Header Ads

ລາວ​ສ້າງ​ສີມື​ແຮງ​ງານ​ໄດ້​ຫລາຍ​ກວ່າ 88.000 ຄົນ ໃນປີ 2017 ຜ່ານມາ​



ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ ​ເປີດ​ເຜີຍ​ວ່າ: ​ໃນ​ປີ 2017 ຜ່ານ​ມາ, ຂະ​ແໜງ​ການ​ແຮງ​ງານ​ລາວ​ໄດ້​ເອົາ​ໃຈ​ໃສ່​ພັດທະນາ​ສີມື​ແຮງ​ງານ​ຕາມ​ການ​ປ່ຽນ​ແປງ​ຂອງ​ໂຄງ​ປະກອບ​ແຮງ​ງານ​ໄດ້​ຫລາຍ​ກວ່າ 88.000 ຄົນ, ​ໃນ​ນັ້ນຂະ​ແໜງ​ກະສິກຳ​ມີ 20.000 ກວ່າ​ຄົນ, ອຸດສາຫະກຳ 18.000 ກວ່າ​ຄົນ ​ແລະ ການ​ບໍລິການ​ຫລາຍ​ກວ່າ 43.000 ຄົນ ​ແລະ ​ໄປ​ຄຽງ​ຄູ່​ກັນ​ນີ້, ຂະ​ແໜງ​ດັ່ງກ່າວ​ຍັງ​ໄດ້​ເອົາ​ໃຈ​ໃສ່​ໃນ​ການຈັດ​ຫາ​ວຽກ​ເຮັດ​ງານ​ທຳ ​ແລະ ສະໜອງ​ແຮງ​ງານ​ເຂົ້າສູ່​ຕະຫລາດ​ແຮງ​ງານ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ໄດ້​ຫລາຍ​ກວ່າ 168 ພັນ​ຄົນ ລື່ນ​ແຜນການ​ວາງ​ໄວ້ 17%, ​ໃນ​ນັ້ນມີ​ຂະ​ແໜງ​ກະສິກຳ 37.000 ກວ່າ​ຄົນ, ອຸດສາຫະກຳ 64.000 ກວ່າ​ຄົນ ​ແລະ ບໍລິການ 65.000 ກວ່າ​ຄົນ, ພ້ອມ​ໄດ້​ສົ່ງ​ແຮງ​ງານ​ລາວ​ໄປ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ​ຕື່ມ​ອີກ​ຫລາຍ​ກວ່າ 49.000 ຄົນ.






ຜູ້​ລາຍ​ງານ​ຂ່າວ​ໃຫ້​ຮູ້​ວ່າ: ​ໃນ​ປີຜ່ານມາ, ​ເຖິງ​ວ່າ​ໂຄງ​ປະກອບ​ແຮງ​ງານ​ຢູ່​ລາວ​ເຮົາ​ມີ​ການ​ປ່ຽນ​ແປງ, ​ແຕ່​ໃນ​ນັ້ນຂະ​ແໜງ​ກະສິກຳ​ຍັງ​ກວມ​ອັດຕາ​ສ່ວນ​ຫລາຍ ຄື​ຂົງ​ເຂດ​ກະສິກຳ​ຫລຸດ​ລົງ​ຈາກ 64,8% ​ໃນ​ປີ 2016 ມາ​ເປັນ 64,5% ​ໃນ​ປີ 2017, ສ່ວນ​ຂົງ​ເຂດ​ອຸດສາຫະກຳ​ເພີ່ມ​ຂຶ້ນ​ເລັກ​ໜ້ອຍ​ຈາກ 11,6% ມາ​ເປັນ 11,8% ​ແລະ ຂົງ​ເຂດ​ບໍລິການ​ກໍ​ເພີ່ມ​ຂຶ້ນຈາກ 23,6% ມາ​ເປັນ 23,7% ​ໃນ​ປີ 2017 ​ແລະ ຄາດ​ວ່າ​ໃນ​ປີ 2018 ນີ້, ​ໂຄງ​ປະກອບ​ແຮງ​ງານ​ດັ່ງກ່າວ​ກໍ​ອາດ​ມີ​ການ​ປ່ຽນ​ແປງ​ໄປ​ສູ່​ຂົງ​ເຂດ​ອຸດສາຫະກຳ ​ແລະ ບໍລິການ​ຫລາຍ​ຂຶ້ນ.

ທີ່ມາ: ນສພ ລາວພັດທະນາ 
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.