ 2788 ກໍາແພງນະຄອນ ແລະ ງັດແງະລົດໃຫຍ່ ແລ້ວລັກເອົາເງິນ 4.000.000 ກີບ, 420.000 ບາດ ແລະ 1.300 ໂດລາ; ໃນວັນທີ 20 ມັງກອນ 2018 ມີຄົນຮ້າຍບໍ່ຊາບຈໍານວນງັດແງະເຮືອນ ຈໍານວນ 4 ເລື່ອງ ຄື: ຢູ່ເຂດບ້າ ນໂນນແກ້ວ ມີເຮືອນຖືກງັດເຂົ້າໄປເອົາລົດຈັກເວບ 100 ໝາຍເລກທະບຽນ ຍບ 2788 ກໍາແພງ ນະຄອນ, ຄົນ ຮ້າຍງັດລົດກະບະວິໂກ້ ສີຂາວ ຜົນເສຍຫາຍເປັນເງິນ 4.000.000 ກີບ, 420.000 ບາດ ແລະ 2.300 ໂດລາ, ຄົນຮ້າຍງັດຮ້ານຂາຍເຄື່ອງຢູ່ບ້ານໂນນບໍ່ແກ້ວ ແລ້ວລັກເອົາເບຍ 4 ແກັດ ແລະ ເຮືອນ ຂອງທ້າວ ສີດາ ຢູ່ບ້ານສະ ພານທອງເໜືອ; ໃນວັນທີ 21 ມັງກອນ 2018 ມີຄົນຮ້າຍບໍ່ຊາບຈໍານວນງັດແງະເຮືອນ ຈໍານວນ 6 ເລື່ອງ ລວມ ມີເຮືອນປະຊາຊົນຢູ່ເຂດບ້ານໂພນປ່າເປົ້າ ມີຄົນຮ້າຍງັດລັກເຄື່ອງ ຈໍານວນ 4 ຫຼັງຄາ ລວມ ຜົນເສຍ ຫາຍມີ ຄອມ ພິວເຕີ 1 ເຄື່ອງ, ເງິນ 1.100.000 ກີບ ແລະ 1.000 ໂດລາ; ເຮືອນປະຊາຊົນຢູ່ບ້ານໃໝ່ ຖືກຄົນ ຮ້າຍງັດເຂົ້າໄປ ລັກເອົາລົດຈັກເວບ 100 ໝາຍເລກທະບຽນ ດຕ 5642 ກໍາແພງນະຄອນ ແລະ ຄົນຮ້າຍ ລັກເງິນ 800 ໂດລາ ຂອງຄົນຕ່າງປະເທດທີ່ເຮືອນພັກແຫ່ງໜຶ່ງເຂດບ້ານສີຫອມ ແລະ ມາວັນທີ 22 ມັງກອນ 2018 ມີຄົນຮ້າຍບໍ່ຊາບ ຈໍານວນກໍເຫດລັກລົດຈັກເວບ 100  ຄັນ ສີແດງດໍາ ຂອງທ້າວ ຄໍາໝັ້ນ ຢູ່ບ້ານພະຂາວ ເມືອງໄຊ ທານີ ນະຄອນ ຫຼວງວຽງຈັນ ແລະ ໃນວັນທີ 23 ມັງກອນ 2018 ມີຄົນຮ້າຍບໍ່ຊາບຈໍານວນ ກໍ່ເຫດລັກລົດ ຈັກເວບ 100 ຈໍານວນ 3 ຄັນ.



ຕໍ່ກັບສະພາບການດັ່ງກ່າວ, ຜ່ານມາ ເຈົ້າໜ້າທີ່ກໍໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຕິດຕາມກັກຕົວຜູ້ກະ ທໍາຜິດມາລົງໂທດຕາມກົດໝາຍໄດ້ຫຼາຍຄົນ ລວມທັງໃນອາທິດຜ່ານມາ, ເຈົ້າໜ້າທີ່ແຕ່ລະເມືອງ ສາມາດແກ້ໄຂ ຄະດີທີ່ເກີດຂຶ້ນໄດ້ທັງໝົດ 4 ເລື່ອງ ກັກຕົວຜູ້ຖືກຫາໄດ້ 16 ຄົນ ຄື: ໃນວັນທີ 21 ມັງກອນ 2018 ເຈົ້າໜ້າທີ່ ປກສ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ກັກຕົວຜູ້ຖືກຫາລັກຊັບຂອງພົນລະເມືອງໄດ້ 2 ຄົນ ຊື່ທ້າວ ຄໍ້ ອາຍຸ 25 ປີ ຢູ່ບ້ານຫ້ອມໃຕ້ ແລະ ທ້າວ ອຸ່ນ ອາຍຸ 22 ປີ ຢູ່ບ້ານດົງຄໍາຊ້າງ ທັງສອງຢູ່ເມືອງຫາດຊາຍຟອງ ນະຄອນ ຫຼວງວຽງຈັນ; ໃນວັນທີ 22 ມັງກອນ 2018 ເຈົ້າໜ້າທີ່ ປກສ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ກັກຕົວຜູ້ ຖືກຫາລັກລົດຈັກໄດ້ 7 ຄົນ ຊື່ທ້າວ ຈິດຕະລາດ ອາຍຸ 15 ປີ, ທ້າວ ຕົ້ນຕາວັນ ອາຍຸ 16 ປີ ທັງສອງຢູ່ບ້ານຜາງແຫ້ງ , ທ້າວ ພົດ ອາຍຸ 30 ປີ ຢູ່ບ້ານສີເກີດ ເມືອງນາຊາຍທອງ, ທ້າວ ໂນ ອາຍຸ 24 ປີ, ທ້າວ ນີ່ ອາຍຸ 17 ປີ ທັງສອງຢູ່ ບ້ານໂນນບໍ່ແກ້ວ ເມືອງໄຊທານີ, ທ້າວ ພອນ ອາຍຸ 26 ປີ ຢູ່ບ້ານວຽງຄໍາ ແລະ ທ້າວ ຫຼ້າ ອາຍຸ 26 ປີ ຢູ່ບ້ານຂາມ ງອຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ; ໃນວັນດຽວກັນ, ເຈົ້າໜ້າທີ່ ປກສ ເມືອງສີສັດຕະນາກ ນະຄອນຫຼວງ ວຽງຈັນ ກັກຕົວຜູ້ຖືກຫາລັກຊັບຂອງພົນລະເມືອງໄດ້ 2 ຄົນ ຊື່ທ້າວ ບົວຂາວ ອາຍຸ 24 ປີ ຢູ່ບ້ານດອນກອຍ ແລະ ທ້າວ ສີເມືອງ ອາຍຸ 15 ປີ ຢູ່ບ້ານໂສກປ່າຫຼວງ ທັງສອງຢູ່ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ແລະ ໃນວັນທີ 23 ມັງກອນ 2018 ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ກັກຕົວຜູ້ຖືກຫາລັກຊັບຂອງພົນລະ ເມືອງໄດ້ 5 ຄົນ ຊື່ທ້າວ ສີນ ອາຍຸ 14 ປີ, ທ້າວ ທອງວັນ ທັງສອງຢູ່ບ້ານໄຮ່, ທ້າວ ສຸດໃຈ ອາຍຸ 32 ປີ ຢູ່ບ້ານຄໍາຮຸ່ງ, ທ້າວ ແສງເດືອນ ອາຍຸ 31 ປີ ຢູ່ບ້ານດອນໜູນ ແລະ ທ້າວ ສຸລິຂັນ ອາຍຸ 32 ປີ ຢູ່ບ້ານຫົວຊຽງ ເມືອງໄຊທານີ ນະຄອນຫຼວງວຽງຈັນ.

ເຖິງວ່າຢ່າງໃດກໍຕາມຕໍ່ກັບສະພາບການດັ່ງກ່າວນັ້ນ, ເຈົ້າໜ້າທີ່ຫຼາຍພາກສ່ວນກໍໄດ້ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນ ເພື່ອເປັນອຸທະຫອນເຕືອນໃຈ ໃນການມີສະຕິລະວັງຕົວໃຫ້ສູງຂຶ້ນ ເພື່ອບໍ່ເປັນຊ່ອງວາງຂອງຄົນບໍ່ດີ ຊ່ວຍໂອກາດ ລົງມືຊັບສິງຂອງທີ່ມີຄ່າໄປ ແລະ ເປັນເຈົ້າການຊ່ວຍເຫຼື່ອເຈົ້າໜ້າທີ່ແກ້ໄຂສະພາບການດັ່ງກ່າວໃຫ້ທັນເວລາ.


ແຫຼ່ງຂ່າວ: ນສພ ຄວາມສະຫງົບ     
© ຈໍາປາໂພສ |  www.champapost.com
_________


No comments

Powered by Blogger.