Header Ads

ປີ 2017 ຢູ່​ນະຄອນຫລວງ​ວຽງຈັນ​ມີ​ອັກຄີ​ໄພ​ເກີດ​ຂຶ້ນກວ່າ 50 ຄັ້ງ




​ເຈົ້າໜ້າທີ່​ພະ​ແນ​ກຕຳຫລວດ​ສະກັດ​ກັ້ນ ​ແລະ ມອດ​ໄຟນະຄອນຫລວງ​ວຽງຈັນ​ໃຫ້ຮູ້​ວ່າ: ​ໃນ​ປີ 2017 ຢູ່ນະຄອນຫລວງ​ວຽງຈັນມີ​ອັກຄີ​ໄພ​ເກີດ​ຂຶ້ນຫລາຍ​ກວ່າ 50 ຄັ້ງ, ສົ່ງ​ຜົນ​ໃຫ້ມີ​ຜູ້​ເສຍ​ຊີວິດ​ຊີວິດ 1 ຄົນ ​ແລະ ມີ​ຜົນ​ເສຍ​ຫາຍ​ຄື:



​​ເຮືອນ​ປະຊາຊົນ 13 ຫລັງ, ຕະຫລາດ 2 ​ແຫ່ງ ​ແລະ ອື່ນໆ ລວມມູນ​ຄ່າ​ຫລາຍ​ສິບ​ຕື້ກີບ, ​ໂດຍສາ​ເຫດ​ສ່ວນ​ໃຫຍ່​​ແມ່ນຍ້ອນ​ໄຟຟ້າ​ລັດ​ວົງ​ຈອນ, ​ໄຕ້​ທູບ​ທຽນບູຊາ ​ແລະ ການຈູດ​ປ່າ​ຊະຊາຍ, ​ໂດຍ​ໃນ​ມື້ນີ້​​ໄດ້​ລວມ​ເອົາ​ເຫດການ​ອັກຄີ​ໄພ​ທີ່​ພົ້ນ​ເດັ່ນ​ໃນ​ປີ 2017 ມາ​ນຳ​ສະ​ເໜີຄື:

ອັນ​ດັບ 5 ​ແມ່ນ​ເຫດການ​ໄຟ​ໄໝ້ລົດ​ເມຂອງ​ຄົນຫວຽດນາມຢູ່​ເຂດ​ບ້ານ​ໄຜ່​ລ້ອມ​ເມືອງ​ໄຊ​ທານີ​ໃນ​ວັນ​ທີ 28 ພຶດສະພາ, ​​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ 1 ຄົນ ​ແລະ ອີກ​ສອງ​ຄົນ​ໄດ້​ຮັບ​ບາດ​ເຈັບ​ສາຫັດ ຍ້ອນ​ລົດ​ຄັນ​ດັ່ງກ່າວ​​ບັນທຸກ​ໝາກກະ​ໂພ​ກອັນ​ເປັນ​ວັດຖຸ​ໄວ​ໄຟ,

ອັນ​ດັບ​ທີ 4 ແມ່ນເຫດ​ການໄຟ​ໄໝ້​ເຮື​ອນປະຊາຊົນຢູ່​ເຂດ​ບ້ານຂຸນ​ຕາ​ທ່າ ​ເມືອງສີ​ໂຄດ​ຕະບອງນະຄອນຫລວງ​ວຽງຈັນ​ໃນ​ວັນ​ທີ 15 ພະຈິກ, ​​​ເປັນເຮືອນ​ກໍ່ສອງ​ຊັ້ນ​ມີ 5 ຫ້ອງ​ໄດ້​ຮັບ​ຄວາມ​ເສຍ​ຫາຍໝົດກ້ຽງ ​​ຍ້ອນ​ໄຟຟ້າ​ລັດ​ວົງ​ຈອນ,

 
ອັນ​ດັບ3 ​​ແມ່ນ​​ເຫດ​ໄຟ​ໄໝ້ສາງ​ເກັບ​ເຄື່ອງ​ອາ​ໄຫລ່​ລົດຂອງ​ບໍລິສັດ ມິດ​ວຽງຈຳກັດ, ຕັ້ງ​ຢູ່​ບ້ານສະພັງ​ເມີ​ກ​ເມືອງ​ໄຊ​ທານີນະຄອນຫລວງ​ວຽງຈັນ​​ໃນ​ວັນ​ທີ 24 ພະຈິກ, ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ເປັນ​ຈຳນວນ​ຫລາຍ ຍ້ອນ​ໄຟຟ້າ​ລັດ​ວົງ​ຈອນ,


ອັນ​ດັບ 2 ​​ແມ່ນ​ໄຟ​​ໄໝ້ຕະຫລາດ​ວິທະຍາ​ເຂດ​ດົງ​ໂດກ, ​ສົ່ງ​ຜົນ​ໃຫ້​ອາຄານ​ຕະຫລາດ 4 ​ໂຄງ, ຮ້ານ​ຂາຍ​ເຄື່ອງ 185 ຫ້ອງ ​ແລະ ​ໂຕະ​ວາງ​ຂາຍ​ເຄື່ອງ 15 ​ໂຕະ ຖືກ​ໄຟ​ເຜົາ​ຜານ​ເມື່ອ​ວັນ​ທີ 6 ພຶດສະພາ, ​ໂດຍສາ​ເຫດ​ແມ່ນ​ຍ້ອນ​ໄຟຟ້າ​ລັດ​ວົງ​ຈອນ ​ແລະ

ອັນ​ດັບ​ທີ 1 ​ແມ່ນເຫດໄຟ​ໄໝ້ສູນ​ການ​ຄ້າ​ສາກົນ​ຕະຫລາດ​ຊັ່ງ​ຈຽງ​ໃນ​ວັນ​ທີ 14 ກໍລະກົດຜ່ານ​ມາ, ສົ່ງ​ຜົນ​ໃຫ້ຫ້ອງ​ຂາຍ​ເຄື່ອງຈຳນວນ 269 ຫ້ອງໄດ້​ຮັບ​ຄວາມ​ເສຍ​ຫາຍ, ​ໂດຍ​ສ່ວນ​ໃຫຍ່​ແມ່ນ​ປະ​ເພດ​ເສື້ອຜ້າ, ​ເຄື່ອງ​ໄຟຟ້າ ​ແລະ ອື່ນໆ ກໍ​ເນື່ອງ​ມາຈາກ​ໄຟຟ້າ​ລັດ​ວົງ​ຈອນເຊັ່ນດຽວກັນ.
ເຈົ້າໜ້າທີ່​ ໃຫ້​ຮູ້​ວ່າ: ​ເພື່ອ​ຮັບປະກັນ​ໃຫ້ວຽກງານ​ສະກັດ​ກັ້ນ ​ແລະ ຕ້ານ​ອັກຄີ​ໄພ, ພ້ອມ​ທັງ​ຮັບປະກັນ​ຄວາມ​ສະຫງົບ​ໃນ​ປີ​ທ່ອງ​ທ່ຽວລາວ​ນັ້ນ, ຈຶ່ງ​ໄດ້​ສຸມ​ໃສ່​ຂະຫຍາຍ​ສະຖານີ​ມອດ​ໄຟ​ລົງແຕ່ລະ​ເມືອງ​ຢ່າງ​ທົ່ວ​ເຖິງ, ​ພ້ອມ​ໄດ້​ເອົາ​ໃຈ​ໃສ່ລົງ​ກວດກາ​ໂຄສະນາ​ຢູ່​ບັນດາສຳນັກງານ, ​ອົງການ, ຫົວໜ່ວຍທຸລະ​ກິດ​ໂຮງງານ ​ແລະ ຕະຫລອດ​ຮອດ​​ເຮືອນ​ຊານ​ປະຊາຊົນ​ຢູ່​ຕາມ​ບ້ານ​ຕ່າງໆ ​ເພື່ອ​ແນະນຳ​ໃຫ້​ເຂົາ​ເຈົ້າ​ເອົາ​ໃຈ​ໃສ່​ວຽກງານ​ສະກັດ​ກັ້ນ ​ແລະ ຕ້ານ​ອັກຄີ​ໄພ, ​ໂດຍ​ສະ​ເພາະ​ການ​ນຳ​ໃຊ້​ບັ້ງ​ອົກ​ຊີ​ໃນ​ການ​ມອດ​ໄຟ​ສຸກ​ເສີນ, ການ​ປັບປຸງ​ປ່ຽນຖ່າຍ​ລະບົບ​ໄຟຟ້າຖ້າ​ເຫັນ​ບໍ່ຮັບປະກັນ, ​ພ້ອມນີ້​ກໍ​ໃຫ້​ເພີ່ມ​ທະວີ​ການ​ກວດກາ​ເວນຍາມ​ໃຫ້​ເຂັ້ມ​ງວດ.

ຂໍ້ມູນ: ນສພ ລາວພັດທະນາ
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.