Header Ads

ພຽງ 11 ເດືອນ ຂະແໜງພາສີເກັບລາຍຮັບ​ເຂົ້າງົບໄດ້ປະມານ 5.693 ຕື້ກີບ



ຕາມການລາຍງານຂອງທ່ານ ວົງຄຳແຫງ ວົງທະຈັກ ຮອງຫົວໜ້າ ກົມພາສີ ລາຍງານຕໍ່ກອງປະຊຸມວິຊາການພາສີທົ່ວປະເທດ ປະຈຳປີ 2017 ​ເມື່ອບໍ່ດົນ​ມາ​ນີ້ວ່າ:ປີ 2017 ເປັນປີທຳ​ອິດແຫ່ງການຈັດຕັ້ງແຜນງົບປະມານຕາມປະຕິທິນ ແລະ ທົ່ວ​ປະ​ເທດ​ສາມາດ​ຈັດ​ເກັບ​ລາຍ​ຮັບ​ຈາກ​ພາສາໄດ້ 5.693 ຕື້ກີບ ເທົ່າກັບ 85,61 % ຂອງແຜນການປີ ໃນນັ້ນ, ທີ່ປະຕິບັດໄດ້ຫລາຍກ່ອນໝູ່ແມ່ນນະຄອນຫລວງວຽງຈັນ ປະຕິບັດໄດ້ຫລາຍ​ກວ່າ 2,5 ພັນຕື້ກີບ, ທົດ​ລົງ​ມາ​ແມ່ນສະຫວັນນະເຂດ 614 ປະຕິບັດ​ໄດ້ຕື້ກີບ, ຈຳປາສັກ 529 ຕື້ກີບ, ໄຊຍະບູລີ 493 ຕື້ກີບ ແລະ ບັນດາແຂວງອື່ນໆຕາມລໍາດັບ, ສັງລວມແລ້ວໃນ 11 ເດືອນປີ 2017 ສາມາດປະຕິບັດໄດ້ 5.693 ຕື້ກີບ ເທົ່າກັບ 85,61% ຂອງແຜນການປີ 2017 ລາຍຮັບສ່ວນໃຫຍ່ແມ່ນໄດ້ຈາກຄ່າຊັກພິເສດ, ນ້ຳມັນເຊື້ອໄຟ, ພາຫະນະ, ສິ້ນສ່ວນອາໄຫລ, ອຸປະກອນກໍ່ສ້າງ, ເຄື່ອງໃຊ້ໄຟຟ້າ ​ແລະ ຄ່າປັບໃໝ່ ອື່ນໆ.

ຮອງຫົວໜ້າກົມພາສີ ເນັ້ນຕື່ມອີກວ່າ: ສຳລັບການຈັດເກັບລາຍຮັບຂອງບັນດາແຂວງໃຫຍ່ເຊັ່ນ: ນະຄອນຫລວງວຽງຈັນ, ສະຫວັນນະເຂດ, ຈຳປາສັກ, ໄຊຍະບູລີ ເຖິງວ່າຈະໄດ້ຫລາຍກວ່າໝູ່ແຕ່ຖ້າທຽບໃສ່ແຜນການ ທີ່ກົມພາສີມອບໝາຍໃຫ້​ແມ່ນຍັງບໍ່ໄດ້ບັນບຸແຜນການເຊັ່ນ: ແຂວງອັດຕະປື ປະຕິບັດໄດ້ 68,73%, ແຂວງເຊກອງ 92,90%, ຈຳປາສັກ 83,92% ນະຄອນຫລວງວຽງຈັນ 68,73%, ແຂວງວຽງຈັນ 88,88% ແລະ ແຂວງຫລວງນໍ້າທາ 94,75%, ແນວໃດກໍຕາມໝົດປີ 2017 ຄາດ​ວ່າຂະແໜງພາສີຈະສູ້ຊົນເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ 6,240 ຕື້ກີບ ເທົ່າກັບ 93,84%, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 119,52%.

ພາບ-ຂ່າວ: ກະຊວງການເງິນ
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.