Header Ads

ການສະເໜີຊື່ປ່າສະຫງວນແຫ່ງຊາດຫີນໜາມໜໍ່ເຂົ້າເປັນມໍລະດົກໂລກຮ່ວມຊາຍແດນແຫ່ງທໍາອິດກ້າວສູ່ຂັ້ນຕອນການດໍາເນີນຕາມຂະບວນການແລ້ວ



ວັນທີ 26 ມັງກອນ 2018 - ກອງປະຊຸມກ່ຽວກັບລາຍງານຜົນການຈັດຕັ້ງປະຕິບັດ ແລະ ຮັບຮອງແຜນປະຈຳປີ 2018 ແລະ ລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດ ແລະ ແນວທາງການສະເໜີຊື່ປ່າສະຫງວນແຫ່ງຊາດຫີນໜາມໜໍ່ເຂົ້າເປັນມໍລະດົກໂລກທາງດ້ານທໍາມະຊາດແຫ່ງທໍາອິດຂອງລາວໄດ້ຈັດຂຶ້ນທີ່ແຂວງຄໍາມ່ວນ ເພື່ອຮັບຮອງເອົາແຜນກະກຽມສະເໜີຊື່ເຂົ້າເປັນມໍລະດົກໂລກ ແລະ ແຜນຄຸ້ມຄອງຮ່ວມປ່າສະຫງວນແຫ່ງຊາດຫີນໜາມໜໍ່ ປະຈຳປີ 2018.



ໃນວັນທີ 10 ມັງກອນ 2018 ກະຊວງ ຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ແຫ່ງ ສປປລາວ ແລະ ກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ແຫ່ງ ສສຫວຽດນາມ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈທີ່ນະຄອນຫຼວງຮ່າໂນ້ຍ ໂດຍຫວຽດນາມຈະສະໜັບສະໜູນການສະເໜີຊື່ເອົາປ່າສະຫງວນແຫ່ງຊາດຫີນໜາມໜໍ່ເຂົ້າເປັນມໍລະດົກໂລກຮ່ວມຊາຍແດນກັບອຸທິຍານແຫ່ງຊາດ ຟອງຍາແກບ່າງ ໃນແຂວງ ກວາງບິ່ນຫວຽດນາມ ທີ່ມີຊາຍແດນຕິດກັບປ່າສະຫງວນແຫ່ງຊາດຫີນໜາມໜໍ່ ແຂວງ ຄໍາມ່ວນ ສປປ ລາວ. ເຊິ່ງອຸທິຍານແຫ່ງຊາດ ຟອງຍາແກບ່າງ ໄດ້ຮັບການຮັບຮອງເປັນມໍລະດົກໂລກທາງທໍາມະຊາດກ່ອນ​ແລ້ວ. 

ບົດບັນທຶກຄວາມເຂົ້າໃຈສະບັບນີ້ໄດ້ນໍາ​ມາສູ່ການປຶກສາຫາລືກ່ຽວກັບຂະບວນການກະກຽມເອກະສານການສະເໜີຊື່ເຂົ້າເປັນມໍລະດົກໂລກ ເຊິ່ງປະກອບມີການສຶກສາຄົ້ນຄ້ວາ, ວຽກງານເຕັກນິກວິຊາການສະເພາະດ້ານ ແລະ ການສ້າງຄວາມເຂັ້ມແຂງເຂົ້າໃນແຜນການຄຸ້ມຄອງປ່າສະຫງວນແຫ່ງຊາດຫີນໜາມໜໍ່ໂດຍຜ່ານການຈັດຕັ້ງປະຕິບັດແຜນວຽກປະຈໍາປີ 2018 ຂອງປ່າສະຫງວນແຫ່ງຊາດຫີນໜາມໜໍ່.
ກອງ​ປະ​ຊຸມ​ໄດ້​ຈັດ​ຂຶ້ນພາຍໄຕ້ການເປັນປະທານຂອງ ທ່ານ ຄໍາສີ ອຸດທິວົງ ຮອງເຈົ້າແຂວງ ແຂວງຄໍາມ່ວນ, ມີທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີກະຊວງ ຖະແຫຼ່ງຂ່າວ, ວັດຖະນະທໍາ ແລະ ທ່ອງທ່ຽວ, ທ່ານ ທອງພັດ ອິນທະວົງ, ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ພ້ອມດ້ວຍຜູ້ຕາງໜ້າຈາກອົງການຈັດຕັ້ງລັດທີ່ກ່ຽວຂ້ອງ ແລະ ຈີໄອແຊັດເຂົ້າ​ຮ່ວມ ເພື່ອທົບທວນຄືນ ແລະ ຮັບຮອງເອົາແນວທາງຂອງແຜນໃນຕໍ່ໜ້າ. 





ທ່ານ ບົວເງີນ ຊາພູວົງ ໄດ້ກ່າວວ່າ: “ດ້ວຍທ່າແຮງທີ່ສໍາຄັນຂອງປ່າສະຫງວນແຫ່ງຊາດຫີນໜາມໜໍ່ຕໍ່ກັບການທ່ອງທ່ຽວແບບອະນຸລັກນີ້,ຖ້າໄດ້ການຮັບຮອງເປັນມໍລະດົກໂລກ ໃນອະນາຄົດຈະປະກອບສ່ວນທີ່ສໍາຄັນຕໍ່ກັບການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດໂດຍສະເພາະແມ່ນແຜນພັດທະນາເສດຖະກິດສັງຄົມ ແຂວງ ຄໍາມ່ວນ” ທ່ານຍັງກ່າວເພີ່ມອີກວ່າ “ການກາຍເປັນແຫຼ່ງມໍລະດົກໂລກຈະຊ່ວຍຍົກລະດັບການປົກປັກຮັກສາພື້ນທີ່, ປັບປຸງການອະນຸລັກ, ອໍານວຍຄວາມສະດວກໃນການຄຸ້ມຄອງແຫຼ່ງຊັບພະຍາກອນທໍາມະຊາດພາຍໃນ ແລະ ອອ້ມຮອບເຂດປ່າສະຫງວນແຫ່ງຊາດ ຫີນໜາມໜໍ່ ພ້ອມທັງ ສົ່ງເສີມການທ່ອງທ່ຽວແບບອະນຸລັກ ແລະ ການສຶກສາຄົ້ນຄວ້າທາງດ້ານວິທະຍາສາດອີກດວ້ຍ”.


“ປ່າສະຫງວນແຫ່ງຊາດຫີນໜາມໜໍ່ຈະໄດ້ຮັບການຄຸ້ມຄອງ ແລະ ການປົກປັກຮັກສາແຫຼ່ງທໍາມະຊາດອັນອຸດົມສົມບູນໃຫ້ມີປະສິດທິພາບພ້ອມດວ້ຍລັກສະນະພິເສດທີ່ໂດດເດັ່ນຂອງມັນ ໂດຍສະເພາະແມ່ນຄວາມຫລາກຫລາຍທາງດ້ານຊີວະນາໆພັນ, ນອກຈາກນີ້ ກໍ່ຍັງມີສ່ວນສຳຄັນຕໍ່ການອະນຸລັກພືດ, ສັດນາໆຊະນິດ ແລະ ລະບົບນິເວດ ເຊິ່ງມີຄວາມສໍາຄັນຫຼາຍຕໍ່ການດຳລົງຊີວິດຂອງຊຸມຊົນທ້ອງຖິ່ນ” ກ່າວໂດຍທ່ານ ສັງທອງ ສຸດທຳມະໂກດ, ຮອງຫົວໜ້າກົມປ່າໄມ້, ກະຊວງກະສິກຳ ແລະ ປ່າໄມ້.



ທ່ານ ຄໍາສີ ອຸດທິວົງ ຍັງໄດ້ກ່າວເພີ່ມອີກວ່າ ປ່າສະຫງວນແຫ່ງຊາດຫີນໜາມໜໍ່ຈະດຶງດູດນັກທ່ອງທ່ຽວຈາກພາຍໃນ ແລະ ຕ່າງປະເທດ ແລະ ຊ່ວຍສ້າງລາຍຮັບໃຫ້ກັບຊຸ່ມຊົນທ້ອງຖິ່ນໃນເມື່ອ ຫີນໜາມໜໍ່ຖືກຮັບຮອງເຂົ້າເປັນມໍລະດົກໂລກ, ນອກຈາກນັ້ນ ສິ່ງສໍາຄັນມັນຈະສ້າງໂອກາດໃນການຊຸກຍູ້ສົ່ງເສີ່ມການປັບປຸງຊີວິດການເປັນຢູ່ຂອງຊຸ່ມຊົນທ້ອງຖິ່ນຜູ້ທີ່ດໍາລົງຊີວິດໃນເຂດບໍລິເວນອອ້ມຮອບເຂດປ່າສະຫງວນ ແລະ ຍັງສາມາດຮັບປະກັນການຄໍ້າປະກັນສະບຽງອາຫານ ແລະ ທາງເລືອກໃນການສ້າງລາຍຮັບ.

ໃນບົດບັນທຶກຄວາມເຂົ້າໃຈລະຫວ່າງລາວ ແລະ ຫຽວດນາມທີ່ໄດ້ລົງນາມເມື່ອບໍ່ດົນມານີ້ ໄດ້ເຫັນດີເປັນເອກະພາບໂດຍທັງສອງປະເທດໄດ້ໃຫ້ຄໍາໝັ້ນສັນຍາໃນການສະໜັບສະໜູນການສະເໜີຊື່ເອົາປ່າສະຫງວນແຫ່ງຊາດຫີນໜາມໜໍ່ເປັນມໍລະດົກໂລກຮ່ວມຊາຍແດນກັບອຸທິຍານແຫ່ງຊາດ ຟອງຍາແກບ່າງ ສສ ຫວຽດນາມ.  ຝ່າຍຫວຽດນາມຈະຊວ່ຍສະໜອງຂໍ້ມູນຂ່າວສານທີ່ກ່ຽວຂ້ອງໃນການລວບລວມເອົາປ່າສະຫງວນແຫ່ງຊາດຫີນໜາມໜໍ່ເຂົ້າເປັນມໍລະດົກໂລກຮ່ວມຊາຍແດນໃຫ້ປະສົບຜົນສໍາເລັດ. 

ນອກຈາກນັ້ນ ທັງສອງປະເທດຈະເຮັດວຽກຮ່ວມກັນໃນການແຕ່ງຕັ້ງຄະນະກໍາມະການຮັບຜິດຊອບວຽກນີ້ຂອງຕົນຂື້ນໃນຂັ້ນຕ່າງໆ ເພື່ອຊ່ວຍ ແລະ ເຮັດໃຫ້ການສະເໜີຊື່ເອົາປ່າສະຫງວນແຫ່ງຊາດຫີນໜາມໜໍ່ເຂົ້າເປັນມໍລະດົກໂລກໃຫ້ປະສົບຜົນສໍາເລັດ.

ກອງປະຊຸມທີ່ຈັດຂື້ນຢູ່ ເມືອງ ທ່າແຂກ, ແຂວງ ຄໍາມ່ວນຄັ້ງນີ້ຍັງໄດ້ຮັບຟັງການລາຍງານການປະຕິບັດການວຽກງານໃນຂັ້ນທ້ອງຖິ່ນທີ່ໄດ້ລິເລີ້ມຢ່າງວ່ອງໄວຕາມແນວທາງຂະບວນການສະເໜີເຂົ້າເປັນມໍລະດົກໂລກໃຫ້ກັບອົງການ UNESCOແລະ ແຜນຄຸ້ມຄອງຮ່ວມປ່າສະຫງວນແຫ່ງຊາດຫີນໜາມໜໍ່ປະຈໍາປີ 2018 ກໍ່ໄດ້ຮັບຮອງເອົາຢ່າງເປັນທາງການ.

ອີງຕາມປະຫວັດຄວາມເປັນມາຕະລອດໄລຍະ 5 ປີຂອງການສະໜັບສະໜູນດ້ານເຕັກນິກວິຊາການເຂົ້າໃນການຄຸ້ມຄອງ ແລະ ການພັດທະນາໃນປ່າສະຫງວນແຫ່ງຊາດຫີນໜາມໜໍ່, ທາງ GIZ ກໍາລັງສຶບຕໍ່ການສະໜັບສະໜູນບັນດາວຽກງານທີ່ສໍາຄັນໂດຍຜ່ານອົງປະກອບ “ການອະນຸລັກທໍາມະຊາດ ແລະ ການຄຸ້ມຄອງຊັບພະຍາກອນແບບຍືນຍົງໃນເຂດຫີນໜາມໜໍ່” ພາຍໃຕ້ໂຄງການຮ່ວມມືພັດທະນາເຢຍລະມັນ“ການປົກປັກຮັກສາ ແລະ ການນໍາໃຊ້ລະບົບນິເວດປ່າໄມ້ ແລະ ຊີວະນາໆພັນແບບຍືນຍົງໃນປະເທດລາວ”.


ແຫຼ່ງຂ່າວ: ຂ່າວສານປະເທດລາວ   
© ຈໍາປາໂພສ |  www.champapost.com
_________


No comments

Powered by Blogger.