Header Ads

ກອງກວດກາພາສີ ນວ ຄາດໝົດປີຈະເກັບລາຍຮັບໄດ້ປະມານ97% ຂອງແຜນ






ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປີ 2017 ຂອງກອງກວດກາພາສີ ນະຄອນຫລວງວຽງຈັນ (ນວ) ນັບແຕ່ວັນທີ 1 ມັງກອນ 2017 ຫາວັນທີ 21 ທັນວາ 2017 ສາມາດປະຕິບັດລາຍຮັບໄດ້ 9,5 ຕື້ກວ່າກີບ ເທົ່າກັບ 95,38% ຂອງແຜນການປີ.



ທ່ານ ທອງພັດ ລາດຊະວົງ ຫົວໜ້າກອງກວດກາພາສີ ນະຄອນຫລວງວຽງຈັນ ທັງເປັນຮອງຫົວໜ້າກອງຄຸ້ມຄອງພາສີ V ( ນະຄອນຫລວງວຽງຈັນ, ແຂວງວຽງຈັນ, ໄຊສົມບູນ, ບໍລິຄຳໄຊ ) ໃຫ້ສຳພາດກັບທິມຂ່າວການເງິນວ່າ: ກອງກວດກາພາສີ ນວ ເປັນເສນາທິການໃຫ້ແກ່ກົມພາສີໃນການປະຕິບັດວຽກງານຕ້ານ ແລະ ສະກັດກັ້ນສິນຄ້າລັກລອບໜີພາສີ ຕາມຂອບເຂດສິດຂອງກອງຮັບຜິດຊອບ ເພື່ອແນ່ໃສ່ການຈັດຕັ້ງປະຕິບັດການຈັດເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ຕາມແຜນການ ແລະ ເພີ່ມທະວີການປະສານສົມທົບກັບອົງການປົກຄອງທ້ອງຖິ່ນຢ່າງ ແໜ້ນແຟ້ນ ເພື່ອຮັບປະກັນໃຫ້ວຽກງານພາຍໃນກອງກວດກາພາສີມີຄວາມສະດວກ ວ່ອງໄວ ຖືກຕ້ອງ ເຂັ້ມງວດ ແລະ ມີປະສິດທິພາບສູງ.


ປັດຈຸບັນກອງກວດກາພາສີ ນວ ມີພະນັກງານ-ເຈົ້າໜ້າທີ່ພາສີທັງໝົດ 40 ສະຫາຍ, ມີ 4 ຈຸດປະສານງານຄື: ຈຸດທີ 1 ແມ່ນຫລັກ 15 ເມືອງຫາດຊາຍຟອງ, ຈຸດທີ 2 ເຂດດອນໜູນ ເມືອງໄຊທານີ, ຈຸດທີ 3 ດ່ານຊີເມືອງນາຊາຍທອງ, ຈຸດທີ 4 ບ້ານໃໝ່ ເມືອງສີໂຄດຕະບອງ, ຜ່ານການຈັດຕັ້ງປະຕິບັດວຽກງານວິຊາສະເພາະເກັບລາຍຮັບເຂົ້າງົບປະມານແຫ່ງລັດປີ 2017 ຂອງກອງກວດກາພາສີ ນະຄອນຫລວງວຽງຈັນ (ນວ) ນັບແຕ່ວັນທີ 1 ມັງກອນ 2017 ຫາວັນທີ 21 ທັນວາ 2017 ສາມາດປະຕິບັດລາຍຮັບໄດ້ 9,5 ຕື້ກວ່າກີບ ເທົ່າກັບ 95,38% ຂອງແຜນການປີ.


ລາຍຮັບສ່ວນໃຫຍ່ແມ່ນໄດ້ມາຈາກສິນຄ້າທີ່ສະກັດກັ້ນ ການລັກລອບໜີພາສີ ທັງໃນດ່ານ ແລະ ນອກດ່ານເປັນຕົ້ນ: ປະເພດນໍ້າມັນເຊື້ອໄຟ, ສິນຄ້າອຸປະໂພກ-ບໍລິໂພກ, ເຄື່ອງນໍາໃຊ້ໂຄງການທີ່ບໍ່ຖືກເປົ້າໝາຍເຊັ່ນ: ເຫລັກ, ຊີມັງ ແລະ ອື່ນໆ… ແລະໄດ້ຈາກການຊໍາລະພາຫະນະທີີ່ເຈົ້າໜ້າທີ່ພາສີມາດຈັບກຸ່ມໄດ້ຈໍານວນໜຶ່ງ.

ທ່ານ ທອງພັດ ລາດຊະວົງ ກ່າວຕື່ມວ່າ:ສຳລັບການແກ້ໄຂບັນຫາພາຫະນະນໍາເຂົ້າບໍ່ຖືກຕ້ອງໃນຂົງເຂດກຳລັງ ປກສ ຕາມບັນຊີ 9 ຕົວເມືອງ (ບໍ່ລວມຢູ່ນຳບັນດາກົມກອງ, ພະແນກການຂອງ ປກສ ) ປະເມີນໄວ້ທັງໝົດມີ 382 ຄັນ, ແກ້ໄຂໄປແລ້ວຈໍານວນໜຶ່ງ ແລະ ຍັງບໍ່ທັນໄດ້ຮັບການແກ້ໄຂປະເພດລົດໃຫຍ່ ຈຳນວນ 142 ຄັນ ຄິດເປັນເງິນຄ່າພາສີປະມານ 7,5 ຕື້ກວ່າກີບ, ປະເພດລົດຈັກ
ຍັງຄ້າງຈໍານວນ 95 ຄັນ ຄິດເປັນເງິນຄ່າພາສີປະມານ 180 ລ້ານກີບ.

ແນວໃດກໍຕາມເຖິງແມ່ນວ່າປີ 2017 ກອງກວດກາພາສີ ນະຄອນຫລວງວຽງຈັນ ຈະບໍ່ສາມາດເກັບລາຍຮັບ ໄດ້ຕາມແຜນການທີ່ກົມພາສີມອບໃຫ້ທັງໝົດ 10 ຕື້ກີບ ຄະນະນຳກອງກວດກາພາສີ ນວ, ພະນັກງານ-ເຈົ້າໜ້າທີ່ພາສີ, ພະຍາຍາມແກ້ໄຂສະສາງຄະດີເຄື່ອງຍ່ອຍທີ່ຍັງຄ້າງ, ພ້ອມທັງເລັ່ງທວງໃຫ້ມາຊໍາລະ ແລະ ຄາດວ່າການຈັດເກັບລາຍຮັບເຂົ້າງົບປະມານໝົດປີ 2017 ໃຫ້ໄດ້ຢ່າງຕໍ່າ 97% ຂອງແຜນການປີ.
ພາບ-ຂ່າວ: ກະຊວງການເງິນ
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.