Header Ads

ປີ 2017 ລັດພົບ ສໍ້ລາດບັງຫຼວງກວ່າ 400 ຕື້



ອີງຕາມການລາຍງານຂ່າວຂອງໜັງສືພິມລາວພັດທະນາ ວ່າ: ກອງປະຊຸມວຽກງານກວດກາທົ່ວປະເທດປະຈຳປີ 2017 ໄດ້ໄຂຂຶ້ນໃນວັນທີ 10-12 ມັງກອນຜ່ານມານີ້, ໂດຍການເປັນປະທານຂອງທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ປະທານກວດກາສູນກາງພັກ, ປະທານອົງການກວດກາລັດຖະບານ, ຫົວໜ້າອົງການຕ້ານການສໍ້ລາດບັງຫລວງຂັ້ນສູນກາງ, ໂດຍມີການເປີດເຜີຍວ່າ: ປີຜ່ານມາໄດ້ດຳເນີນການຕິດຕາມ-ກວດກາພຶດຕິກຳການສໍ້ລາດບັງຫລວງຂອງພະນັກງານ-ລັດຖະກອນຢູ່ບັນດາກະຊວງ-ອົງການ ແລະ ທ້ອງຖິ່ນຕ່າງໆ, ຊຶ່ງສາມາດດຳເນີນໄດ້ 80 ເລື່ອງ. ໃນນັ້ນ; ໄດ້ສືບສວນ-ສອບສວນຄະດີສໍ້ລາດບັງຫລວງ 3 ກໍລະນີທີ່ກ່ຽວຂ້ອງກັບການຊຳລະໜີ້ສິນຂອງໂຄງການບໍ່ມີຕົວຕົນ ແລະ ຈ່າຍເງິນເກີນ-ຊໍ້າຊ້ອນຢູ່ 12 ແຂວງ, ນະຄອນ ຫຼວງວຽງຈັນ ແລະ 1 ກະຊວງ, ລວມມີມູນຄ່າເສຍຫາຍເປັນເງິນ 404,33 ຕື້ກີບ, ໃນນັ້ນ ສາມາດກູ້ຄືນມາໄດ້ແລ້ວຫລາຍກວ່າ 317 ຕື້ກີບ.

ກອງປະຊຸມຄັ້ງນີ້ ຍັງໄດ້ພ້ອມກັນສະຫຼຸຸບຕີລາຄາ ແລະ ປະກອບຄຳເຫັນຕໍ່ການເຄື່ອນໄຫວປະຕິບັດວຽກງານ ຕິດຕາມ-ກວດກາ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງໃນໜຶ່ງປີຜ່ານມາ. ສຳລັບວຽກງານກວດກາໃນໜຶ່ງປີຜ່ານມາຄະນະພັກ, ອົງການປົກຄອງ ແລະ ຄະນະກວດກາແຕ່ລະຂັ້ນໄດ້ພ້ອມກັນຕັ້ງໜ້າບຸກບືນປະຕິບັດ ວຽກງານຕິດຕາມ-ກວດກາສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ຄົ້ນຄວ້າແກ້ໄຂຄຳຮ້ອງ-ຄຳສະເໜີ ແລະ ປັບປຸງ ການຈັດຕັ້ງຢູ່ຂັ້ນຂອງຕົນມີຜົນສຳເລັດຫຼາຍດ້ານ.

ສຳລັບວຽກງານໃນຕໍ່ໜ້າ, ຈະຕ້ອງໄດ້ພ້ອມກັນຄົ້ນຄວ້າປະກອບຄວາມຄິດເຫັນໃຫ້ເລິກເຊິ່ງ, ເປັນເອກະພາບຕໍ່ທິດທາງ, ໜ້າທີ່ ແລະ ບັນດາວຽກທີ່ຈະຕ້ອງສຸມໃສ່ຈັດຕັ້ງປະຕິບັດໃນປີ 2018, ແນໃສ່ເຮັດໃຫ້ວຽກງານຕິດຕາມ-ກວດກາ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງທັງຢູ່ສູນກາງ ແລະ ທ້ອງຖິ່ນໄດ້ຮັບ ການຈັດຕັ້ງປະຕິບັດຢ່າງຕັ້ງ ໜ້າ ແລະ ມີການຫັນປ່ຽນດີຂຶ້ນກວ່າເກົ່າ,ປະກອບສ່ວນເຮັດໃຫ້ການຄຸ້ມຄອງລັດດ້ວຍກົດໝາຍມີຄວາມສັກສິດ, ການພັດທະນາເສດຖະກິດ-ສັງຄົມມີການຂະຫຍາຍຕົວ, ບັນລຸຕາມລະດັບຄາດໝາຍທີ່ວາງໄວ້, ການກໍ່ສ້າງພັກ, ພະນັກງານໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນຕາມທິດທີ່ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກໄດ້ກຳນົດໄວ້.

ໃນກອງປະຊຸມຄັ້ງນີ້ ທ່ານ ສີໃນ ມຽງລາວັນ ຮອງປະທານ ຄະນະກວດກາສູນກາງພັກ ຮອງປະທານອົງການກວດກາລັດຖະບານ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ຂຶ້ນຜ່ານຮ່າງບົດສະຫຼຸຸບຕີລາຄາການເຄື່ອນໄຫວວຽກງານຕິດຕາມ-ກວດກາ ແລະ ສະກັດກັ້ນຕ້ານການສໍ້ລາດບັງຫຼວງໄລຍະ 1 ປີ ຜ່ານມາ 2017 ທິດທາງແຜນການວຽກງານກວດກາປີ 2018 ຕື່ມອີກ.

ແຫຼ່ງຂ່າວ: ນສພ ລາວພັດທະນາ
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.