Header Ads

ນະຄອນ​ຫລວງວຽງຈັນ ກຽມ​ຂຶ້ນ​ບັນຊີ​ປິດຮ້ານ​​ໄຟ​​ແສງ​ສີ​​ແຄມ​ທາງ​ໃຫ້​ໝົດ​ໄປ


ຍັງ​ເປັນ​ປະ​ເດັນ​ຮ້ອນ ​​ແລະ ​​ເລັ່ງດ່ວນສຳລັບ​ການ​ແກ້​ໄຂ​ບັນ​ດາ​ຮ້ານ​ນ້ອຍ​​​​ໄຟແສງສີ​ຍິບຍັບຕາ​ມສາຍ​ທາງ​ຕ່າງ​ໆ​ໃນ​ນະຄອນຫຼວງ​ວຽງຈັນ​, ທີ່​​ເປັນ​ພາບ​ລັກ​ບໍ່​ດີ​ຕໍ່​ການທ່ອງທ່ຽວ​ລາວ 2018, ​ເຖິງ​ແມ່ນ​ວ່າ​​ໃນໄລຍະທີ່​ຜ່ານ​ມາ, ເຈົ້າ​ໜ້າ​ທີ່​ສະ​ເພາະ​ກິດການທ່ອງ​ທ່ຽວ​ ແລ​ະ ກຳລັງ ​ປກສ-ປກຊ ​ໄດ້​ສົມທົບ​ກັນ​ປາບ​ປາມ​ມາ​ຕະຫລອດ, ແຕ່​ກະ​ຍັງ​ບໍ່​ໝົດ​​ເທື່ອ ແລະ ​​ຍັງ​​ເຫັນ​ເປີດ​​ໃໝ່​ຢ່າງ​ຫລວງ​ຫລາຍ ​ເປັນ​ຕົ້ນຮ້ານ​ຂອງ​ຄົນ​ຕ່າງ​ຊາດ​ມາ​ຫາ​ກິນ​ແບບ​ນີ້, ສ້າ​ງຄວາມ​ເຊື່ອມ​​ເສຍ​ໃຫ້ ສປປ ລາວ.



ຫົວໜ້າ​ຫ້ອງການ​ຖະ​ແຫລງຂ່າວ, ວັດທະນະທຳ​ ແລະ ​ທ່ອງ​ທ່ຽວ​ເມືອງ​​ໄຊ​ທານີ ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ພວກ​ເຮົາ​ວ່າ: ສະ​ເພາະ​ຢູ່​ເຂດ​ເມືອງ​ໄຊ​ທານີ ກໍ​ໄດ້ສົມທົບ​ກັບ​ກຳລັງ​ ປກສ-ປກຊ ​ເຂົ້າ​ໄປ​ໄກ່​​ເກ່ຍເຮັດ​ບົດ​ບັນ​ທຶກ​ຕັກ​​ເຕືອນ​ປັບ​ໄໝ​ໃຫ້​ຢຸດ​ເຊົາ ​ແລະ​ ຮ້ານ​ໃດ​ທີ່​ຝ່າຝືນ​ກໍ​ໄດ້ກັກ​ຕົວ​ເຈົ້າ​ຂອງ​ຮ້ານ​ລວມທັງ​ຍິງ​ສາວ​ບໍລິການຫລາຍ​ສິບ​ຄົນ​ໄປສຶກສາ​ອົບຮົມ ​​ແລະ ​ປັບ​​ໄໝຕາມ​ລະບຽບການ, ​ແຕ່​ຖ້າ​ຈະ​ດຳ​ເນີນ​ຄະດີ​ຕໍ່​ອຳນາດ​ຂັ້ນ​ເມືອງ​ແມ່ນ​ບໍ່​ສາມາ​ດ​ເຮັດ​ໄດ້ຕ້ອງ​ແມ່ນ​ຂັ້ນ​ແຂວງ ຫລື ​ສູນ​ກາງ, ​ເພາະ​ມັນ​ກ່ຽວ​ພັນ​ກັບວຽກ​ງານຄຸ້ມ​ຄອງຄົນ​ຕ່າງ​ດ້າວ, ສະ​ນັ້ນຈຶ່ງ​ຖືກ​ປ່ອຍ​ຕົວ​ໄປ, ​ເມື່​​ອອອກ​ໄປ​​ແລ້ວ​ພັດ​ຍັງ​ຝ່າ​ຝືນ​ປະກ​ອບອາຊີບ​ນີ້​ຄືນ​ອີກ, ມີ​ການ​ຍົກຍ້າຍ​ຈາກ​ບ່ອນ​​ເກົ່າ​ໄປ​​ເຮັດ​ຢູ່​ບ່ອນ​ໃໝ່ ​ແລະ ​ປັດຈຸ​ບັນ​ກໍເຫັນ​ວ່າ​ມີ​ຫລາຍ​ຮ້ານ​ເກີດ​ຂື້ນ​ໃໝ່, ​ສ່ວນ​ຫລາຍເປັນ​ຮ້ານ​ຊາວ​ຕ່າງຊາດ. ​ເຊິ່ງປັດຈຸ​ບັນໜ່ວຍງານ​ສະ​ເພາະ​ກິດ​ພວກ​ເຮົາ​ພວມ​ຮວບ​​ຮວມຂໍ້​ມູນ​ສົ່ງ​​ໃຫ້​ຂັ້ນ​ສູນກາງ​ແລ້ວ,​ ຄາດ​ວ່າຈະ​ໄດ້​ຮັບ​ການແກ້​ໄຂ​​ໄວໆ​ນີ້.




ທ່ານ ຄຳ​ປະດິດ ​ເຂັມ​ມາ​ນິດ ຫົວໜ້າ​ພະ​ແນ​ກຖະ​ແຫລ​ງຂ່າວ, ​ວັດ​ທະນະທຳ​ ແລະ ​ທ່ອງ​ທ່ຽວ​ ​ໃຫ້​ສຳ​ພາດ​ວ່າ: ບັນຫາ​ນີ້ພວກ​ເຮົາ​ໄດ້​​ແຕ່ງ​ຕັ້ງ​ຄະນະ​ກຳມະການ​ໜ່ວຍ​ງານ​ສະ​ເພາະ​ກິດສົມທົບ​ກັບ​ຂັ້ນ​ເມືອງລົງ​ຕິດຕາມ​ກວດກາ​​ເອົາ​ຂໍ້​ມູນ​ຕົວ​ຈິງຂຶ້ນ​ບັນຊີ​ ແລະ ​ປະ​ຕິ​ບັດ​ຢ່າ​ງມີ​​ແຜນການ​ເພື່ອ​ປິດ​ບັນຫາ​ເຮັດ​ໃຫ້ຮ້ານ​ນ້ອຍ​ແສງ​ສີ​​ແຄມ​ທາງໝົດ​ໄປ, ບໍ່​ວ່າ​ຈະ​​ເປັນຮ້ານ​ຄົນ​ລາວ ຫລື ​ຄົນ​ຕ່າງ​ຊາດ​ກໍຕາມ, ທັງ​ນີ້​ກໍ​ເພື່ອ​ສ້າງ​ຄວາມ​ຈົບງາມ​ໃຫ້​ແກ່​ນະຄອນຫລວງ​ວຽງຈັນ, ​ເຮັດ​ໃຫ້ປີ​ທ່​​ອງທ່ຽວມີ​ສີສັນ​​ເປັນ​ລະບຽບ​ຈົບງາມ.


 ທີ່ມາ: ນສພ ລາວພັດທະນາ
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.