Header Ads

ກອງປະຊຸມໃຫຍ່ສະຫະພັນນັກຂ່າວອາຊ່ຽນຄັ້ງທີ 19 ( CAJ) ໄດ້ຈັດຂື້ນຢ່າງເປັນທາງການທີ່ ນະຄອນຫລວງບາງກອກ ແຫ່ງຣາຊອານາຈັກໄທ


ກອງປະຊຸມໃຫຍ່ສະຫະພັນນັກຂ່າວອາຊ່ຽນຄັ້ງທີ 19 ( CAJ) ໄດ້ຈັດຂື້ນຢ່າງເປັນທາງການໃນຕອນເຊົ້າມື້ນີ້ 26/1/2018 ທີ່ ນະຄອນຫລວງບາງກອກແຫ່ງຣາຊອານາຈັກໄທ ໂດຍການເປັນປະທານຮວ່ມ ຂອງທ່ານ Thuan Huu ປະທານ (CAJ) ແລະທ່ານ Thepchai Yongປະທານ ສະຫະພັນນັກຂ່າວແຫ່ງປະເທດໄທ(CTA) . ຜູ້ແທນສະມາຄົມນັກຂ່າວແຫ່ງ ສປປລາວ (LJA) ໄດ້ເຂ້າຮ່ວມ 10 ທ່ານ ໂດຍແມ່ນທ່ານ ສະຫວັນຄອນ ຣາຊມົນຕີ ຮອງລ ມຕ ເປັນຫົວຫນ້າຄະນະ ກະຊວງ ຖວທ ທັງເປັນປະທານ( LJA).






ໃນກອງປະຊຸມຄັ້ງນີ້ມີສະມາຊີກ CAJ ເຂົ້າຮ່ວມ 7 ຊາດ : ສປປ ລາວ,ຫວຽດນາມ,ໄທ,ອິໂດເນເຊຍ,ມາເລເຊຍ, ຟີລິບປີນແລະ ສີງກະໂປ ນອກນັ້ນຍັງມີ ກໍາປູເຈຍຊື່ງຖຶກຮັບຮອງເປັນສະມາຊີກໃຫມ່ ໃນກອງປະຊຸມຄັ້ງນີ້ແລະຍັງມີ ມຽນມາແລະຈີນເຂົເາຮ່ວມໃນນາມຜູ້ສັງເກດການ. ກອງປະຊຸມຄັ້ງນີ້ໄດ້ມອບໃຫ້ ໄທ ເປັນປະທານ CAJໃນ ສອງປີຫບັງຈາກນີ້ໂດຍສຶບຕໍ່ຈາກຫວຽດນາມ.ນອກນັ້ນກອງປະຊຸມຍັງໄດ້ເຊັນຮັບຮອງເອົາຖະແຫລງການ ບາງກອກແລະແຜນປະຕິບັດງານ 2018-2020ອີກ.





ຂໍ້ມູນ:  ວສລ 
© ຈໍາປາໂພສ |  www.champapost.com

________

No comments

Powered by Blogger.