Header Ads

ທ່ານຮອງນາຍົກລັດຖະມົນຕີ ​​ຢ້ຽມຢາມໂຄງການຜະລິດສິນຄ້າກະສິກຳ ທີ່ເມືອງນອງ




​​ໃນ​ວັນ​ທີ 24 ມັງກອນ 2018 ທ່ານ ສອນ​ໄຊ​ ສີ​ພັນ​ດອນ, ຮອງ​ນາຍົກລັດຖະມົນຕີ ພ້ອມດ້ວຄະນະ ໄດ້ເດີນທາງໄປເຄື່ອນໄຫວຢ້ຽມຢາມໂຄງການຜະລິດໄມ້ໃຫ້ໝາກ ເປັນສິນຄ້າ ທີ່ເມືອງນອງ ແຂວງສະຫວັນນະເຂດ ຂອງບໍລິສັດ ສຸກຮຸ່ງເຮືອງ ສະຫວັນນະເຂດ ຈຳກັດຜູ້ດຽວ ທີ່ເປັນການລົງທຶນຂອງນັກທຸລະກິດຫວຽດນາມ ​ເຊິ່ງມີທ່ານຮອງ​ເຈົ້າ​ແຂວງ, ມີ​ບັນດາ​ຄະນະ​ນຳ​ແຂວງ-ເມືອງ​ ພ້ອມ​ດ້ວຍ ຄະນະອຳນວຍການ ແລະ ພະນັກງານວິຊາການຂອງບໍລິສັດດັ່ງກ່າວ ໃຫ້ການຕ້ອນຮັບ.

​ການມາຢ້ຽມຢາມຄັ້ງນີ້, ທ່ານຮອງນາຍົກລັດຖະມົນຕີ ແລະ ຄະນະ ກໍ່​ໄດ້​ຮັບຟັງການລາຍ​ງານ​ ຜົນການຈັດຕັ້ງປະຕິບັດຂອງໂຄງການປູກໄມ້ກິນໝາກ ທີ່ໝູນໃຊ້ເຕັກໂນໂລຊີຂັ້ນສູງ ໂດຍການຜະລິດແນວພັນ ຈາກຫ້ອງທົດລອງ, ນຳໃຊ້ຂັ້ນຕອນການປູກທີ່ທັນສະໄໝ ຕາມມາດຕະຖານ Global Gap, ການນຳໃຊ້ກົນຈັກ ເຂົ້າໃນການຜະລິດ, ວິທີການອະນຸລັກຮັກສາພືດ ແລະ ສິ່ງແວດລ້ອມ ແລະ ການນຳໃຊ້ເຕັກນິກຂັ້ນສູງ ເຂົ້າໃນການເກັບຮັກສາ ຫຼັງຈາກເກັບກ່ຽວຜົນຜະລິດ. ປະຈຸບັນ, ໄດ້ບຸກເບີກເນື້ອທີ່ໄປແລ້ວເກືອບ 2 ພັນເຮັກຕາ ແລະ ໄດ້ປູກໄມ້ກິນໝາກໄປແລ້ວ ກວ່າ 900 ເຮັກຕາ. ໃນນັ້ນ, ມີໝາກກ້ວຍ 653 ເຮັກຕາ, ໝາກມັງກອນ 200 ເຮັກຕາ ນອກນັ້ນກໍ່ແມ່ນ ໝາກໜອດ, ໝາກຂຽບ ແລະ ທົດລອງປູກໝາກທຸລຽນອີກຈຳນວນໜຶ່ງ; ແລະ ໃນຕົ້ນປີນີ້ ຄາດວ່າຈະປູກໃຫ້ໄດ້ຕື່ມອີກ 1 ພັນເຮັກຕາ. ຄຽງຄູ່ກັນນັ້ນ, ຍັງໄດ້ສ້າງໂຮງງານຜະລິດຝຸ່ນຊີວະພາບ ຈາກມູນສັດ ທີ່ເມືອງຈຳພອນ ແຂວງສະຫວັນນະເຂດ ທີ່ມີກຳລັງຜະລິດປະມານ 10 ພັນໂຕນ ເພື່ອສະໜອງໃຫ້ແກ່ການປູກໄມ້ກິນໝາກ. ສຳລັບປີ 2018 ຄາດວ່າຈະມີຜົນຜະລິດຊຸດທຳອິດອອກມາເກືອບ 80 ພັນໂຕນ ຄິດເປັນມູນຄ່າສົ່ງອອກ 32 ລ້ານໂດລາສະຫະລັດ.

ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ກໍ່ໄດ້ສະແດງຄວາມຊົມເຊີຍ ຕໍ່ບໍລິສັດ ທີ່ໄດ້ຕັດສິນໃຈສູງ ໃນການມາລົງທຶນຢ່າງຫຼວງຫຼາຍ ມາລົງທຶນເຂົ້າໃນຂະແໜງການຜະລິດກະສິກຳເປັນສິນຄ້າ. ພ້ອມນີ້, ທ່ານຍັງໄດ້ເນັ້ນໃຫ້ທາງບໍລິສັດ ຕ້ອງໄດ້ເອົາໃຈໃສ່ບາງບັນຫາສຳຄັນຂອງການລົງທຶນ ໂດຍສະເພາະ ການປະຕິບັດຕາມຂັ້ນຕອນການລົງທຶນ ຢ່າງເຄັ່ງຂັດ ທັງການສຶກສາສຳຫຼວດ, ການສຶກສາຜົນກະທົບທາງສັງຄົມ ແລະ ສິ່ງແວດລ້ອມ ກໍ່ຄືຂັ້ນຕອນອື່ນໆທີ່ໄດ້ກຳນົດໄວ້, ໃຫ້ສົມທົບກັບອຳນາດການປົກຄອງທ້ອງຖິ່ນ ເພື່ອເບິ່ງຄືນດ້ານຄວາມຕ້ອງການ ໃນການນຳໃຊ້ແຮງງານ ອັນສຳຄັນ ແມ່ນຕ້ອງນຳໃຊ້ແຮງງານທ້ອງຖິ່ນໃກ້ຄຽງ ໃຫ້ຫຼາຍທີ່ສຸດ, ພະຍາຍາມຍົກລະດັບຄວາມຮູ້-ຄວາມສາມາດ ຂອງແຮງງານທ້ອງຖິ່ນ ແລະ ໃຫ້ໄປຖອດຖອນບົດຮຽນຕົວຈິງ, ເອົາໃຈໃສ່ຫັນເຂົ້າສູ່ລະບຽບກົດໝາຍ ຢ່າງເຄັ່ງຂັດ ເປັນຕົ້ນ ກົດໝາຍສົ່ງເສີມການລົງທຶນ ແລະ ກົດໝາຍອື່ນໆທີ່ກ່ຽວຂ້ອງ. ນອກຈາກນີ້, ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ເນັ້ນໃຫ້ບໍລິສັດ ເບິ່ງຄືນຕື່ມ ທາງດ້ານການລ້ຽງສັດໃຫຍ່ ເພື່ອສະໜອງມູນສັດ ໃຫ້ແກ່ໂຮງງານຜະລິດຝຸ່ນຊີວະພາບ ແລະ ເປັນສິນຄ້ານຳອີກ.


© ຈໍາປາໂພສ |  www.champapost.com

_________


No comments

Powered by Blogger.