Header Ads

6 ຄຸນປະໂຫຍດຂອງການແລ່ນອອກກໍາລັງກາຍ


ເຊື່ອວ່າຫຼາຍຄົນຄົນຮູ້ກັນແລ້ວວ່າ ການແລ່ນນັ້ນສາມາດຫຼຸດນຳຫນັກ ແລະ ປັບຮູບຮ່າງໄດ້ ແຕ່ນອກຈາກນີ້ແລ້ວມັນຍັງມີຄຸນປະໂຫຍດຕໍ່ທຸກພາກສ່ວນຂອງຮ່າງກາຍ ການແລ່ນນັ້ນຊ່ວຍໃຫ້ເຮົາສຸຂະພາບດີ ເຊິ່ງມື້ນີ້ www. champapost.com ພາທຸກຄົນມາຮູ້ຈັກ 6 ຄຸນປະໂຫຍດຂອງການແລ່ນອອກກໍາລັງກາຍ: 


1.ປັບປຸງສົມດຸນຂອງຮ່າງກາຍ
ການອອກກຳລັງກາຍດ້ວຍການແລ້ນນັ້ນເປັນວິທີ່ດີດີໃນການຍົກລະດັບສຸຂະພາບທັງຮ່າງກາຍ ຈາກການວິໄວພົບວ່າ ການແລ່ນເພີ່ມລະດັບ ຄໍເລສເຕີຣໍ ທີ່ດີ ແລະ ຊ່ວຍຍົກລະດັບການເຮັດວຽກຂອງປອດໄດ້ດີຂຶ້ນ ແລະ ຍັງເພີ່ມລະດັບພູມຄຸ້ມກັນ

2. ປ້ອງກັນໂລກ
ສຳລັບຜູ້ຍິງ ການແລ່ນຈະຫຼຸດຄວາມສ່ຽງໃນການເປັນມະເຮັງເຕົ້ານົມ ແລະ ຫຼຸດຄວາມສ່ຽງຂອງການເປັນໂລກຫຼອດເລືອດສະໝອງ ການອອກກຳລັງກາຍດ້ວຍການແລ່ນຍັງເໝາະສົມກັບຜູ້ປ່ວຍໂລກຄວາມດັນເລືອດສູງ ໂລກກະດູກຜຸ່ຍ ແລະ ຍັງຊ່ວຍຫຼຸດຄວາມສ່ຽງຂອງການເປັນໂລກຫົວໃຈ ຍັງຊ່ວຍໃຫ້ຫົວໃຈແຂງແຮງ ແລະ ຫຼຸດໂອກາດທີ່ຈະເກີດຫົວໃຈວາຍໄດ້ດີອີກດ້ວຍ



3. ຊ່ວຍຫຼຸດນໍ້າຫນັກ
ການແລ່ນເປັນການອອກກຳລັງກາຍທີ່ຊ່ວຍໃຫ້ຫຼຸດນ້ຳຫນັກແລະຍັງຮັກສານ້ຳຫນັກໄວ້ໃຫ້ຄົງທີ່ ຊຶ່ງການແລ່ນຈະຊ່ວຍໃຫ້ເຜົາຜານພະລັງງານຢ່ງມີປະສິດທິພາບ

4. ເພີ່ມຄວາມໝັນໃຈ
ການແລ່ນນອກຈາກຈະມີປະໂຫຍດຕໍ່ຮ່າງກາຍ ແຕ່ຍັງຊ່ວຍໃຫ້ມີຄວາມໝັນໃຈແລະຄວາມນັບຖືໂຕເອງໄດ້ອີກດ້ວຍ ດ້ວຍການຕັ້ງເປົ້າໝາຍຢ່າງມີວິໄນ ຊຶ່ງເຮັດໃຫ້ມີຄວາມສຸກນຳອີກດ້ວຍ



5. ຫຼຸດຄວາມຄຽດ 
ຄວາມຄຽດເປັນສາເຫດຫນຶ່ງຂອງບັນຫາສຸຂະພາບແລະບັນຫາທາງດ້ານອາລົມ ນອກຈາກນີ້ຍັງຫຼຸດຄວາມຢາກອາຫານ ແລະ ຄຸນນະພາບຂອງການນອນຫຼັບກໍ່ຫຼຸດລົງອີກດ້ວຍ

6. ກຳຈັດພາວະຊຶມເສົ້າ
ເມື່ອເຮົາຮູ້ສຶກຫົດຫູ່ ສິ່ງສຸດທ້າຍທີ່ຕ້ອງເຮັດແມ່ນແມ່ນການລຸກຂຶນມາແລ້ວອອກໄປແລ່ນແລ້ວເຮົາຊິຫັນວ່າຫລັງຈາກທີ່ແລ່ນສະໝອງຈະປົດປ່ອຍ ຮອກໂມນຊຶ່ງຊ່ວຍຍັກລະດັບອາລົມອີກດ້ວຍ ແຕ່ກໍ່ຍັງມີວິທີອື່ນໆອີກດ້ວຍ ທີ່ຮັກສາອາການຊຶມເສົ້າໄດ້ດີ ແລະ ໄວກ່ວາການອອກກຳລັງກາຍດ້ວຍການແລ່ນ


ທີ່ມາ: Healt-th.com
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.