Header Ads

ມີຄວາມພ້ອມ 100% ເພື່ອປະກາດເມືອງປາກເຊເປັນນະຄອນ






ການສ້າງໃຫ້ຕົວເມືອງປາກເຊ ກາຍເປັນນະຄອນແມ່ນໄດ້ດໍາເນີນການຈັດຕັ້ງປະຕິບັດຕາມເງື່ອນໄຂທີ່ກໍານົດໄວ້ ເພື່ອຮັບປະກັນເຮັດໃຫ້ຕົວເມືອງ ກໍ່ຄືນະຄອນມີຄວາມສີວິໄລ.



ທ່ານ ສຸລິວັນ ສະຫວັດທະສິນ ຄະນະປະຈໍາພັກແຂວງ ເຈົ້າເມືອງໆປາກເຊ ໃຫ້ຮູ້ວ່າ: ການສ້າງໃຫ້ຕົວເມືອງປາກເຊ ກາຍເປັນນະຄອນປາກເຊ ແມ່ນໄດ້ດໍາເນີນການຈັດຕັ້ງປະຕິບັດຕາມເງື່ອນໄຂຢ່າງຄົບຖ້ວນຄື: ເປັນເມືອງທີ່ມີພົນລະເມືອງແຕ່່ 60 ພັນຄົນຂຶ້ນໄປ ແລະ ຢູ່ພາຍໃນພື້ນທີ່ຕົວເມືອງມີ 25 ພັນຄົນຂຶ້ນໄປ. ມີຄວາມໜາແໜ້ນຂອງພົນລະເມືອງພາຍໃນພື້ນທີ່ຕົວເມືອງ ຊຶ່ງເປັນທີ່ຕັ້ງຂອງອົງການປົກຄອງເມືອງແຕ່ 900 ຄົນຂຶ້ນໄປຕໍ່ກິໂລແມັດ. ມີຈໍານວນຜູ້ປະກອບອາຊີບເປັນກະສິກອນຢູ່ພາຍໃນພື້ນທີ່ຕົວເມືອງ ຊຶ່ງເປັນທີ່ຕັ້ງຂອງອົງການປົກຄອງເມືອງ ບໍ່ເກີນ 25% ຂອງຈໍານວນພົນລະເມືອງທັງໝົດ. ມີພື້ນຖານໂຄງລ່າງດ້ານເສດຖະກິດ, ວັດທະນະທໍາ-ສັງຄົມ ໄດ້ຮັບການພັດທະນາໃນລະດັບສູງ ແລະ ເປັນລະບົບຄົບຊຸດ. ເປັນບ້ານພັດທະນາທັງໝົດ. ກຸ້ມຕົນເອງດ້ານລາຍຈ່າຍບໍລິຫານປົກກະຕິ ແລະ ມີສ່ວນແຮໄວ້ເພື່ອການລົງທຶນ.


ທ່ານ ສຸລິວັນ ສະຫວັດທະສິນ ໃຫ້ຮູ້ຕື່ມວ່າ: ປັດຈຸບັນອະນຸກໍາມະການຮັບຜິດຊອບການກະກຽມສ້າງຕັ້ງເມືອງປາກເຊ ໃຫ້ກາຍເປັນນະຄອນປາກເຊ ແມ່ນໄດ້ເຄື່ອນໄຫວຈັດຕັ້ງປະຕິບັດບັນດາໜ້າວຽກຕ່າງໆໃຫ້ມີຜົນສໍາເລັດ ແລະ ມີຄວາມພ້ອມໃນແຕ່ລະດ້ານ ຄື: ອະນຸກໍາມະການກອງເລຂາຊ່ວຍວຽກ, ອະນຸກໍາມະການຄົ້ນຄ້ວາໂຄງປະກອບກົງຈັກການຈັດຕັ້ງຂອງເທດສະບານ ແລະ ນະຄອນ, ອະນຸກໍາມະການຄົ້ນຄ້ວາການກໍານົດເຂດແດນ ແລະ ພື້ນທີ່ເທດສະບານ-ນະຄອນ, ອະນຸກໍາມະການແບ່ງຂັ້ນຄຸ້ມຄອງທາງດ້ານການເງິນ, ອະນຸກໍາມະການຄົ້ນຄ້ວາສ້າງນິຕິກໍາກ່ຽວກັບເທດສະບານ ແລະ ນະຄອນ.


ໃນຕອນທ້າຍທ່ານ ສຸລິວັນ ສະຫວັດທະສິນ ກ່າວວ່າ: ຄວາມພ້ອມທີ່ຈະປະກາດເມືອງປາກເຊ ເປັນນະຄອນປາກເຊ ແມ່ນພ້ອມ 100% ເຊິ່ງທາງອໍານາດການປົກຄອງຂອງແຂວງໄດ້ສະເໜີຕໍ່ລັດຖະບານ ໂດຍຜ່ານກະຊວງພາຍໃນ ເພື່ອຂໍອະນຸມັດການຮັບຮອງ ແລະ ປະກາດຕົວເມືອງປາກເຊ ເປັນນະຄອນ. ພ້ອມນີ້ທ່ານເຈົ້າເມືອງຍັງຮຽກຮ້ອງໃຫ້ປະຊາຊົນແຂວງຈໍາປາສັກ ມີສ່ວນຮ່ວມໃນການສ້າງນະຄອນດັ່ງກ່າວດ້ວຍການ ຮັກສາຄວາມສະອາດສວຍງາມ, ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນທົ່ວສັງຄົມ.

ຂ່າວ-ພາບ: ຈັນທະວີສັກ ໜັງສືພິມຈໍາປາໃໝ່
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.