Header Ads

ແຜນງົບປະມານແຫ່ງລັດໃນ 11 ເດືອນ ສາມາດປະ ຕິບັດລາຍຮັບເຂົ້າງົບປະມານ ທັງໝົດ 84,94% ຂອງແຜນການປີ



ເພື່ອເປັນການສະຫຼຸຸບຕີ ລາຄາການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດ ໃນ ປີ 2017 ແລະ ທິດທາງແຜນ ການປີ 2018 ໃຫ້ໄດ້ຮັບຜົນ ສຳເລັດໃນການຈັດຕັ້ງປະຕິ ບັດການຈັດເກັບລາຍຮັບເຂົ້າ ງົບປະມານ ໃນວັນທີ 26 ທັນ ວານີ້ ທີ່ຫໍປະຊຸມແຫ່ງຊາດ ກະ ຊວງການເງິນໄດ້ຈັດກອງປະ ຊຸມແນະນຳການຈັດຕັ້ງປະຕິ ບັດແຜນງົບປະມານແຫ່ງລັດ ປະຈຳປີ ໂດຍການເປັນປະ ທານຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດ ຖະມົນຕີກະຊວງການເງິນ, ມີ ທ່ານຮອງເຈົ້າແຂວງ, ຮອງລັດ ຖະມົນຕີກະຊວງການເງິນ, ຄະ ນະນຳກະຊວງ, ອົງການລັດ ທຽບເທົ່າອ້ອມຂ້າງສູນກາງ ແລະ ຄະນະນຳທ້ອງຖິ່ນ, ຕາງ ໜ້າກົມອ້ອມຂ້າງກະຊວງ ແລະ ບັນດາທ່ານທີ່ມາຈາກຂະ ແໜງການເງິນອ້ອມຂ້າງສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ. ໃນກອງປະຊຸມ, ທ່ານ ສົມດີ ດວງດີ ໃຫ້ຮູ້ວ່າ:


ການ ຈັດຕັ້ງປະຕິບັດແຜນງົບປະ ມານແຫ່ງລັດປີ 2017 ແມ່ນ ເປັນໄລຍະບາດລ້ຽວອັນສຳ ຄັນເພາະເປັນປີທີສອງຂອງ ການຈັດຕັ້ງຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ X ຂອງ ພັກ, ກ້າວເຂົ້າສູ່ໃນໄລຍະກາງ ຂອງການຈັດຕັ້ງປະຕິບັດແຜນ ພັດທະນາເສຖະກິດ – ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ VIII (2016 – 2020), ຄຽງຄູ່ກັນນັ້ນ ກໍຍັງໄດ້ມີການເລີ່ມຈັດຕັ້ງປະ ຕິບັດຫຼາຍດ້ານທີ່ເປັນອັນໃໝ່ ເພື່ອສ້າງພື້ນຖານໃຫ້ແກ່ການ ຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ – ສັງຄົມ ແລະ ແຜນງົບປະມານໃນຕໍ່ໜ້າ.


ຜ່ານການຈັດຕັ້ງປະຕິບັດແຜນ ງົບປະມານແຫ່ງລັດ ປີ 2017 ຍັງເຫັນວ່າມີຫຼາຍດ້ານຍັງຫຍຸ້ງ ຍາກ ແລະ ທ້າທາຍສູງ, ບັນ ຫາລວມແມ່ນຍັງເປັນແຜນທີ່ ສືບຕໍ່ແກ້ໄຂສະພາບຄວາມ ຝືດເຄືອງທາງດ້ານການເງິນ – ງົບປະມານທີ່ເກີດຂຶ້ນມາໃນ ໄລຍະຫຼາຍສົກປີງົບປະມານທີ່ ຜ່ານມາ ຊຶ່ງຕ້ອງໃຊ້ເວລາພໍ ສົມຄວນ ຈຶ່ງສາມາດຟື້ນໂຕ ແລະ ກັບເຂົ້າສູ່ສະພາບປົກກະ ຕິໄດ້. ບົນພື້ນຖານສະພາບ ແລະ ເງື່ອນໄຂທັງພາຍນອກ ແລະ ພາຍໃນປະເທດດັ່ງທີ່ກ່າວ ໄປແລ້ວນັ້ນ ພວກເຮົາໄດ້ພ້ອມ ກັນສູ້ຊົນຈັດຕັ້ງປະຕິບັດແຜນ ງົບປະມານແຫ່ງລັດ ປີ 2017 ດ້ວຍຄວາມເອົາໃຈໃສ່ ແລະ ດ້ວຍຄວາມຮັບຜິດຊອບສູງ, ພາຍໃຕ້ການຊີ້ນຳ – ນຳພາ ຢ່າງໃກ້ຊິດຂອງພັກ ແລະ ລັດ ຖະບານ, ລວມທັງການຕັດສິນ ໃຈສູງຂອງບັນດາຂະແໜງ ການທັງໃນຂັ້ນສູນກາງ ແລະ ທ້ອງຖິ່ນ ໃນຂອບເຂດທົ່ວປະ ເທດ, ເຮັດໃຫ້ສາມາດປະຕິບັດ ແຜນງົບປະມານແຫ່ງລັດ ນັບ ແຕ່ວັນທີ 1 ມັງກອນ – ວັນທີ 21 ພະຈິກ 2017 ສາມາດປະ ຕິບັດລາຍຮັບເຂົ້າງົບປະມານ ທັງໝົດ 84,94% ຂອງແຜນ ການປີ, ສະເພາະລາຍຮັບພາຍ ໃນໄດ້ 87,71% ຂອງແຜນ ການປີ, ສ່ວນດ້ານລາຍຈ່າຍ ປະຕິບັດໄດ້ 84,40% ຂອງ ແຜນການປີ.

ເຖິງແນວໃດກໍຕາມຜ່ານ ການຄົ້ນຄວ້າຄວາມອາດສາ ມາດໃນການຈັດເກັບລາຍຮັບ ແລະ ປະຕິບັດລາຍຈ່າຍງົບປະ ມານໝົດປີ 2017 ເຫັນວ່າຍັງ ທ້າທາຍສູງ ເນື່ອງຈາກລາຍ ຮັບງົບປະມານທັງໝົດ ຄາດ ຄະເນຈະສູ້ຊົນປະຕິບັດໄດ້, ໃຫ້ໄດ້ຢ່າງຕ່ຳສຸດບໍ່ຫຼຸຸດ 95% ຂອງແຜນການປີ, ສ່ວນດ້ານ ລາຍຈ່າຍງົບປະມານທັງໝົດ ຄາດຄະເນປະຕິບັດໄດ້ 95,2%, ສັງລວມແລ້ວບວກກັບຄວາມ ຈຳເປັນຊຳລະຕົ້ນທຶນເງິນກູ້ຢືມ ພາຍໃນ ແລະ ຕ່າງປະເທດ, ແຫຼ່ງທຶນທີ່ສາມາດລະດົມໄດ້ ໃນປີແມ່ນຍັງບໍ່ທັນພຽງພໍຈຳ ນວນໜຶ່ງ.


ຜ່ານການໄລ່ລຽງ ເບື້ອງຕົ້ນຮ່ວມກັບບັນດາແຂວງ ແລະ ການລາຍງານຂອງທ້ອງຖິ່ນຈຳນວນໜຶ່ງຍັງ ເຫັນວ່າລາຍຮັບຂອງ 9 ແຂວງ ຈະບໍ່ສາມາດຈັດເກັບໄດ້ຕາມ ແຜນ ຈຳນວນ ປະມານ 370 ຕື້ກີບ ຊຶ່ງຈະສ້າງຄວາມກົດດັນ ໃຫ້ແກ່ລັດຖະບານກໍຄືຂັ້ນສູນ ກາງຈະຕ້ອງໄດ້ຊອກແຫຼ່ງທຶນ ເພື່ອໄປດຸນດ່ຽງເພີ່ມໃຫ້ບັນດາ ແຂວງ ທີ່ບໍ່ສາມາດເກັບລາຍ ຮັບໄດ້ຕາມແຜນດັ່ງກ່າວ ໂດຍ ສະເພາະແມ່ນເພື່ອໃຫ້ສາມາດ ປະຕິບັດບັນດາລາຍຈ່າຍທີ່ ເປັນບຸລິມະສິດ, ເປັນຕົ້ນລາຍ ຈ່າຍເງິນເດືອນ, ເງິນນະໂຍ ບາຍຕ່າງໆໃຫ້ທັນກຳນົດເວລາ ຕາມທີ່ລັດຖະບານກຳນົດໄວ້. ທ່ານຮອງນາຍົກລັດຖະ ມົນຕີ ລັດຖະມົນຕີກະຊວງການ ເງິນ ເນັ້ນຕື່ມອີກວ່າ: ສະເພາະແຜນງົບປະມານແຫ່ງລັດ ໃນ ປີ 2018 ແມ່ນຍັງສືບຕໍ່ສູ້ຊົນ ແກ້ໄຂບັນຫາຄວາມຫຍຸ້ງຍາກ ທາງດ້ານງົບປະມານ ແລະ ຫັນ ປ່ຽນໃໝ່ ໂດຍການກ້າວເຂົ້າສູ່ ການປະຕິຮູບການຄຸ້ມຄອງ ການເງິນພາກລັດຢ່າງຕັ້ງໜ້າ, ຫັນເປັນທັນສະໄໝຢ່າງທັນ ການ ແລະ ກວ້າງຂວາງ, ເຮັດ ໃຫ້ການເກັບລາຍຮັບ ແລະ ປະຕິບັດລາຍຈ່າຍງົບປະມານມີປະສິດທິຜົນ ແລະ ເຂັ້ມງວດ ຂຶ້ນກ່ວາເກົ່າ ແນໃສ່ເຮັດໃຫ້ ເສດຖະກິດແຫ່ງຊາດເຕີບໂຕ ຕາມຄາດໝາຍທີ່ວາງໄວ້ຢ່າງາໜ້ອຍ 7% ຫຼື ເທົ່າກັບ 149.471 ຕື້ກີບ ຊຶ່ງຄາດໝາຍ ທີ່ສະພາໄດ້ຮັບຮອງປະກອບມີ ຄາດໝາຍລາຍຮັບທັງໝົດ ຕ້ອງສູ້ຊົນໃຫ້ໄດ້ 25.452 ຕື້ກີບ ຫຼື ທຽບເທົ່າປະມານ 17,02% ຂອງ GDP ໃນນັ້ນ ລາຍຮັບພາຍໃນມີຈຳນວນ 22.700 ຕື້ກີບ ເທົ່າກັບ 15,18% ຂອງ GDP, ສ່ວນ ຄາດໝາຍລາຍຈ່າຍງົບປະ ມານທັງໝົດບໍ່ເກີນ 32.809 ຕື້ກີບ ເທົ່າກັບ 21,95% ຂອງ GDP ຊຶ່ງຖືວ່າຍັງເປັນການ ຂາດດຸນທີ່ຢູ່ໃນລະດັບສູງພໍ ສົມຄວນ ແລະ ຍັງມີຄວາມຈຳ ເປັນຕ້ອງໄດ້ລະດົມແຫຼ່ງດຸ່ນ ດ່ຽງ ຈາກພາຍໃນ ແລະ ຕ່າງ ປະເທດໃຫ້ພຽງພໍກັບຄວາມຈຳເປັນຈ່າຍຕ່າງໆຕາມແຜນ ການກຳນົດໄວ້.

ຂ່າວ – ພາບ: ກະຊວງ ການເງິນ
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.