Header Ads

ໂຄງການກໍ່ສ້າງທາງດ່ວນຄູ່ຂະໜານ ນະຄອນຫລວງວຽງຈັນ ໄລຍະທີ I ຈະເປີດຂາຍຊອງປະມູນ 2 ມັງກອນ 2018ນີ້




ໂຄງການກໍ່ສ້າງທາງດ່ວນຄູ່ຂະໜານຖະໜົນໄກສອນ ພົມວິຫານ, ນະຄອນຫຼວງວຽງຈັນ ໄລຍະທີ I ແຕ່ເຂດເສດຖະກິດສະເພາະບຶງທາດຫຼວງຫາດົງໝາກຄາຍຍາວປະມານ 15 ກິໂລແມັດໃກ້ຈະລົງມືກໍ່ສ້າງ. ຫຼ້າສຸດ ພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນ ໄດ້ເປີດໂອກາດໃຫ້ບັນດາບໍລິສັດຮັບເໝົາ ກໍ່ສ້າງເຂົ້າຮ່ວມປະມູນຕາມເງື່ອນໄຂກຳນົດໄວ້.



ເງື່ອນໄຂທີ່ຈະໄດ້ຮັບການພິຈາລະນາຄັດເລືອກແມ່ນສາ ມາດຈັດຕັ້ງປະຕິບັດໂຄງການລົງທຶນແບບບີໂອທີ (BOT) ໝາຍເຖິງກໍ່ສ້າງ ແລະເກັບເງິນດ້ວຍຕົນເອງ, ໄລຍະການສຳປະທານ 50 ປີ ແລະສາມາດຕໍ່ອາຍຸໄດ້ຕາມກົດໝາຍ, ໄລຍະເວລາການດຳເນີນການກໍ່ສ້າງຕ້ອງສຳເລັດກ່ອນເດືອນກຸມພາ 2021, ສຳລັບເງື່ອນໄຂການຊົດເຊີຍສິ່ງກີດຂວາງຕ້ອງມີຄວາມພ້ອມທາງດ້ານການເງິນ, ສາມາດຈ່າຍຄ່າຊົດເຊີຍໃຫ້ປະຊາຊົນທີ່ຖືກຜົນກະທົບ ໂດຍຜ່ານການໄກ່ເກ່ຍຂອງຄະນະກຳມະການທີ່ຖືກແຕ່ງຕັ້ງ ແລະປະຕິບັດຕາມດຳລັດ ວ່າດ້ວຍການທົດແທນຄ່າເສຍຫາຍ ແລະ ຈັດສັນຍົກຍ້າຍປະຊາຊົນອອກຈາກໂຄງການພັດທະນາຂອງລັດ.




ບໍລິສັດຕ້ອງມີຄວາມສາມາດ ແລະ ປະສົບການໃນການກໍ່ສ້າງທາງດ່ວນຕາມມາດຕະຖານລະດັບສູງທາງປະເພດ I (Class 1) ຂອງມາດຕະຖານທາງຫຼວງແຫ່ງຊາດ ແລະ ມາດຕະຖານອາຊຽນ, ຄວາມຍາວຂອງເສັ້ນທາງປະມານ 15 ກິໂລແມັດ, ກວ້າງ 54 ແມັດ, ພື້ນຜິວຈະລາຈອນລວມມີ 4 ຊ່ອງ, ກວ້າງຊ່ອງລະ 3,5 ແມັດ, ມີບ່າທາງ 2 ເບື້ອງ, ເບື້ອງລະ 3 ແມັດ, ມີໄຟເຍືອງທາງ ແລະມີດອນທາງກາງກວ້າງ 3,6 ແມັດ. ສຳລັບດອນກາງທາງ ແລະ ແຄມທາງແມ່ນປູກຕົ້ນໄມ້ປະດັບປະດາ ແລະ ຕົກແຕ່ງຫຍ້າສີຂຽວສ່ວນຄວາມໄວໃນການອອກແບບ 800-100 ກິໂລແມັດຕໍ່ຊົ່ວໂມງ, ນ້ຳໜັກໃນການອອກແບບບໍ່ຕໍ່າກວ່າ 11 ໂຕນຕໍ່ເພົາ, ສຳລັບການກໍ່ສ້າງທາງຄົນຍ່າງ ແລະ ທາງລົດຖີບໃນຂອບເຂດທາງດ່ວນຄວາມຍາວ 5,3 ກິໂລແມັດ ເລີ່ມແຕ່ກິໂລແມັດທີ 0+000 ເຖິງກິໂລແມັດທີ 5+300.


ອີງຕາມໜັງສືແຈ້ງການຂອງພະແນກ ໂຍທາທິການ ແລະຂົນສົ່ງນະຄອນຫຼວງວຽງຈັນ ເລກທີ 5564 ລົງວັນທີ 21 ທັນວາ 2017 ວ່າດ້ວຍການເຊື້ອເຊີນເຂົ້າຮ່ວມປະມູນໂຄງການກໍ່ສ້າງທາງດ່ວນຄູ່ຂະໜານຖະໜົນໄກສອນພົມວິຫານ, ນະຄອນຫຼວງວຽງຈັນ ໄລຍະທີ I ແຕ່ເຂດເສດຖະກິດສະເພາະບຶງທາດຫຼວງຫາດົງໝາກຄາຍ ໂດຍໄດ້ເປີດໂອກາດ ໃຫ້ບັນດາບໍລິສັດທັງພາຍໃນ ແລະຕ່າງປະເທດ, ຜູ້ທີ່ມີຄວາມສົນໃຈ ແລະ ມີຄວາມພ້ອມໃນການລົງທຶນກໍ່ສ້າງເສັ້ນທາງດັ່ງກ່າວ, ເຊິ່ງຈະເລີ່ມເປີດຂາຍຊອງປະມູນ ແລະ ປິດຊອງປະມູນໃນວັນທີ 2 -16 ມັງກອນ 2018. ສ່ວນບໍລິສັດ ຫຼື ຜູ້ທີ່ມີຄວາມສົນໃຈສາມາດຕິດຕໍ່ໄດ້ທີ່ພະແນກໂຍທາທິການ ແລະຂົນສົ່ງນະຄອນຫຼວງ ຫຼື ໂທລະ ສັບ: 020 5552 8276; 021 212 629

ທີ່ມາ: ເສດຖະກິດ-ການຄ້າ
© ຈໍາປາໂພສ |  www.champapost.com
_________

1 comment:

  1. 80-100 km ໜ້າຈະຫລາຍກວ່ານີ້ 100-140 ກມ

    ReplyDelete

Powered by Blogger.