Header Ads

ປະກາດແຕ່ງຕັ້ງຮອງຫົວໜ້າກົມ 509 ຜູ້ໃໝ່



ກະຊວງປັອງກັນຄວາມສະຫງົບ ຈັດພິທິປະກາດການຈັດຕັ້ງ ເພື່ອປັບປຸງກົງຈັກການຈັດຕັ້ງໃຫ້ສອດຄ່ອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ໂດຍປະກາດ ພັອ ລໍາໄພ ຍົດປະໄພ ຈາກຫົວໜ້າກອງບັນຊາການ ປກສ ແຂວງບໍ່ແກ້ວ, ເປັນຮອງຫົວໜ້າກົມຄຸ້ມຄອງພົນລະເມືອງ ແລະ ກໍ່ສ້າງຮາກຖານ ( 509 ) ເຊິ່ງພິທິຈັດຂຶ້ນໃນວັນທີ 26 ມັງກອນ 2018 ໂດຍເປັນປະທານຂອງ ພົຈວ ອາລູ ວາລີຊື ຄະນະພັກກະຊວງ ຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ ເປັນກຽດເຂົ້າຮ່ວມມີບັນດາຄະນະພັກ-ຄະນະບັນຊາຂັ້ນກົມ, ຂັ້ນພະແນກ ພ້ອມດ້ວຍພະນັກງານຫຼັກແຫຼ່ງອ້ອມຂ້າງກົມເຂົ້າຮ່ວມ.




ໃນໂອກາດນີ້, ພົຈວ ອາລູ ວາລີຊື ໄດ້ເນັ້ນໜັກໃຫ້ສະຫາຍທີ່ຖືກແຕ່ງຕັ້ງ ຈົ່ງເອົາໃຈໃສ່ຊີ້ນຳ-ນຳພາ, ສຶກສາອົບຮົມການເມືອງ-ແນວຄິດ, ເປັນເຈົ້າການໃນການປະຕິບັດໜ້າທີ່ ທີ່ໄດ້ຮັບມອບໝາຍໃຫ້ປະກົດຜົນເປັນຈິງ ພ້ອມທັງຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ຕະຫຼອດຮອດພະນັກງານ-ນັກຮົບພາຍໃນກົມ ຈົ່ງພ້ອມກັນຮ່ວມແຮງຮ່ວມໃຈ ເອົາໃຈໃສ່ສຸມສະຕິປັນຍາ ແລະ ຄວາມສາມາດ ເພື່ອປະກອບສ່ວນເຂົ້າໃນການປະຕິບັດໜ້າທີ່ວຽກງານຂອງກົມກອງ ກໍຄືການຈັດຕັ້ງມອບໝາຍໃຫ້ໄດ້ຮັບຜົນດີຂຶ້ນໄປເລື້ອຍໆ.

ພາບ ແລະ ຂ່າວ: ກະຊວງປັອງກັນຄວາມສະຫງົບ
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.