Header Ads

ເປີດປີທ່ອງທ່ຽວລາວ ທີ່ແຂວງຄຳມ່ວນທີ່ເດີ່ນວັດພະທາດສີໂຄດຕະບອງ ເມືອງທ່າແຂກ ແຂວງຄຳມ່ວນ




ໃນວັນທີ 25 ມັງກອນ 2018 ທີ່ເດີ່ນວັດພະທາດສີໂຄດຕະບອງ ເມືອງທ່າແຂກ, ແຂວງຄຳມ່ວນ ໄດ້ຈັດພິທີເປີດປີທ່ອງທ່ຽວລາວ 2018 ແລະ ງານບຸນນະມັດສະການ ພະທາດສີໂຄດຕະບອງ ຂຶ້ນ ໂດຍການໃຫ້ກຽດລັ່ນຄ້ອງ ເປີດງານຂອງ ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ ທັງເປັນປະທານຊີ້ນໍາຈັດງານປີທ່ອງທ່ຽວລາວ 2018 ລະດັບຊາດ, ມີ ທ່ານ ໂອໄດ ສຸດາພອນ ເຈົ້າແຂວງໆຄຳມ່ວນ, ມີບັນດາຄະນະພັກ-ຄະນະນຳແຂວງ, ບັນດາຜູ້ຕາງໜ້າຈາກແຂວງອ້ອມຂ້າງ, ກະຊວງ-ກົມກອງທີ່ກ່ຽວຂ້ອງ, ແຂກພາຍໃນ ແລະ ຕ່າງປະເທດ ພ້ອມດ້ວຍ ພໍ່ແມ່ປະຊາຊົນຊາວແຂວງຄຳມ່ວນ ເຂົ້າຮ່ວມ.





ໃນໂອກາດນີ້, ທ່ານ ຄຳສີ ອຸດທິວົງ ຮອງເຈົ້າແຂວງໆຄຳມ່ວນ ໄດ້ລາຍງານໃຫ້ຊາບ ກ່ຽວກັບການກະກຽມຈັດງານປີທ່ອງທ່ຽວລາວ 2018 ຂອງແຂວງຄຳມ່ວນ, ງານນະມັດສະການພະທາດສີໂຄດຕະບອງ ແລະ ຕະຫຼາດນັດວາງສະແດງ-ຈຳໜ່າຍສິນຄ້າ ເຊິ່ງຄະນະພັກ-ອຳນາດການປົກຄອງແຂວງ ໄດ້ຖືເອົາການພັດທະນາ ແລະ ສົ່ງເສີມວຽກງານການທ່ອງທ່ຽວ ເປັນບູລະມະສິດສຳຄັນໜຶ່ງ ເພື່ອຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ຕາມທິດສີຂຽວ ແລະ ຍືນຍົງ ໂດຍສົ່ງເສີມການທ່ອງທ່ຽວ 3 ດ້ານ ຄື: ທ່ອງທ່ຽວທຳມະຊາດມີ 139 ແຫ່ງ, ທ່ອງທ່ຽວດ້ານວັດທະນະທຳ 30 ແຫ່ງ ແລະ ທ່ອງທ່ຽວປະຫວັດສາດ 29 ແຫ່ງ.




ພ້ອມນີ້, ໄດ້ປັບປຸງກໍ່ສ້າງພື້ນຖານໂຄງລ່າງ, ເສັ້ນທາງ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ເພື່ອຮອງຮັບນັກທ່ອງທ່ຽວໄດ້ຫຼາຍຂຶ້ນ ເປັນຕົ້ນ ທີ່ພັກ 140 ແຫ່ງ, ຮ້ານອາຫານ, ບັນເທີງ ແລະ ກິນດື່ມ ເກືອບ 340 ແຫ່ງ. ໃນປີ 2016 ມີນັກທ່ອງທ່ຽວເຂົ້າມາທ່ຽວແຂວງຄຳມ່ວນຫຼາຍກວ່າ 538 ພັນກວ່າເທື່ອຄົນ ສ້າງລາຍຮັບໄດ້ປະມານ 345 ກວ່າຕື້ກີບ ແລະ ຄາດວ່າ ໃນປີ 2018 ນີ້ ຈະມີນັກທ່ອງທ່ຽວເຂົ້າມາທ່ຽວແຂວງຄຳມ່ວນຫຼາຍກວ່າ 565 ພັນກວ່າເທື່ອຄົນ ແລະ ຈະມີລາຍຮັບປະມານ 370 ກວ່າຕື້ກີບ. ສຳລັບປີທ່ອງທ່ຽວລາວ ປີ 2018 ຂອງແຂວງຄຳມ່ວນ ໄດ້ຈັດຂຶ້ນພາຍໃຕ້ຄຳຂວັນ " ທ່ອງທ່ຽວເມືອງລາວ ມ່ວນຊື່ນສຸກໃຈ ໃສ່ໃຈສິ່ງແວດລ້ອມ, ທ່ອງທ່ຽວເມືອງລາວ ຮຽນຮູ້ປະຫວັດສາດ ຊື່ນຊົມທຳມະຊາດ ອະນຸລັກວັດທະນະທຳ, ທ່ອງທ່ຽວຄຳມ່ວນ ດິນແດນເຊື່ອງຊ້ອນ ຊັບພະຍາກອນລ້ຳຄ່າ ທີ່ຕ້ອງຊອກຫາ " ການຈັດງານຄັ້ງນີ້ ຈະໄດ້ດຳເນີນໃນລະຫວ່າງວັນທີ 25 - 31 ມັງກອນ 2018 ປະກອບມີ ກິດຈະກຳການສະແດງສີລະປະວັນນະຄະດີ, ການຈັດສະແດງເຮືອນຊົງລາວ, ການວາງສະແດງ ແລະ ຈຳໜ່າຍສິນຄ້າ ຈາກພາຍໃນ ແລະ ຕ່າງປະເທດ ຫຼາຍກວ່າ 400 ຮ້ານ, ການເຂົ້າສັກກະລະບູຊາພະທາດສີໂຄດຕະບອງ, ພິທີກຳທາງປະເພນີ ແລະ ສາສະໜາ, ພິທີໃສ່ບາດພະຍາສີໂຄດ, ພິທີແຫ່ຜາສາດເຜິ້ງ, ພິທີໃສ່ບາດບຸນພະທາດສີໂຄດຕະບອງ ແລະ ແຫ່ທຽນໃນຕອນຄໍ່າ. ນອກຈາກນີ້, ໃນແຕ່ລະວັນ ຍັງມີການແຂ່ງຂັນກີລາປະເພດຕ່າງໆ, ການເສັງກອງແຕ້ກອງຈິງ ແລະ ກິດຈະກຳມ່ວນຊື່ນອື່ນໆ.





ໃນພິທີເປີດງານ, ທ່ານ ໂອໄດ ສຸດາພອນ ກໍ່ໄດ້ກ່າວວ່າ: ຂ້າພະເຈົ້າ ຂໍຖືໂອກາດນີ້ ເປີດປີທ່ອງທ່ຽວລາວ 2018 ຂອງແຂວງຄຳມ່ວນ ເພື່ອເປັນການແຈ້ງຂ່າວ, ໂຄສະນາເຜີຍແຜ່ ແລະ ແນະນຳ ໃຫ້ບັນດາແຂກ ແລະ ນັກທ່ອງທ່ຽວ ທີ່ມາຮ່ວມງານ ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍການຊີ້ນຳຂອງພັກ ແລະ ລັດຖະບານ, ການພົວພັນຮ່ວມມືກັບບັນດາແຂວງຕ່າງໆ, ການປະກອບສ່ວນສະໜັບສະໜູນ ຈາກພາກລັດ ແລະ ເອກະຊົນ ພ້ອມທັງການມີສ່ວນຮ່ວມຂອງປະຊາຊົນ ແລະ ສັງຄົມ ຈະເຮັດໃຫ້ວຽກງານການທ່ອງທ່ຽວຢູ່ແຂວງຄຳມ່ວນ ໄດ້ຮັບການພັດທະນາຢ່າງໜັກແໜ້ນໃນຕໍ່ໜ້າ, ສາມາດບັນລຸໄດ້ ຕາມວິໄສທັດ-ຄາດໝາຍ ທີ່ໄດ້ກຳນົດໄວ້.






© ຈໍາປາໂພສ |  www.champapost.com
_________


No comments

Powered by Blogger.