Header Ads

ເສດຖະກິດແຂວງໄຊຍະບູລີສືບຕໍ່ຂະຫຍາຍຕົວໃນລະດັບ 8,5 %



ການຈັດຕັ້ງປະຕິບັດແຜນງົບປະມານປະຈໍາປີ 2017 ແມ່ນຊ່ວງໄລຍະບາດລ້ຽວສໍາຄັນ ເພາະເປັນປີທີສອງຂອງການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ກ້າວເຂົ້າສູ່ໄລຍະກາງຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VIII ແລະ ແຜນງົບປະມານແຫ່ງລັດ 5 ປີ ( 2016-2020 ) ແລະ ເປັນປີທີ 3 ຂອງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກແຂວງ, ຜ່ານການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດໃນໜຶ່ງປີຜ່ານມາເຫັນວ່າມີຫຼາຍດ້ານຍັງຫຍຸ້ງຍາກ ແລະ ທ້າທາຍ,ບັນຫາລວມແມ່ນຍັງເປັນແຜນທີ່ສືບຕໍ່ແກ້ໄຂສະພາບຄວາມຟືດເຄືອງທາງດ້ານການເງິນ-ງົບປະມານ.



ແຕ່ດ້ວຍຄວາມເອົາໃຈໃສ່ ແລະ ຄວາມຮັບຜິດຊອບສູງ, ພາຍໃຕ້ການຊື້ນໍາ-ນໍາພາຢ່າງໃກ້ສິດຈາກຄະນະພັກ, ອົງການປົກຄອງທຸກຂັ້ນ, ລວມທັງຄວາມຕັດສິນໃຈຂອງບັນດາຂະແໜງການ ບວກ ກັບຄວາມຮັບຜິດຊອບໜ້າທີ່ການເມືອງຂອງພະນັກງານ, ສະມາຊິກພັກ ໃນຂະແໜງການເງິນແຕ່ລະຂັ້ນຂອງແຂວງລົງຮອດຂັ້ນເມືອງ, ເຮັດໃຫ້ແຂວງສາມາດຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈໍາປີ 2017 ມີຜົນສໍາເລັດຕາມລະດັບຄາດມາຍທີ່ວາງໄວ້, ເຊິ່ງສະແດງອອກຈາກການວິເຄາະຕົວເລກດ້ານເສດຖະກິດ-ສັງຄົມທີ່ຮັບຈາກຂະແໜງການ ແລະ ເມືອງ, ເຮັດໃຫ້ເສດຖະກິດຂອງແຂວງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ລະດັບ 8,5 %, ລວມຍອດຜະລິດຕະພັນພາຍໃນປີບັນລຸໄດ້ 8,234 ຕື້ກີບ, ສະເລ່ຍໃສ່ຫົວຄົນໄດ້ 2,596 ໂດລາສະຫະລັດ



ໃນນັ້ນ ຂະແໜງກະສິກໍາ ເພີ່ມຂຶ້ນ 3,6 % ກວມເອົາ 36,5 %, ຂະແໜງອຸດສາຫະກໍາການຄ້າເພີ່ມຂຶ້ນ 6,4 % ກວມເອົາ 35,5 %, ຂະແໜງບໍລິການເພີ່ມຂຶ້ນ 6,2 % ກວມເອົາ 22,2 % ຂອງລວມຍອດຜະລິດຕະພັນພາຍໃນ, ປີ 2017 ແຂວງ ໄຊຍະບູລີ ໄດ້ຮັບການອານຸມັດການລົງທຶນທັງໝົດ 318 ໂຄງການ, ມູນຄ່າ 65,77 ຕື້ກີບ, ປະຕິບັດຕົວຈິງໄດ້ 100 %, ໃນນັ້ນ ທຶນປົກກະຕິ 46,66 ຕື້ກີບ, ທຶນພັດທະນາເມືອງໄຊຊະຖານ 10,55 ຕື້ກີບ, ທຶນພັດທະນາຊົນນະບົດ ແລະ ລືບລ້າງຄວາມທຸກຍາກ 8,55 ຕື້ກີບ, ການປູກພືດສະບຽງອາຫານ ແລະ ພືດລະດູແລ້ງເຊັ່ນ: ການຜະລິດເຂົ້າ ມີເນື້ອທີ່ທັງໝົດ 47.161 ເຮັກຕາ, ເທົ່າກັບ 99,15 % ຂອງແຜນການປີ, ຜົນຜະລິດໄດ້ 198.929 ໂຕນ, ເນື້ອທີ່ປູກພືດລະດູແລ້ງ 22.462 ເຮັກຕາ, ລື່ນແຜນການທີ່ວາງໄວ້ 81,14 %, ເກັບກູ້ຜົນຜະລິດໄດ້ 120.529 ໂຕນ, ລື່ນປີຜ່ານມາ 31,75 %, ເປັນຕົ້ນແມ່ນ: ສາລີຫວານ, ເຜືອກມັນ, ໝາກເພັດ-ໝາກເຂືອ ແລະ ພືດຜັກຕ່າງໆ, ນອກນີ້ຍັງໄດ້ປູກພືດເປັນສິນຄ້າໃນເນື້ອທີ່ທັງໝົດ 108.815 ເຮັກຕາ ເທົ່າກັບ 98 %, ທຽບໃສ່ປີຜ່ານມາຫຼຸດລົງ 1,46 %, ເນື້ອທີ່ເສຍຫາຍຈາກໄພທໍາມະຊາດ 128 ກວ່າເຮັກຕາ, ເນື້ອທີ່ເກັບກ່ຽວຕົວຈິງ108.687 ເຮັກຕາ, ຜົນຜະລິດໄດ້ 1 ລ້ານກວ່າໂຕນ



ໃນນີ້ປູກຫຼາຍແມ່ນສາລີອາຫານສັດ, ມັນຕົ້ນ, ໝາກເດືອຍ, ກ້ວຍ ແລະ ຢາງພະລາ, ການລ້ຽງສັດເຫັນວ່າປະຊາຊົນໄດ້ຫັນຈາກການປູກພືດອຸດສາຫະກໍາໄປສູ່ການປູກຫຍ້າລ້ຽງສັດຢ່າງເປັນຂະບວນ, ເຮັດໃຫ້ເນື້ອທີ່ປູກຫຍ້າເພີ່ມຂຶ້ນຈາກ 5,22 ເຮັກຕາມາເປັນ 14.536 ເຮັກຕາໃນປີ 2017, ປະຈຸບັນມີສັດລ້ຽງປະເພດຄວາຍ, ງົວ, ໝູ ແລະ ເແບ້ທັງໝົດ 418.127 ໂຕ, ລວມຍອດມູນຄ່າການຜະລິດອຸດສາຫະກໍາ ແລະ ຫັດຖະກໍາບັນລຸໄດ້ 205,09 ຕື້ກີບ, ທຽບໃສ່ປີຜ່ານມາເພີ່ມຂຶ້ນ 4,8 %, ມູນຄ່າຈໍາໜ່າຍ 256,82 ຕື້ກີບ, ທຽບໃສ່ປີຜ່ານມາເພີ່ມຂຶ້ນ 3,6 %, ມູນຄ່າສິນຄ້າສົ່ງອອກຕ່າງປະເທດ 30,35 ລ້ານໂດລາສະຫະລັດ, ເທົ່າກັບ 85,8 % ຂອງແຜນການປີ ແລະ ມູນຄ່ານໍາເຂົ້າສິນຄ້າຈາກຕ່າງປະເທດ 53,98 ລ້ານໂດລາສະຫະລັດ.


ທີ່ມາ:ຂ່າວໄຊຍະບູລີ/ມີເດຍລາວ 
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.