Header Ads

5 ວິທີເຮົາໃຫ້ສຸຂະພາບດີ ດ້ວຍງົບປະມານສະບາຍກະເປົາ



ທຸກມື້ນີ້ການເບິ່ງແຍງສຸຂະພາບກຳລັງໄດ້ຮັບຄວາມເອົາໃຈໃສ່ຫຼາຍ ບໍ່ວ່າຈະປັນການກິນ,​ການອອກກຳລັງກາຍດ້ວຍວິທີຕ່າງໆ ແລະ ການປ່ຽນພຶດຕິກຳມາເບິ່ງແຍງສຸຂະພາບກັນຫຼາຍຂຶ້ນ. ໃນນປະຈຸບັນສິນຄ້າ ແລະ ການບໍລິການຕ່າງໆກໍຫັນມາເອົາໃຈໃສ່ ແລະ ເນັ້ນກ່ຽວກັບການເບິ່ງແຍງສຸຂະພາບຫລາຍຂຶ້ນ ບໍ່ຈະເປັນເລືື່ອງອາຫານເສີມສຸຂະພາບ, ສູນອອກກຳລັງກາຍ, ສີນຄ້າເພື່ອສູຂູພາບ, ອຸປະກອນອອກກໍາລັງກາຍ ແລະ ອື່ນໆ ເພື່ອເອົາໃຈຄົນຮັກສາສຸຂະພາບໂດຍສະເພາະ ເຊິ່ງການເບິ່ງແຍງສຸຂະພາບໃນແຂງແຮງ ກໍມີຫຼາກຫຼາຍວິທີ, ໃຊ້ງົບຫຼາຍ ແລະ ງົບນ້ອຍແຕກຕ່າງກັນໄປ ແຕ່ມຶ້ນີ້ www.champapost.com ພາມາຮູ້ຈັກວິທີເບິ່ງແຍງສຸຂະພາບຂອງຕົນເອງຢ່າງງ່າຍດາຍ ແລະ ໃຊ້ງົບປະມານເບົາໆ: 



1.ເລືອກອາຫານເສີມທີ່ເໝາະສົມ
ຢ່າຕົກເປັນເຫຍືອຂອງການຕະຫຼາດ ແລະ ການໂຄສະນາ ຂອງວິຕາມິນ ແລະ ອາຫານເສີມຕ່າງໆ ແຕ່ຂໍແນະນຳວ່າໃຫ້ກວດເບິ່ງຮ່າງກາຍວ່າຕ້ອງການວິຕາມິນ ຫຼື ອາຫານເສີມຫຍັງ ແລ້ວເລືອກໃຫ້ເໝາະສົມກັບສຸຂະພາບຂອງເຮົາ

2. ກວດສຸຂະພາບແຂ້ວເປັນປະຈຳ
ຫຼາຍຄົນອາດຄິດວ່າການໄປກວດສຸຂະພາບຂອງແຂ້ວເປັນປະຈຳທຸກ 6 ເດືອນອາດບໍ່ຈຳເປັນ ແຕ່ໃນຄວາເປັນຈິງແລ້ວ ເຮົາບໍ່ອາດຮູ້ເທົ່າທັນກັບໝໍ ແລະ ບໍ່ມີເຄື່ອງມືກວດ . ສະນັ້ນ, ເພື່ອໃຫ້ທ່ານສາມາດຫຼີ້ກລ່ຽງການສູນເສຍແຂ້ວຄວນໄປກວດເລື່ອຍໆ ແລະ ແກ້ໄຂໃຫ້ທັນເວລາກ່ອນຈະມີບັນຫາແຂ້ວຕ້ອງອາຍຸແກ່



3. ກວດສຸຂະພາບປະຈຳປີ
ບໍ່ເຮົາຈະຢູ່ໃນຊ່ວງອາຍຸເທົ່າໃດ ຢ່າຄິດວ່າບໍ່ຈຳເປັນຕ້ອງໄປເສຍເງິນ ແລະ ເສຍເວລາໄປກວດສຸຂະພາບ ເພາະກິດຈະກຳປະຈຳວັນເຕັມໄປດ້ວຍຄວາມຕຶງຄຽດ ແລະ ສິ່ງປຸງແຕ່ງຕ່າງໆ ທີ່ສົງຜົນໃຫ້ຮ່າງກາຍຂອງເຮົາອ່ອນແອລົງເລື່ອຍໆ ແຕ່ເມື່ອເຮົາພົບພະຍາດ ກໍສາມາດປີວປົວໄດ້ທັນເວລາ


4. ເລືອກປະກັນສຸຂະພາບທີ່ຄຸ້ມທີ່ສຸດ
ໃນະຈຸບັນຜູ້ໃຫ້ບໍລິການທາງດ້ານສຸຂະພາບມີຫລາຍຮູບແບບແຕກຕ່າງກັນ ລອງເລືອກ ແລະ ວິເຄາະເບິ່ງວ່າ ແບບໃດເໝາະສົມກັບເຮົາ ເພື່ອຮັບປະກັນວ່າໃນອະນາຄົດຈະມີເງິນພຽງພໍສໍາລັບລາຍຈ່າຍເລືອກສູຂະພາບ.

5.ວາງແຜນອາຫານເພື່ອສຸຂະພາບຂອງຕົນເອງ
ປະຈຸບັນອາຫານມີຫຼາກຫຼາຍ ແຕ່ການເລືອກກີນຢ່າງສະຫຼາດຈະເຮັດໃຫ້ມິສຸຂະພາບແຂວງແຮງ ແລະ ອາຍຸຍືນ ເພາະສິ່ງທີ່ເຮົາກີນແຕ່ລະມື້ຈະວັດສຸຂະພາບເຮົາໃນອະນາຄົດ. 


© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.