Header Ads

5 ສິ່ງບໍ່ຄວນເຮັດຫຼັງຈາກກິນເຂົ້າອີ່ມຖ້າຢາກສຸຂະພາບດີ




ຫລັງຈາກທີ່ເຮົາກິນເຂົ້າອິ່ມໃຫມ່ໆ ຮູ້ບໍ່ວ່າເຮົາບໍ່ຄວນທີ່ຈະເຮັດຫຍັງແດ່ ບາງທີເຮົາອາດຈະຮັດຫຍັງບໍ່ຖຶກຈະສົ່ງຜົນສະທ່ອນຕໍ່ຮ່າງກາຍເຮົາໄດ້ໃນທັນທີ. ດັ່ງນັ້ນ, ເພື່ອສູຂະພາບທີ່ດີເຮົາມາເບິ່ງວ່າມີຫຍັງແດ່ທີບໍ່ຄວນເຮັດຫລັງຈາກກິນເຂົ້າອິ່ມໃຫມ່ໆ ແລະ ນີ້ແມ່ນ 5 ສິ່ງບໍ່ຄວນເຮັດຫຼັງຈາກກິນເຂົ້າອີ່ມ: 

1. ດື່ມຊາທັນທີ
ເພາະການດື່ມຊາທັນທີອາດນຳໄປສູ່ໂລກຫຼອດເລືອດໃນຫົວໃຈໄດ້ ເນື່ອງຈາກມີສານ ພໍລີຟີນໍ ທີ່ຢູ່ໃນຊາ ຈະເຂົ້າໄປຂັດຂວາງກາດູດຊືມທາດເຫຼັກຈາກອາຫານ ນອກຈາກນີ້ຊາຍັງມີກົດທຳລາຍໂປຣຕິນຈາກອາຫານນໍາອີກ


2. ອາບນໍ້າທັນທີ
ອາບນໍ້າຈະເຮັດໃຫ້ລະບົບອາຫານເຮັດວຽກຜິດປົກກະຕິ,​ປະສິດທິພາບໃນການຍ່ອຍອາຫານຫລຸດລົງ ແລະ ລະບົບຄວາມດັນໃນຮ່າງກາຍບໍ່ສົມດູນ ທາງທີ່ດີຫລັງຈາກກິນເຂົ້າອິ່ມແລ້ວປະມານ 30 ນາທີ ຈຶ່ງຄວນອາບນໍ້າ


3. ນອນຫຼັບທັນທີ
ການນອນຫຼັບທັນທີອາດຈະເຮັດໃຫ້ອາຫານບໍ່ສາມາດຍ່ອຍໄດ້ ເພາະທິດທາງການເຮັດວຽກຂອງລະບົບຍ່ອຍອາຫານຜິດທິດທາງ ເຮັດໃຫ້ເກີດລົມໃນກະພາະອາຫານ ແລະ ລຳໄສ້ ລວມໄປເຖິງໂລກກົດໄຫຼຍ້ອນໄດ້


4.ອອກກຳລັງກາຍທັນທີ
ການອອກກຳລັງກາຍໄປມາເຮັດໃຫ້ລຳໄສ້ເຄື່ອນເຫນັງ ສົ່ງຜົນໃຫ້ລະບົບຍ່ອຍອາຫານເຮັດວຽກບໍ່ເຕັມທີ່ ຢ່າງນ້ອຍປະມານເຄິ່ງຊົ່ວໂມງຈຶ່ງອອກກຳລັງກາຍ


5. ກິນໝາກໄມ້
ໝາກໄມ້ເຮັດໃຫ້ເກີດລົມໃນກະເພາະອາຫານ  ແລະ ທ້ອງອືດ ຄວນຖ້າປະມານ 1-2 ຊົ່ວໂມງ ເພື່ອໃຫ້ອາຫານຍ່ອຍ ແລ້ວຈຶ່ງຄ່ອຍກິນ ຫຼື ກິນກ່ອນ 1 ຊົ່ວໂມງ ເພື່ອໃຫ້ໄດ້ຮັບປະໂຫລດຈາກໝາກໄມ້ເຕັມທີ່



ທີ່ມາ : sukkapab.com , ຮຽບຮຽງໂດຍ : ຈໍາປາໂພສ
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.