Header Ads

ສະຫະລັດອາເມລິກາ ສືບຕໍ່ສະໜັບສະໜຸນໂຄງການຄູສອນພາສາອັງກິດໃຫ້ແກ່ ສປປ ລາວ



ໃນວັນທີ 11 ມັງກອນນີ້ ທ່ານນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈໍາ ສປປ ລາວ ໄດ້ຮ່ວມລົງນາມສັນຍາຮ່ວມມື ໂຄງການຄູສອນພາສາອັງກິດ ແລະ ຄູຝຶກການສອນພາສາອັງກິດໄລຍະຫ້າປີ ເພື່ອສົ່ງເສີມຄວາມພະຍາຍາມຂອງ ລັດຖະບານສະຫະລັດອາເມລິກາ ໃນການເສີມສ້າງການຮຽນການສອນພາສາອັງກິດ ແລະ ຄວາມເຂົ້າໃຈທາງດ້ານ ວັດທະນະທຳ ໃຫ້ແກ່ນັກສຶກສາໃນ ສປປ ລາວ.

ໃນປີ 2018, ສະຖານທູດສະຫະລັດ ອາເມລິກາ ໄດ້ມີແຜນສືບຕໍ່ສະຫນັບສະຫນູນມອບໝາຍໃຫ້ຜູ້ຊ່ວຍຄູສອນພາສາອັງກິດ (ETAs) ຈຳນວນ 10 ທ່ານ ແລະ ຜູ້ຊ່ຽວຊານທາງດ້ານພາສາອັງກິດ (ELFs) ຈໍານວນ 2 ທ່ານ ເພື່ອເຮັດວຽກຮ່ວມກັນກັບ ລັດຖະບານ ສປປ ລາວ ກໍຄື ກະຊວງສຶກສາທິການ ແລະ ກິລາ, ວິທະຍາໄລຄູ, ມະຫາວິທະຍາໄລແຫ່ງຊາດ, ມັດທະຍົມຕອນປາຍ, ແລະ ສະຖາບັນການສຶກສາອື່ນໆພາຍໃນປະເທດ. 
ຜູ້ຊ່ວຍຄູສອນພາສາອັງກິດ ຍັງໄດ້ຖືກມອບໝາຍໃຫ້ຮ່ວມສອນພາສາອັງກິດຢູ່ທີ່ ສະຖາບັນການສຶກສາ ໃນ ສປປ ລາວ ແລະ ສູນອາເມລິກາທີ່ທາດດຳ, ສ່ວນຜູ້ຊ່ຽວຊານທາງດ້ານພາສາອັງກິດ ແມ່ນຈະເຮັດວຽກຮ່ວມກັບກະຊວງສຶກສາທິການ ແລະ ກິລາ ແລະ ຄູ່ຮ່ວມພັດທະນາອື່ນໆ ໃນ ສປປ ລາວ ໃນການທົບທວນຫຼັກສູດການຮຽນ, ໃຫ້ຄຳແນະນຳ ແລະ ການພັດທະນາເພື່ອເສີມສ້າງຄວາມສາມາດດ້ານການສິດສອນພາສາອັງກິດ ແລະ ສ້າງຄວາມເຂົ້າໃຈໃຫ້ແກ່ ຄູສອນພາສາອັງກິດ ແລະ ນັກສຶກສາທີ່ຈະເປັນຄູສອນພາສາອັງກິດໃນອະນາຄົດ.

ທ່ານເອກອັກຄະລັດຖະທູດ ບິດເຕີ ໄດ້ກ່າວວ່າ: ທັກສະພາສາອັງກິດ ແລະ ຄວາມເຂົ້າໃຈທີ່ເລິກເຊິ່ງກ່ຽວກັບວັດທະນະທໍາ ແມ່ນມີຄວາມສຳຄັນສຳລັບນັກສຶກສາ, ຄູອາຈານ ແລະ ບັນດານັກທຸລະກິດ ແລະ ເຈົ້າຫນ້າທີ່ລັດ ເພື່ອຊອກຫາໂອກາດໃຫມ່ໆ ໃນການຮ່ວມມືກັບຜູ້ຄົນຈາກ ສະຫະລັດອາເມລິກາ, ລວມທັງ ຜູ້ຄົນຈາກ ຂົງເຂດອາຊີ ແລະ ໃນທົ່ວໂລກ. ທ່ານກ່າວວ່າ: ໂຄງການດັ່ງກ່າວນີ້ ແມ່ນໄດ້ສະແດງໃຫ້ເຫັນເຖິງການຮ່ວມມືກັນລະຫວ່າງ ລັດຖະບານສະຫະລັດອາເມລິກາ ແລະ ສປປ ລາວ ໃນການສະໜັບສະໜູນຄວາມພະຍາຍາມຮ່ວມກັນເພື່ອບັນລຸເປົ້າໝາຍການພັດທະນາ.

ນັບຕັ້ງແຕ່ປີ 2011, ລັດຖະບານສະຫະລັດອາເມລິກາ ໄດ້ມອບໝາຍໃຫ້ຜູ້ຊ່ວຍຄູສອນພາສາອັງກິດ (ETAs) ຈໍານວນທັງໝົດ 50 ກວ່າທ່ານ ມາຊ່ວຍໃນການສິດສອນພາສາອັງກິດ ເຊິ່ງເລີ່ມຈາກມະຫາວິທະຍາໄລແຫ່ງຊາດ ແລະ ຄ່ອຍໆຂະຫຍາຍໄປສະຖາບັນການສຶກສາຫຼາຍແຫ່ງ ລວມທັງໃນ ນະຄອນຫຼວງວຽງຈັນ ແລະ ແຂວງອື່ນໆ. ຈຳນວນຂອງ ຜູ້ຊ່ຽວຊານທາງດ້ານພາສາອັງກິດ (ELFs) ກໍມີການເພີ່ມຂຶ້ນເລື້ອຍໆ, ໂດຍຫຼັກໆແມ່ນໃຫ້ຄຳແນະນຳໃນ ການພັດທະນາຫຼັກສູດການຮຽນການສອນ, ການຝຶກອົບຮົມຄູອາຈານໃຫ້ແກ່ກະຊວງສຶກສາ ແລະ ກິລາ ແລະ ອົງການທີ່ກ່ຽວຂ້ອງໃນ ສປປ ລາວ.


ພາບ ແລະ ຂ່າວ : ຂປລ 
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.