Header Ads

ໃນປີ 2017 ມີຜູ້ເສຍຊີວິດ 8 ຄົນ ແລະ ມີອັກຄີໄພເກີດຂື້ນ 170 ຄັ້ງຢູ່ສປປ ລາວ



ກົມຕຳຫລວດສະກັດກັ້ນ ແລະ ຕ້ານອັກຄີໄພ, ກະຊວງ ປ້ອງກັນຄວາມສະຫງົບ ໃຫ້ຮູ້ວ່າ: ປີ 2017 ຜ່ານມາ ທົ່ວປະເທດມີອັກຄີໄພເກີດຂຶ້ນຫລາຍກ່ວາ 170 ຄັ້ງ, ທຽບໃສ່ປີ 2016 ເພີ່ມຂຶ້ນຫລາຍກ່ວາ 30 ຄັ້ງ, ມີຜູ້ເສຍຊີວິດ 8 ຄົນ, ທຽບໃສ່ປີ 2016 ເພີ່ມຂຶ້ນ 7 ຄົນ, ເຮືອນຖືກໄຟໄໝ້ 186 ຫລັງ, ເຮືອນຖືກໄຟລວກ 23 ຄັ້ງ, ຕະ ຫລາດ 4 ແຫ່ງ, ຮ້ານຂາຍເຄື່ອງ 58 ຮ້ານ, ໂຮງງານ 2 ຫລັງ ແລະ ອື່ນຯ ລວມມູນຄ່າເສຍຫາຍທັງໝົດ 1.064.152.987.500 ກີບ, ທຽບໃສ່ປີ 2016 ເພີ່ມຂຶ້ນ 115.000.000.000 ກີບ, ໃນນີ້ ເສຍຫາຍຫລາຍກ່ວາໝູ່ແມ່ນເຫດອັກຄີໄພເກີດຂຶ້ນຢູ່ສູນການຄ້າຊັງຈ່ຽງຢູ່ບ້ານ ວັດໄຕນ້ອຍທົ່ງ, ເມືອງ ສີໂຄດຕະບອງໃນວັນທີ 17 ກໍລະກົດ, ມູນຄ່າເສຍຫາຍ 634.576.450.000 ກີບ, ຮອງມາແມ່ນເຫດອັກຄີໄພຢູ່ບ້ານ ອາຊິງໄຕ້, ເມືອງສະໝ້ວຍ ແຂວງ ສາລະວັນໃນວັນທີ 11 ກໍລະກົດ ເຮັດໃຫ້ເຮືອນ 33 ຫລັງຖືກໄຟໄໝ້, ມູນຄ່າເສຍຫາຍ 1.068.070.000 ກີບ. ຂະນະທີ່ນະຄອນຫລວງວຽງຈັນ ມີອັກຄີໄພເກີດຂຶ້ນຫລາຍກ່ວາໝູ່ ຈໍານວນ 52 ຄັ້ງ. ລາຍລະອຽດຂອງການເກີດອັກຄີໄພຢູ່ແຕ່ລະແຂວງ ມີດັ່ງນີ້: 



- ນະຄອນຫລວງວຽງຈັນ 52 ຄັ້ງ ມີຜູ້ເສຍຊີວິດ 1 ຄົນ
- ແຂວງ ສະຫວັນນະເຂດ 26 ຄັ້ງ ມີຜູ້ເສຍຊີວິດ 3 ຄົນ
- ແຂວງ ຫລວງພະບາງ 12 ຄັ້ງ ມີຜູ້ເສຍຊີວິດ 1 ຄົນ
- ແຂວງ ບໍລິຄຳໄຊ 12 ຄັ້ງ ມີຜູ້ເສຍຊີວິດ 1 ຄົນ
- ແຂວງ ອຸດົມໄຊ 11 ຄັ້ງ
- ແຂວງ ສາລະວັນ 10 ຄັ້ງ ມີຜູ້ເສຍຊີວິດ 1 ຄົນ
- ແຂວງ ໄຊຍະບູລີ 10 ຄັ້ງ
- ແຂວງ ຈຳປາສັກ 9 ຄັ້ງ
- ແຂວງ ຄຳມ່ວນ 9 ຄັ້ງ
- ແຂວງ ເຊກອງ 7 ຄັ້ງ
- ແຂວງ ຊຽງຂວາງ 6 ຄັ້ງ
- ແຂວງ ຫົວພັນ 4 ຄັ້ງ ມີຜູ້ເສຍຊີວິດ 1 ຄົນ
- ແຂວງ ອັດຕະປື 3 ຄັ້ງ
- ແຂວງ ບໍ່ແກ້ວ 2 ຄັ້ງ
- ແຂວງ ຫລວງນ້ຳທາ 2 ຄັ້ງ
- ແຂວງ ວຽງຈັນ 1 ຄັ້ງ
- ແຂວງ ຜົ້ງສາລີ ບໍ່ມີອັກຄີໄພເກີດຂຶ້ນ
- ແຂວງ ໄຊສົມບູນ ບໍ່ມີອັກຄີໄພເກີດຂຶ້ນ


ພັນໂທ ຄົມ ອິນທະລາດ, ຫົວໜ້າກົມຕຳຫລວດສະກັດກັ້ນ ແລະ ຕ້ານອັກຄີໄພ, ກະຊວງ ປ້ອງກັນຄວາມສະຫງົບ ໃຫ້ຮູ້ວ່າ: ສາເຫດຂອງການເກີດອັກຄີໄພສ່ວນໃຫຍ່ເກີດຈາກໄຟຟ້າລັດວົງຈອນ 65 ຄັ້ງ, ຖັດມາແມ່ນຄົນຈູດ 26 ຄັ້ງ, ເລິນເລີ່ຂາດສະຕິ 22 ຄັ້ງ, ໄຕ້ທູບທຽນບູຊາ 14 ຄັ້ງ, ດັງໄຟແຕ່ງກິນ 14 ຄັ້ງ ແລະ ບໍ່ຮູ້ຈັກສາເຫດ 10 ຄັ້ງ. ຜ່ານມາເຖີງວ່າເຈົ້າໜ້າທີ່ຕໍາຫລວດສະກັດກັ້ນ ແລະ ຕ້ານອັກຄີໄພ ໄດ້ເອົາໃຈໃສ່ລົງໂຄສະນາເຜີຍແຜ່ກ່ຽວກັບວິທີປ້ອງກັນອັກຄີໄພຢູ່ສຳນັກງານ, ອົງການ ແລະ ບັນດາບ້ານຢ່າງຕໍ່ເນື່ອງ ກໍຕາມ ແຕ່ສະຕິຂອງຄົນໃນສັງຄົມກ່ຽວກັບການສະກັດກັ້ນ ແລະ ຕ້ານອັກຄີໄພຍັງບໍ່ສູງ ແລະ ບໍ່ທັນໃຫ້ການຮ່ວມມືກັບເຈົ້າໜ້າທີ່ກ່ຽວຂ້ອງດີເທົ່າທີ່ຄວນ ຈິ່ງເຮັດໃຫ້ອັກຄີໄພເກີດຂຶ້ນ. ສ່ວນການປະຕິບັດວຽກງານຕົວຈິງຂອງເຈົ້າໜ້າທີ່ຕຳຫລວດສະກັດກັ້ນ ແລະ ຕ້ານອັກ ຄີໄພພົບຄວາມຫຍຸ້ງຍາກຫລາຍຢ່າງສົມຄວນ ເປັນຕົ້ນ: ພາຫະນະຮັບໃຊ້ ແລະ ພະນັກງານມອດໄຟບໍ່ພຽງພໍກັບຄວາມຕ້ອງການ, ແຫລ່ງນ້ຳມອດໄຟ ແລະ ໜອງນ້ຳທຳມະຊາດມີໜ້ອຍເຮັດໃຫ້ການໄປເອົານ້ຳມາມອດໄຟເວລາເກີດອັກຄີໄພບາງຄັ້ງຊັກຊ້າ. ນອກນີ້ ການເດີນທາງໄປຫາຈຸດເກີດອັກຄີໄພບາງຄັ້ງຊັກຊ້າໂດຍສະເພາະໃນໂມງເຂົ້າການ-ເລີກການຍ້ອນການສັນຈອນແອອັດ ເຮັດໃຫ້ບາງຄັ້ງເກີດສຽງວິພາກວິຈານໃນສັງຄົມຍ້ອນບໍ່ເຂົ້າໃນສະພາບການຕົວຈິງ.




ແນວໃດກໍຕາມ ເພື່ອໃຫ້ຈຳນວນອັກຄີໄພໃນປີ 2018 ນີ້ຫລຸດລົງ ຫົວໜ້າກົມຕຳຫລວດສະກັດກັ້ນ ແລະ ຕ້ານອັກຄີໄພ ຮຽກຮ້ອງໃຫ້ປະຊາຊົນລາວບັນດາເຜົ່າ, ນັບທັງຊາວຕ່າງປະເທດທີ່ມາອາໃສຢູ່ລາວທຸກຄົນ ຕ້ອງເພີ່ມສະຕິລະວັງໃນການຊົມໃຊ້ໄຟແຕ່ລະຊະນິດໃຫ້ເຂັ້ມງວດກ່ວາເກົ່າ, ຖືເອົາວຽກງານຕ້ານ ແລະ ສະກັດກັ້ນອັກຄີໄພເປັນສຳຄັນ, ຄວນມີອຸປະກອນມອດໄຟປະຈຳຢູ່ແຕ່ລະເຮືອນ, ເອົາໃຈໃສ່ກວດກາສາຍໄຟຟ້າ, ອຸປະກອນເຄື່ອງໃຊ້ໄຟຟ້າຕ່າງໆ ໃຫ້ຢູ່ໃນສະພາບດີໄດ້ມາດຕະຖານ, ຖ້າເຫັນວ່າເກົ່າ, ເປ່ເພ, ບໍ່ຮັບປະກັນຕ້ອງປ່ຽນໃໝ່, ທຸກໆຄັ້ງທີ່ໃຊ້ຟືນໄຟ ແລະ ອຸປະກອນເຄື່ອງໃຊ້ໄຟຟ້າສຳເລັດແລ້ວ ຫລື ກ່ອນອອກຈາກເຮືອນ, ບ່ອນເຮັດວຽກ, ບ່ອນຄ້າ-ຂາຍ ແລະ ອື່ນໆ ຕ້ອງກວດກາຖອດປັກສຽບ ແລະ ມອດໄຟຟ້າໃຫ້ລະອຽດ, ການໄຕ້ທູບທຽນບູຊາຕ້ອງຕິດຕາມ ຫລື ມອດກ່ອນເພື່ອຮັບປະກັນຄວາມປອດໄພ. ກໍລະນີເກີດອັກຄີໄພສາມາດໂທແຈ້ງໄດ້ທີ່ໝາຍເລກ 1190.

ທີ່ມາ: ວສລ 
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.