Header Ads

ທ່ານສີສະຫວາດແກ້ວບຸນພັນ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງໄຊຍບູລີ




ແຂວງໄຊຍະບູລີ : ໃນລະຫວ່າງວັນທີ 25-26 ມັງກອນ 2018 ນີ້ ທ່ານ ສີສະຫວາດແກ້ວບຸນພັນ ອາດີດກຳມະການກົມການເມືອງສູນກາງພັກ, ອາດີດປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ, ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ໄຊຍະບູລີ, ໃຫ້ການຕ້ອນຮັບໂດຍ ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ ໄຊຍະບູລີ, ມີບັນດາກໍາມະການປະຈໍາພັກແຂວງ, ກໍາມະການພັກແຂວງ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.



ກ່ອນອື່ນ ທ່ານ ສີສະຫວາດແກ້ວບຸນພັນ ອາດີດກຳມະການກົມການເມືອງສູນກາງພັກ, ອາດີດປະທານສູນກາງແນວລາວສ້າງຊາດ ແມ່ນໄດ້ຮັບຟັງການລາຍງານຫຍໍ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມປະຈໍາປີ 2017 ຈາກ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ, ໂດຍລວມແລ້ວເສດຖະກິດຂອງແຂວງ ແມ່ນສືບຕໍ່ຂະຫຍາຍຕົວໃນລະດັບ 8,5% ຍອດຜະລິດຕະພັນພາຍໃນບັນລຸ 8,234 ຕື້ກີບ, ສະເລ່ຍຕໍ່ຫົວຄົນເທົ່າກັບ 2,596 ໂດລາສະຫະລັດ, ຄວາມທຸກຍາກຂອງປະຊາຊົນ ໄດ້ຮັບການແກ້ໄຂຢ່າງເປັນຮູບປະທໍາ ລຸດລົງຈາກ 2,28% ໃນທ້າຍປີ 2016 ຍັງເຫຼືອ 1,6% ຫຼື ເທົ່າກັບ 1.202 ຄອບຄົວ; ບັນຫາພົ້ນເດັ່ນ ລາຍຮັບເຂົ້າແຜນງົບປະມານ ລວມທັງພູດສູນກາງ ແລະ ທ້ອງຖິ່ນປະຕິບັດໄດ້ ລື່ນແຜນ 12,54% ເປັນເງິນ 75,64 ຕື້ກວ່າ, ພູດທ້ອງຖິ່ນລື່ນແຜນ 4,9%, ເປັນເງິນ 10,45 ກວ່າຕື້ກີບ, ການເບີກຈ່າຍເງິນເດືອນໃຫ້ພະນັກງານ, ທະຫານ, ຕໍາຫຼວດ ແລະ ພະນັກງານບໍານານ ມີຄວາມສະດວກ ແລະທັນເວລາ ກວ່າຊຸມປີຜ່ານມາ, ບັນດາສາຂາທະນາຄານທຸລະກິດ ໄດ້ຮັບການປັບປຸງກົນໄກ ແລະ ການບໍລິການດີຂຶ້ນ ສາມາດລະດົມທຶນໄດ້ 1.184,56 ຕື້ກີບ ແລະ ປ່ອຍເງິນກູ້ໄດ້ 427,51 ຕື້ກີບ, ໄດ້ມີຄວາມຮັບຜິດຊອບ ນໍາພາແກ້ໄຂພາຫະນະນໍາເຂົ້າບໍ່ຖືກຕ້ອງ ຕາມແຈ້ງການເລກທີ 1943/ຫສນຍ. 



ສໍາເລັດໂດຍພື້ນຖານ ເຮັດໃຫ້ສະພາບການລັກລອບ ນໍາເຂົ້າພາຫະນະບໍ່ຖືກຕ້ອງ ຢູ່ພາຍໃນແຂວງໄຊຍະບູລີ ມີຄວາມສະຫງົບ, ຫັນເຂົ້າສູ່ລະບຽບ, ກົດໝາຍ ແລະ ໄດ້ລາຍຮັບ ເຂົ້າງົບປະມານ 31,734 ຕື້ກີບ, ບັນດາໂຄງການລົງທຶນຂອງລັດ, ທຶນຊ່ວຍເຫຼືອກູ້ຢືມ, ທຶນຂອງເອກະຊົນ ພາຍໃນ ແລະ ຕ່າງປະເທດ ທີ່ໄດ້ຮັບອະນຸມັດ ມາຈັດຕັ້ງປະຕິບັດຢູ່ພາຍໃນແຂວງ ໄດ້ຮັບການຄຸ້ມຄອງ, ຕິດຕາມ, ຊຸກຍູ້ ແລະ ດໍາເນີນໄປຕາມຂັ້ນຕອນ ຂອງລະບຽບກົດໝາຍ, ໂຄງການສ່ວນໃຫຍ່ ແມ່ນມີປະສິດທິຜົນ ແລະ ປະກອບສ່ວນ ເຂົ້າໃນການແກ້ໄຂ ຄວາມທຸກຍາກຂອງປະຊາຊົນ.


ໂອກາດດັ່ງກ່າວ ທ່ານ ສີສະຫວາດແກ້ວບຸນພັນ ອາດີດກຳມະການກົມການເມືອງສູນກາງພັກ, ອາດີດປະທານສູນກາງແນວລາວສ້າງຊາດກໍ່ໄດ້ໃຫ້ກຽດໂອ້ລົມຕໍ່ການນໍາຂອງແຂວງ, ກ່ອນອື່ນ ທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ແຂວງຍາດມາໄດ້, ພ້ອມທັງໄດ້ຮຽກຮ້ອງໃຫ້ການນໍາຂອງແຂວງທຸກຂັ້ນຈົ່ງສືບຕໍ່ຫັນພະນັກງານລົງກໍ່ສ້າງຮາກຖານໃຫ້ເຂັ້ມແຂງ, ເຮັດໃຫ້ປະຊາຊົນເຂົ້າໃຈຕໍ່ການປ່ຽນແປງໃໝ່ຂອງພັກ-ລັດຢ່າງແທ້ຈິງ, ເອົາໃຈໃສ່ສົ່ງເສີມການຜະລິດເປັນສິນຄ້າໃຫ້ເປັນຄະບວນ, ເຮັດໃຫ້ເສດຖະກິດຂອງແຂວງມີການຂະຫຍາຍຕົວຕໍ່ເນື່ອງ, ເຮັດໃຫ້ປະຊາຊົນມີຢູ່ມີກິນກ້າວໄປສູ່ການລຸດພົ້ນອອກຈາກຄວາມທຸກຍາກໃຫ້ໄດ້ຢ່າງສິ້ນເຊີງ, ເອົາໃຈໃສ່ສຶກສາອົບອົບການເມືອງແນວຄິດໃຫ້ພະນັກງານ, ທະຫານ-ຕໍາຫຼວດ, ສະມາຊິກພັກໃຫ້ມີຄວາມເຊື່ອໝັ້ນຕໍ່ພັກ-ລັດ, ສຶກສາອົບຮົມປະຊາຊົນໃຫ້ສາມັກຄີປອງດອງເປັນນໍ້າໜຶ່ງໃຈດຽວເພື່ອພ້ອມກັນສ້າງ ແຂວງ ໄຊຍະບູລີໃຫ້ຈະເລີນເທື່ອລະກ້າວ, ຈາກນັ້ນ ທ່ານ ສີສະຫວາດແກ້ວບຸນພັນ ອາດີດກຳມະການກົມການເມືອງສູນກາງພັກ, ອາດີດປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ກໍ່ໄດ້ຢ້ຽມຢາມໂຄງການກໍ່ສ້າງເຂື່ອນໄຟຟ້າພະລັງງານນໍ້າ-ນໍ້າຂອງຕື່ມອີກ.


ພາບ ແລະ ຂ່າວ: ຂ່າວແຂວງໄຊຍະບູລີ/ມີເດຍລາວ
© ຈໍາປາໂພສ |  www.champapost.com

_________



No comments

Powered by Blogger.