Header Ads

ເຫດໄຟໄໝ້ບ້ານປະຊາຊົນ ເຂດຫ້ອງການບ້ານ ບ້ານໜອງບືກ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ



ນະຄອນຫຼວງວຽງຈັນ : ວັນຈັນ ວັນທີ 15/01/2018 ເວລາ 14:35ນາທີ  ໜ່ວຍກູ້ໄພມູນນິທິຈີນ  ໄດ້ຮັບແຈ້ງຈາກປະຊາຊົນເຂົ້າເບີສຸກເສີນ1628ວ່າມີເຫດໄຟໄໝ້ບ້ານປະຊາຊົນ ເຂດຫ້ອງການບ້ານ ບ້ານໜອງບືກ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ






ໜ່ວຍກູ້ໄພມູນນິທິຈີນໄດ້ອອກກວດສອບເຫດພົບເຫັນໄຟລຸກແຮງຢູ່ໃນເຮືອນແລະເຮືອນຄົວ .ດັ່ງນັ້ນ, ໜ່ວຍກູ້ໄພມູນນິທິຈີນ1628ພ້ອມເຈົ້າໜ້າທີ່ມອດໄຟນະຄອນຫຼວງ (ດັບເພີງ) ສະກັດກັ້ນມອດໄຟເປັນທີ່ຮຽບຮ້ອຍ. ສ່ວນສາເຫດເຮັດໃຫ້ເກີດເພີງໄໝ້ໃນຄັ້ງນີ້ແມ່ນຍັງຢູ່ໃນການສືບສວນສອບສວນຂອງເຈົ້າໜ້າທີ່

ພົບເຫດຕາມທ້ອງຖະໜົນແລະຜູ້ປ່ວຍສຸກເສີນໂທແຈ້ງ 1628 ໄດ້24 ຊົ່ວໂມງ
ພາບ ແລະ ຂ່າວ: ໜ່ວຍກູ້ໄພມູນນິທິຈີນ 
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.