Header Ads

ໄຟໄໝ້ຫ້ອງແຖວພະນັກງານ 3 ຫຼັງຄາ ລວມທັງໝົດ 15 ຫ້ອງ



ນະຄອນຫຼວງວຽງັຈັນ :  ໃນວັນທີ 27/01/2018 ເວລາ 17:00 ນາທີ ໄດ້ຮັບແຈ້ງເຫດເຂົ້າເບີ 1624 ວ່າມີໄຟໄໝ້ຫ້ອງແຖວ ຢູ່ເຂດບ້ານດອນຕິ້ວ ໜ່ວຍກູ້ຊີບ-ກູ້ໄພນະຄອນຫລວງວຽງຈັນ ຈື່ງອອກກວດສອບເຫດ ພົບເຫັນໄຟກຳລັງລຸກໄໝ້ຢ່າງແຮງ ເຮົາຈື່ງໄດ້ປະສານຫາເຈົ້າໜ້າທີ່ຕຳຫຼວດສະກັດກັ້ນອັກຄີໄພໂດຍດ່ວນ






ທີມກູ້ໄພນະຄອນຫຼວງພ້ອມເຈົ້າໜ້າທີ່ຕຳຫຼວດ ໄດ້ເລັ່ງດັບໄຟເພື່ອບໍ່ໃຫ້ລຸກລາມຕໍ່ໄປ ໃຊ້ເວລາທັງໝົດ 3 ໂມງ ຈື່ງຄຸມເພີງໄວ້ໄດ້ ແລ້ວທາງທີມງານເຮົາກໍ່ໄດ້ນຳໄຟຊ່ອງສະຫວ່າງເຂົ້າຊ່ວຍເຫຼືອນໍາ. ສໍາລັບຄວາມເສຍຫາຍແມ່ນ ຫ້ອງແຖວພະນັກງານ 3 ຫຼັງຄາ ລວມ ທັງໝົດ 15 ຫ້ອງ ສາເຫດຂອງການໄຟໄໝ້ຄັ້ງນິແມ່ນຍັງຢູ່ໃນການສອບສວນຂອງເຈົ້າໜ້າທີ່ຕໍ່ໄປ







ອຸບັດຕິເຫດເຈັບປ່ວຍສຸກເສີນ ໂທ1624 |  ທ່ານສາມາດບໍລິຈາກເຂົ້າບັນຊີ ສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ ໂດຍລະບຸການບໍລິຈາກ
ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ
ບັນຊີ; THE ASSOCIATION OF VOLUNTARY RESCUE VIENTIANE
ເລກບັນຊີ: LAK010120000993902001
ເບີໂທຕິດຕໍ່ 020 2244 1624

© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.