Header Ads

ເປີດປີທ່ອງທ່ຽວລາວ ແລະ ບຸນກອງເຂົ້າໃຫຍ່ ທີ່ແຂວງໄຊຍະບູລີ



ໃນວັນທີ 09 ມັງກອນ 2018 ທີ່ເມືອງພຽງ, ແຂວງໄຊຍະບູລີ ໄດ້ຈັດພິທີເປີດປີທ່ອງທ່ຽວລາວ 2018 ແລະ ງານເທດສະການບຸນກອງເຂົ້າໃຫຍ່ ຂອງແຂວງດັ່ງກ່າວຂຶ້ນ ໂດຍການໃຫ້ກຽດລັ່ນຄ້ອງ 9 ບາດເປີດງານຂອງ ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ ທັງເປັນປະທານຊີ້ນໍາຈັດງານປີທ່ອງທ່ຽວລາວ 2018 ລະດັບຊາດ ເຊິ່ງມີ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໆໄຊຍະບູລີ, ມີບັນດາຄະນະພັກ-ຄະນະນຳແຂວງ, ບັນດາຜູ້ຕາງໜ້າຈາກແຂວງອ້ອມຂ້າງ, ກະຊວງ-ກົມກອງທີ່ກ່ຽວຂ້ອງ, ແຂກພາຍໃນ ແລະ ຕ່າງປະເທດ ພ້ອມດ້ວຍ ພໍ່ແມ່ປະຊາຊົນຊາວເມືອງພຽງ ແລະ ບັນດາເມືອງອ້ອມຂ້າງແຂວງໄຊຍະບູລີ ເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ. 


ໃນໂອກາດນີ້, ທ່ານ ບຸດສະບົງ ຈະເລີນຜົນ ປະທານແນວລາວສ້າງຊາດເມືອງພຽງ ກໍ່ໄດ້ລາຍງານໃຫ້ຊາບ ກ່ຽວກັບການຫ້າງຫາກະກຽມຄວາມພ້ອມດ້ານຕ່າງໆ ເພື່ອການຈັດງານເທດສະການບຸນກອງເຂົ້າໃຫຍ່ຂອງເມືອງພຽງ ແລະ ຕ້ອນຮັບປີທ່ອງທ່ຽວລາວ 2018 ຂອງແຂວງໄຊຍະບູລີ ເຊິ່ງຊາວເມືອງພຽງ ມີມູນເຊື້ອດຸໝັ່ນຂະຫຍັນພຽນ ໃນການຜະລິດ ແລະ ມີຮີດຄອງປະເພນີອັນດີງາມ ທີ່ເປັນເອກະລັກ ຕັ້ງແຕ່ໃດມາ ໄດ້ຍຶດຖືອາຊີບປູກເຂົ້າ-ປູກພືດເປັນຕົ້ນຕໍ ແຕ່ລະປີ ພາຍຫຼັງສຳເລັດການເກັບກູ້ຜົນຜະລິດແລ້ວ ປະຊາຊົນໄດ້ພ້ອມກັນສະຫຼອງບຸນປະເພນີ ດ້ວຍການເຮັດບຸນເຂົ້າເປືອກ-ເຂົ້າສານຢູ່ແຕ່ລະບ້ານ ໂດຍເອົາເຂົ້າເປືອກເຂົ້າສານ ໄປຖວາຍທານຢູ່ແຕ່ລະວັດ ເພື່ອລະນຶກເຖິງບຸນຄຸນຂອງເຂົ້າ ແລະ ເປັນການເຕົ້າໂຮມທຶນຮອນ ເພື່ອປະຕິສັງຂອນວັດວາອາຣາມ. ດັ່ງນັ້ນ, ຄະນະພັກ-ອຳນາດການປົກຄອງເມືອງ ຈຶ່ງໄດ້ຍົກລະດັບບຸນປະເພນີດັ່ງກ່າວຂຶ້ນ ເປັນງານເທດສະການລະດັບເມືອງ ແລະ ໄດ້ເລີ່ມຈັດງານບຸນດັ່ງກ່າວ ມາແຕ່ປີ 2010 ໂດຍຖືເອົາວັນທີ 9 ເດືອນຍີ່(ມັງກອນ) ເປັນມື້ຈັດງານ ໂດຍຕິດພັນກັບຍຸດທະສາດຂອງເມືອງ ທີ່ວ່າ “ສ້າງເມືອງພຽງ ເປັນເມືອງຜະລິດສະບຽງອາຫານ ຕິດພັນກັບການປຸງແຕ່ງ, ບໍລິການທາງຜ່ານ, ທ່ອງທ່ຽວທຳມະຊາດ ແລະ ວັດທະນະທຳ.” 





ສຳລັບການຈັດງານໃນປີນີ້ ແມ່ນຈັດຂຶ້ນໃນລະຫວ່າງວັນທີ 8-12 ມັງກອນ 2018 ປະກອບດ້ວຍມີຫຼາຍກິດຈະກຳ ເຊັ່ນ: ການປະກາດຮັບຮອງກົມກອງວັດທະນະທຳ, ຂະບວນແຮ່ເຂົ້າເປືອກເຂົ້າສານ ພ້ອມດ້ວຍກ້ອນກຳລັງມວນຊົນ-ນັກຮຽນ ຈຳນວນ 27 ກ້ອນກຳລັງ, ກັນທຳ, ຜ້າປ່າສາມັກຄີ, ພິທີສູດຂວັນເຂົ້າ, ການປະກວດທິດາກອງເຂົ້າໃຫຍ່, ການສະແດງສີລະປະວັນນະຄະດີ, ການແຂ່ງຂັນນັກຮ້ອງສຽງດີ, ການແຂ່ງຂັນກີລາພື້ນເມືອງ, ການປະກວດອາຫານພື້ນເມືອງ, ທ່ອງທ່ຽວວັດທະນະທຳກອງເຂົ້າໃຫຍ່, ວິຖີການດຳລົງຊີວິດຂອງຄົນປ່າ, ການຕຳເຂົ້າ-ຟາດເຂົ້າແບບພື້ນເມືອງ ແລະ ການຕັກບາດຖວາຍສັງຂະທານ. ນອກນີ້, ຍັງໄດ້ຈັດງານວາງສະແດງ ແລະ ຈຳໜ່າຍສິນຄ້າຂອງປະຊາຊົນຊາວເມືອງພຽງ, ສິນຄ້າ 1 ເມືອງ 1 ຜະລິດຕະພັນ (ODOP) ຂອງເມືອງພຽງ, ການວາງສະແດງຂອງຫ້ອງການຕ່າງໆ ແລະ ສິນຄ້າ ODOP
ຈາກບັນດາແຂວງອ້ອມຂ້າງ, ຈາກ ສສ ຫວຽດນາມ ແລະ ຣາຊະອານາຈັກໄທ ລວມເກືອບ 100 ຫ້ອງວາງສະແດງ.





ພາບ ແລະ ຂ່າວ: ຖວທ ແຂວງໄຊຍະບູລີ
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.